3 ລາສີເງິນຄໍາບໍ່ຂາດມື ແລະ ຜູ້ເປັນຂາເລກຄວນເບິ່ງ

23

ຄົນເຮົາມີດວງທີ່ບໍ່ຄືກັນຢ່າງແນ່ນອນ ເຊິ່ງຂຶ້ນຢູ່ກັບບຸນວາດສະໜາ ຫຼື ໄລຍະວັນເວລາທີ່ໝູນວຽນມາໃນແຕ່ລະເດືອນ ແຕ່ລະປີ ຫຼື ແຕ່ລະວັນ ແຕ່ການທີ່ເຮົາເອົາໃຈໃສ່ກ່ຽວກັບດວງຊາຕາຂອງຕົນເອງ ປຽບດັ່ງການຮູ້ໃນການໃຊ້ຊີວິດລ່ວງໜ້າ ວ່າເຮົາຄວນປະຕິບັດຕົນຢ່າງໃດ, ບໍ່ຄວນຄອງວາດສະໜາຈົນເກີນໄປ ຮູ້ຈັກທຳມາຫາກິນ ແຕ່ສຳລັບມື້ນີ້ຈະຂໍແນະນຳ 3 ລາສີທີ່ໄລຍະນີ້ເປັນໄລຍະຂາຂຶ້ນ ແລະ ລອງມາເບິ່ງວ່າມີລາສີໃດແດ່.

ລາສີທັນວາ ( 16 ທັນວາ ຫາ 13 ມັງກອນ ): ຄົນເກີດເດືອນທັນວາ ມີລາຍໄດ້ເຂົ້າມາຫຼາຍ ຮັບຊັບແບບບໍ່ຂາດສາຍ ແຕ່ກໍມີເລື່ອງທີ່ຕ້ອງໃຊ້ຈ່າຍບໍ່ຂາດສາຍເຊັ່ນກັນ ອາດຕ້ອງໝູນເງິນມື້ຕໍ່ມື້ ເດືອນຕໍ່ເດືອນ ເຖິງວ່າຈະມີຄວາມຫວັງກັບເງິນກ້ອນໃໝ່ ແຕ່ກໍຈະມີພາລະໄລ່ຫຼັງຢູ່ຫຼາຍ ແລະ ຄວນລະວັງການຕ້ອງເສຍເງິນໃຫ້ກັບບັນຫາສຸຂະພາບນໍາ.

ລາສີມັງກອນ ( 14 ມັງກອນ ຫາ 12 ກຸມພາ ): ຈະມີເງິນເຂົ້າມາເປັນປະຈຳບໍ່ຂາດສາຍ ຄ່າໃຊ້ຈ່າຍຕໍ່ເດືອນຍັງບໍ່ໜັກຈົນເກີນໄປ ສາມາດປະຄອງຕົວເອງໄປໄດ້ ແຕ່ບໍ່ຄວນປະໝາດເລື່ອງການເງິນໃນອະນາຄົດ ຖ້າມີພາລະໜີ້ສິນ ຢ່າລືມພິຈາລະນາຂໍ້ເທັດຈິງນີ້ຖ້າວາງແຜນທີ່ຈະລົງທຶນໃນໄລຍະຍາວ.

ລາສີກຸມພາ ( 13 ກຸມພາ ຫາ 13 ມີນາ ): ເດືອນກຸມພາ ຈະມີລາຍໄດ້ເຂົ້າມາເລື້ອຍໆ ຖ້າລົງທຶນໃນກິດຈະການຄ້າແຜນການໆຕະຫຼາດຈະໄປໄດ້ດີ ມີໂອກາດໄດ້ຊັບຮັບໂຊກ ແຕ່ມັກຖືກບຽດບຽນຈາກຄົນໃກ້ຕົວ ຫຼືມິດສາຊີບທີ່ເຂົ້າມາຫຼອກລວງໄດ້ ດັ່ງນັ້ນຄວນມີສະຕິ ແລະ ວິຈາລະນະຍານໄວ້ນໍາ.
ສຳລັບຜູ້ທີ່ເປັນຂາເລກຄວນເບິ່ງ ຫຼື ຫ້າມເຮັດຢ່າງເດັດຂາດ ສິ່ງທຳອິດ ຄື: ຫ້າມໃຈຮ້າຍ
ໃນມື້ທີ່ເຮົາຈະສ່ຽງໂຊກ ຄວນຈະເປັນມື້ທີ່ອາລົມດີ ເບີກບານ ສົດຊື່ນ ແຈ່ມໃສ ຂາດສິ່ງໃດມາເຮັດໃຫ້ອາລົມມົວໝອງ ເພາະເຊື່ອວ່າຖ້າເຮົາໃຈຮ້າຍ ຈະເປັນການຂັດໂຊກລາບ, ຫ້າມດ່າ ຫ້າມແຊ່ງ
ຖ້າເວົ້າຈາບໍ່ດີ ຫຼື ແຊ່ງໃຜ ລະວັງວ່າສິ່ງນັ້ນຈະກັບມາຫາຕົວ.

ການເວົ້າຄຳທີ່ບໍ່ດີ ຫຼື ສິ່ງທີ່ບໍ່ດີອອກໄປ ເຊື່ອວ່າມັນກໍຈະດຶງດູດສິ່ງທີ່ບໍ່ດີເຂົ້າມາຫາຕົວເຮົາ. ດັ່ງນັ້ນ, ໃນວັນທີ່ຫວຍອອກ ຄວນເວົ້າແຕ່ເລື່ອງດີໆ ທີ່ເຮັດໃຫ້ເຮັງໆ ປັງໆ ແລະ ຫ້າມໂຊມ ມື້ສຳຄັນຢ່າງມື້ຫວຍອອກ ຈະປ່ອຍໃຫ້ຕົວເອງໂຊມບໍ່ໄດ້ ແນະນຳໃຫ້ຫາເສື້ອຜ້າທີ່ໃສ່ແລ້ວເບິ່ງດີ ຢ່າປ່ອຍໃຫ້ໜ້າໝອງຄໍ້າ ເບິ່ງແຍງຕົວໃຫ້ດີ ເພື່ອດຶງດູດສິ່ງດີໆ ດຶງໂຊກ ດູດລາບເຂົ້າມາຫາຕົວເຮົາ.