6 ເດືອນຕົ້ນ ດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນ ມີຜູ້ເດີນທາງເຂົ້າ-ອອກ 66.082 ຄົນ

77

ໃນ 6 ເດືອນຕົ້ນປີ 2022 ໄດ້ຜູ້ເດີນທາງເຂົ້າ-ອອກ ຜ່ານດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນທັງໝົດ 66.082 ຄົນ, ຍິງ 2.443 ຄົນ, ເດັກ 291 ຄົນ ແລະ ກວດກາພາຫະນະເຂົ້າ-ອອກໄດ້ທັງໝົດ 59.958 ຄັນ.

ທ່ານ ພັຕ ສຸກທອງ ວົງສາ ຫົວໜ້າ ຕມ ປະຈໍາດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນ ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2022 ວ່າ: ພາຍທີ່ລັດຖະບານໄດ້ເປີດປະເທດເຕັມຮູບແບບໃນວັນທີ 9 ພຶດສະພາ 2022 ທາງຄະນະດ່ານ ຕມ ພວກເຮົາໄດ້ມີຄວາມພ້ອມ ແລະ ໄດ້ປຶກສາຫາລືເປັນເອກະພາບກັນເພື່ອຈັດຕັ້ງສ້າງແຜນວຽກວິຊາສະເພາະຄື: ໄດ້ຈັດວາງບຸກຄະລາກອນເຂົ້າໃນແຕ່ລະໜ່ວຍງານເພື່ອຈັດຕັ້ງປະຕິບັດວຽກງານວິຊາສະເພາະເປັນຕົ້ນແມ່ນການຈໍ້າແຈ້ງເອກະສານ, ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ອໍານວນຄວາມສະດວກໃນການເຂົ້າ-ອອກເມືອງຂອງຄົນ ແລະ ພາຫະນະ, ໄດ້ກວດກາເຄື່ອງມືອີເລັກໂຕຣນິກຄອມພິວເຕີໃຫ້ຮັບປະກັນໃຊ້ງານໄດ້ປົກກະຕິ ເພື່ອອໍານວຍຄວາມສະດວກໃນການເຂົ້າ-ອອກເມືອງຢ່າງວ່ອງໄວ ແລະ ທັນເວລາ, ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນດ່ານ ແລະ ອ້ອມຂ້າງບໍລິເວນດ່ານໃຫ້ມີຄວາມສະຫງົບປອດໄພ ຮັບປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ.

ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າໃນໄລຍະ 6 ເດືອນຕົ້ນປີຜ່ານມາສາມາດຄຸ້ມຄອງ, ຕິດຕາມ, ກວດກາ ແລະ ອໍານວຍຄວາມສະດວກຂອງຄົນ, ພາຫະນະເຂົ້າ-ອອກເມືອງຢ່າງຖືກຕ້ອງຕາມຂັ້ນຕອນ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ໄດ້ກໍານົດໄວ້ ພາຍໃນ 6 ເດືອນມີ ຜູ້ເດີນທາງເຂົ້າ-ອອກ ຜ່ານດ່ານຈໍານວນທັງໝົດ 66.082 ຄົນ, ຍິງ 2.443 ຄົນ, ເດັກ 291 ຄົນ, ກວດກາພາຫະນະເຂົ້າ-ອອກໄດ້ທັງໝົດ 59.958 ຄັນ.
ພ້ອມນີ້, ທ່ານຫົວໜ້າ ຕມ ປະຈໍາດ່ານສາກົນຂົວມິດຕະພາບ 3 ໄດ້ກ່າວຕື່ມວ່າ: ໃນໄລຍະຈັດຕັ້ງປະຕິບັດແຜນການ 6 ເດືອນຕົ້ນປີຜ່ານມາເຫັນວ່າ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຄື: ດ້ານຂໍ້ສະດວກຍ້ອນພວກເຮົາມີກົດໝາຍ ແລະ ບັນດານິຕິກໍາຕ່າງໆທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານກວດຄົນເຂົ້າ-ອອກເມືອງ,ຍ້ອນມີຄະນະພັກ,ຄະນະກອງບັນຊາການ,ຄະນະຫ້ອງສັນຕິບານ , ຄະນະພະແນກຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປກສ ແຂວງຄໍາມ່ວນໄດ້ໃຫ້ທິດຊີ້ນໍາໃກ້ຊິດຕິດແທດຢ່າງເປັນປົກກະຕິ, ຍ້ອນມີຄະນະພັກ, ຄະນະຄຸ້ມຄອງດ່ານອໍານວຍຄວາມສະດວກທາງດ້ານສະຖານທີ່ຫ້ອງການເຮັດວຽກ, ໄຟຟ້າ, ນໍ້າປະປາ ແລະ ອື່ນໆພ້ອມທັງໄດ້ໃກ້ຊິດຕິດແທດຊີ້ນໍາວຽກງານເປັນປະຈໍາ, ຍ້ອນພວກເຮົາມີລະບົບການຈັດຕັ້ງທີ່ເປັນລະບົບຄົບຊຸດບວກໃສ່ກັບບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດໃນການຈັດຕັ້ງປະຕິບັດວຽກງານກວດຄົນເຂົ້າ-ອອກເມືອງ, ຍ້ອນພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດຕະຫຼອດຜູ້ປະກອບການທີ່ໃຊ້ບໍລິການເຂົ້າ-ອອກ ດ່ານສາກົນຂົວມິດຕະພາບ 3 ໃຫ້ຄວາມຮ່ວມມືເປັນຢ່າງດີ.

ສ່ວນດ້ານຂໍ້ຫຍຸ້ງຍາກຍັງມີປະຊາຊົນຜູ້ໂດຍສານ ແລະ ບັນດາຂະແໜງການຕະຫຼອດນັກທຸລະກິດຜູ້ປະກອບການລວມທັງຄົນຕ່າງປະເທດຈໍານວນໜຶ່ງຍັງບໍ່ທັນເຂົ້າໃຈຕໍ່ລະບຽບການເຂົ້າ-ອອກເມືອງເຊິ່ງສະແດງອອກຍັງມີການເຂົ້າ-ອອກບໍ່ຖືກຕ້ອງ, ນໍາໃຊ້ໜັງສືຜ່ານແດນຫຼຸດອາຍຸຕາມທີ່ໄດ້ກໍານົດໄວ້ເປັນຕົ້ນ ຫຼື ຄົນຕ່າງປະເທດເຂົ້າມາພັດບໍ່ໄດ້ເອົາວີຊາເຊິ່ງສ້າງຄວາມຫຍຸ້ງຍາກສັບສົນໃນການກວດກາຄົນເຂົ້າ-ອອກເມືອງ.

ສໍາລັບທິດທາງແຜນການ 6 ເດືອນທ້າຍປີ 2022 ແມ່ນຈະໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານກວດຄົນເຂົ້າ-ອອກເມືອງຕາມຄໍາແນະນໍາ,ຕາມແຈ້ງການຂອງຂັ້ນເທິງ ແລະ ຕາມແຜນທີ່ໄດ້ກໍານົດໄວ້, ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານດ້ວຍຫຼາຍຮູບຫຼາຍວິທີການ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ຊັບຊ້ອນບຸກຄະລາກອນເຂົ້າໃນວຽກງານກວດຄົນເຂົ້າ-ອອກເມືອງ ພ້ອມທັງຂຶ້ນແຜນເປີດຝຶກອົບຮົມວຽກງານກວດຄົນເຂົ້າ-ອອກເມືອງໃຫ້ເຈົ້າໜ້າທີ່ ຕມ ປະຈໍາດ່ານ.