ຈໍາປາສັກ ເອັຟຊີ ຂໍໃສ່ເຕັມວັດຄົມ ມາສເຕີ 7 ລຸ້ນເຂົ້າຮອບຊີງບານເຕະ LFF LAO CUP

89

ທ່ານ ອະນຸກຸນ ສາຍສະໝຸດ ຜູ້ຊ່ວຍຄູ່ຝຶກຂອງ ຈໍາປາສັກ ເອັຟຊີ ເນັ້ນປັບປຸງທີມ ແລະ ຈຸດອ່ອນຈາກລາວລີກ 1 ທີ່ຜ່ານມາກ່ອນວັດຄົມກັບ ມາສເຕີ 7 ເອັຟຊີ ໃນການແຂ່ງຂັນບານເຕະຊີງຂັນ ສຕລ ລາວຟອດ 2022 ( LFF LAO FORD CUP 2022 ) ຮອບ 4 ທີມສຸດທ້າຍໃນວັນທີ 24 ສິງຫາ 2022 ທີ່ຈະແຂ່ງຂັນໃນສະໜາມຈໍາປາສັກ ເອັຟຊີ, ສ່ວນອີກຄູ່ໜຶ່ງ ຊ້າງນ້ອຍ ເອັຟຊີ ພົບ ເອສະຣາ ເອັຟຊີ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16.

ຈໍາປາສັກ ເອັຟຊີ ຖືວ່າສ້າງຜົນງານໄດ້ຫຼຸດຄາດໝາຍ ໃນການແຂ່ງຂັນເປບຊີ ລາວລີກ 1 ລົງສະໜາມໄປ 18 ນັດ ຊະນະໄດ້ພຽງ 3 ນັດ, ສະເໝີິ 4 ແລະ ເສຍເຖິງ 11 ນັດຢູ່ອັນດັບທີ 7 ອັນດັບສຸດທ້າຍຂອງຕາຕະລາງຄະແນນລວມ ໂດຍຕາມຫຼັງອັນດັບ 6 ເຖິງ 2 ຄະແນນ ແລະ ຕາມຫຼັງແຊັມ ຊ້າງນ້ອຍ ເອັຟ ເຖິງ 31 ຄະແນນ ເຊິ່ງໃນນັ້ນແມ່ນບໍ່ສາມາດເກັບໄຊຊະນະໃນບ້ານທີ່ແຂວງຈໍາປາສັກ ໄດ້ເລີຍດີສຸດຄືສະເໝີ, ສ່ວນ 3 ນັດທີ່ຊະນະແມ່ນຊະນະໃນນອກບ້ານ.

ຫຼ້າສຸດ ທ່ານ ອະນຸກຸນ ສາຍສະໝຸດ ຜູ້ຊ່ວຍຄູ່ຝຶກຂອງ ຈໍາປາສັກ ເອັຟຊີ ໃຫ້ສໍາພາດກັບທີມຂ່າວພວກເຮົາທີ່ ແຂວງຈໍາປາສັກ ວ່າ: ສໍາລັບການແຂ່ງຂັນບາເນຕະ ເປບຊີ ລາວລີກ 1 ປີນີ້ທຸກທີມແມ່ນມີເປົ້າໝາຍ ເຊັ່ນດຽວກັບ ຈໍາປາສັກ ພວກເຮົາໄດ້ຕັ້ງເປົ້າໝາຍໄວ້ຄືຕິດ 1 ໃນ 3, ແຕ່ພວກເຮົາເປັນທີມນ້ອງໃໝ່ ແລະ ໃຊ້ແຕ່ນັກເຕະພາຍໃນແຂວງ ໂດຍບໍ່ມີນັກເຕະຕ່າງປະເທດ ເຮັດໃຫ້ທີມພວກເຮົາບໍ່ໄປເຖິງເປົ້າໝາຍ. ຢ່າງໃດກໍຕາມ, ປີນີ້ກໍເປັນປີທີ່ທີ່ສໍາລັບ ນັກເຕະພວກເຮົາທີ່ໄດ້ເກັບກ່ຽວປະສົບການ ແລະ ເອົາຂໍຜິດພາດໃນປີນີ້ໄປ ໄປປັບປຸ່ງຕໍ່ໄປ ແລະ ປີໜ້າຈະເຮັດໃຫ້ດີກວ່ານີ້.

“ ແນ່ນອນພາລະກິດຕໍ່ໄປ ທີມພວກເຮົາມີນັດລົງແຂງ່ຂັນລາຍການ ຊີງຂັນ ສຕລ ໃນວັນທີ 24 ສິງຫາ 2022 ຈະເປີດບ້ານຮັບ ມາສເຕີ 7 ເອັຟຊີ ເປັນນັກເຕະທີມຊາດ ແລະ ຕ່າງປະເທດຫຼາຍ. ຢ່າງໃດກໍຕາມ ພວກເຮົາໄດ້ເບິ່ງເກມການຫຼິ້ນຂອງຄູ່ແຂ່ງ ແລະ ພວກເຮົາຈະກຽມພ້ອມປັບປຸງຈຸດອ່ອນ ລວມເຖິງຈັດນັກເຕະທີ່ດີທີ່ສຸດລົງສະໜາມ ເພື່ອສູ້ກັບ ມາສເຕີ 7 ເອັຟຊີ ໃຫ້ໄດ້ ຖ້າພວກເຮົາເຮັດໄດ້ພວກເຮົາກໍຈະໄດ້ເຂົ້າຮອບຊີງ ເຊິ່ງສິ່ງທີ່ສຸດສໍາຄັນຂໍແຮງໃຈແຟນບານຊາວຈໍາປາສັກມາເຊຍຫຼາຍ ເພື່ອໃຫ້ນັດດັ່ງກ່າວເປັນໄປຕາມຫວັງ ” ຜູ້ຊ່ວຍຄູ່ຝຶກຂອງ ຈໍາປາສັກ ເອັຟຊີ ກ່າວ.

ສໍາລັບ ສະຖິຕິການພົບກັນລະຫວ່າງ ຈໍາປາສັກ ເອັຟຊີ ກັບ ມາສເຕີ 7 ເອັຟຊີ ເຄີຍພົບກັນມາແລ້ວ 3 ນັດໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2022 ກໍຄື: ຮອບຂາໄປ ມາສເຕີ 7 ເອັຟຊ ຊະນະ ຈໍາປາສັກ 4-1, ຮອບຂາກັບ ຈໍາປາສັກ ເອັຟຊີ ສະເໝີກັບ ມາສເຕີ 7 ເອັຟຊີ 1-1 ແລະ ຮອບ 3 ມາສເຕີ 7 ເອັຟຊີ ເອົາຊະນະ ຈໍາປາສັກ ເອັຟຊີ 3-1.

ສໍາລັບ ຜົນການຈັບຫຼາກປະກົບຄູ່ແຂ່ງຂັນ ແລະ ຈະແຂ່ງຂັນໃນວັນທີ 24 ສິງຫາ 2022 ມີດັ່ງນີ້:
-ເວລາ 15:00 ໂມງ ຊ້າງນ້ອຍ ເອັຟຊີ ພົບກັບ ເອສະຣາ ເອັຟຊີ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16
-ເວລາ 15:00 ໂມງ ຈໍາປາສັກ ເອັຟຊີ ພົບ ມາສເຕີ 7 ເອັຟຊີ ທີ່ສະໜາມກີລາແຂວງຈໍາປາສັກ

ໂດຍທີມຊະນະຈະຜ່ານເຂົ້າຮອບ ຮອບຊີງຊະນະເລີດ ແມ່ນຈະແຂ່ງຂັນໃນວັນທີ 28 ສິງຫາ 2022 ລຸ້ນເບິ່ງວ່ານັດຊີງຊະນະເລີດຈະເກີດທີ່ຕ່າງແຂວງ ຫຼື ພາຍໃນນະຄອນຫຼວງວຽງຈັນ ເພາະຖ້າຫາກ ຈໍາປາສັກ ຊະນະ ມາສເຕີ 7 ເອັຟຊີ ໄດ້ນັດຊີງຈະໄປແຂ່ງຂັນທີ່ແຂວງຈໍາປາສັກ, ແຕ່ຖ້າເສຍນັດຊີງກໍຈະໄປແຂ່ງຂັນທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ.

ຂ່າວ: Larh Creators; ຮູບ: LFF