ປ່ອຍລີງກັບສູ່ທຳມະຊາດ ໃຫ້ຊີວິດຄັ້ງທີສອງຂອບໃຈເຈົ້າໜ້າທີ່

44

ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງງອຍ ແຂວງຫຼວງພະບາງ ໄດ້ປ່ອຍສັດປ່າຫວງຫ້າມປະເພດລິງ ຄືນສູ່ປ່າໄມ້ທຳມະຊາດ ເປັນການໃຫ້ຊີວິີດສັດປ່າຄັ້ງທີສອງ ພາຍຫຼັງພົບຜູ້ຄົນເອົາສັດປ່າມາຢູ່ບ່ອນທີ່ບໍ່ຄວນຢູ່.


ໂດຍວັນທີ 19 ສິງຫາ ຜ່ານມານີ້ ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ພິທີປ່ອຍສັດປ່າຫວງຫ້າມ ປະເພດລິງ ຈຳນວນ 2 ໂຕ ຄືນສູ່ທໍາມະຊາດ ຜານາງນອນ, ມີ ທ່ານ ບຸນເມືອງ ໄຊຍະສິດ ເຈົ້າເມືອງ-ເມືອງງອຍ, ພ້ອມດ້ວຍຄະນະ ແລະຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ ແລະອົງການປົກຄອງບ້ານໜອງຂຽວ ເຂົ້າຮ່ວມ.

ພິທີ ທ່ານ ບຸນທັນ ວົງໄພບຸນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ລາຍງານວ່າ: ພາຍຫຼັງໄດ້ຮັບຂໍ້ມູນວ່າມີປະຊາຊົນເອົາສັດປ່າປະເພດຫວງຫ້າມ ໄວ້ຄອບຄອງທີ່ຜິດຕໍ່ລະບຽບກົດໝາຍ, ເຈົ້າໜ້າທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຈື່ງໄດ້ປະສານສົມທົບກັບກອງກວດກາປ່າໄມ້ແຂວງຫຼວງພະບາງ ດຳເນີນການສຶກສາອົບຮົມ ປະຊາຊົນຜູ້ທີ່ໄດ້ຄອບຄອງສັດປ່າຫວງຫ້າມ ປະເພດລີງ ຈຳນວນ 2 ໂຕ ເຊີ່ງເປັນໂຕຜູ້ ແລະໂຕແມ່ ໃຫ້ຄືນພາກສ່ວນທີ່ກ້ຽວຂ້ອງ ເພື່ອຈະໄດ້ຈັດປ່ອຍສັດປ່າຫວງຫ້າມ ໃຫ້ຄືນສູ່ທໍາມາຊາດ.

ຈາກນັ້ນ ທ່ານ ບຸນເມືອງ ໄຊຍະສິດ ໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ້ຽວຂ້ອງ ສຶບຕໍ່ເອົາໃຈໃສ່ລົງກວດກາ ການລັກລອບລ່າສັດ ແລະຊື້ຂາຍສັດປ່າ ທີ່ຜິດກົດໝາຍຢ່າງເປັນປົກກະຕິ, ທັງເອົາໃຈໃສ່ຄຸ້ມຄອງ ແລະອານຸລັກສັດປ່າປະເພດຫວງຫ້າມ, ດ້ວຍການປະຕິບັດບັນດາ ຂໍ້ກຳນົດ, ກົດລະບຽບ, ກົດໝາຍ ກ່ຽວກັບການຫ້າມລ່າສັດນ້ຳ-ສັດປ່າ ທີ່ຫວງຫ້າມ ສ້າງສະຕິ ປົກປັກຮັກສາປ່າໄມ້, ສັດນໍ້າ-ສັດປ່າ ແລະສິ່ງແວດລ້ອມໃຫ້ແກ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ທັງເປັນເຈົ້າການມີສ່ວນຮ່ວມ, ເຮັດໃຫ້ທຳມະຊາດມີຄວາມອຸດົມສົມບູນ ທາງດ້ານສັດນ້ຳ-ສັດປ່າ ເພື່ອໄວ້ໃຫ້ຄົນຮຸ່ນໃໝ່ໄດ້ສຶກສາ ແລະສືບທອດຕະຫຼອດໄປ.

ພາບ ແລະ ຂ່າວ: ສາຍສະໝອນ ຈິດຕະປັນຍາ ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງງອຍ.