ລມຕ ກະຊວງ ອຄ ເຄື່ອນໄຫວເຮັດວຽກຢູ່ພະແນກ ອຄ.ນວ ແລະ ຢ້ຽມຢາມຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ

109

ວັນທີ 23 ສິງຫາ 2022, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມດ້ວຍຄະນະ ປະກອບດ້ວຍຫົວໜ້າຫ້ອງການ ແລະ ບັນດາກົມ ເຄື່ອນໄຫວເຮັດວຽກຢູ່ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ອຄ.ນວ) ຕ້ອນຮັບໂດຍ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ ແລະ ໄດ້ຢ້ຽມຢາມຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ

ໂອກາດທີ່ເຄື່ອນໄຫວເຮັດວຽກຢູ່ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ທ່ານລັດຖະມົນຕີ ມະໄລທອງ ກົມມະສິດ ກໍໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພະແນກ, ສະພາບຜົນກະທົບຈາກເງິນເຟີ້ທີ່ມີຕໍ່ລາຄາສິນຄ້າໃນທ້ອງຕະຫຼາດ ແລະ ຜົນສຳເລັດຫຼາຍດ້ານໃນການຄຸ້ມຄອງລາຄາສິນ ຄ້າໃນທ້ອງຕະຫຼາດ ເຊິ່ງລາຍງານໂດຍ ທ່ານ ນາງ ວັນມະນີ ພິມມະສານ.

ຄະນະລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຮັດວຽກຢູ່ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ

ນອກຈາກນີ້, ທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ໄດ້ລາຍງານກ່ຽວກັບບົດບາດຂອງສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ໃນການສົ່ງເສີມພາກຜູ້ປະກອບການໃນການຜະລິດພາຍໃນ ເພື່ອທົດແທນການນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ ເຊິ່ງທ່ານໄດ້ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງການຈັດຕັ້ງຜັນຂະຫຍາຍ ດຳລັດ 237/ນຍ ໂດຍການສ້າງຕັ້ງສະພາການຄ້າ ແລະ ອຸດສາຫະກຳ ຂັ້ນເມືືອງ ເຊິ່ງໃນປັດຈຸບັນນີີ້ ນະຄອນຫຼວງວຽງຈັນສາມາດສ້າງຕັ້ງສະພາການຄ້າຂັ້ນເມືອງໄດ້ 7 ຕົວເມືອງແລ້ວ ຄາດວ່າພາຍໃນປີ 2022 ນີ້ ຈະສຳເລັດ 100% ການສ້າງຕັ້ງສະພາການຄ້າ ແລະ ອຸດສາຫະກຳ ຂັ້ນເມືອງນີ້ມີຄວາມສຳຄັນຕໍ່ການສ້າງຄວາມເຂັ້ມແຂງຂອງພາກຜູ້ປະກອບການເພາະສະພາການຄ້າຂັ້ນເມືອງ ຈະເປັນທ່າແຮງອັນສຳຄັນໃນການເກັບກຳຂໍ້ມູນ ແລະ ເຕົ້າໂຮມຄວາມສາມັກຄີ ອຸດໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ຄະນະລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຢ້ຽມຢາມຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ

ໃນໂອກາດນີ້ ທ່ານ ມະໄລທອງ ກົມມະສິດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ຕ້ອນຮັບໂດຍ ທ່ານ ບຸນທ່ຽງ ລັດຕະນະວົງ ປະທານ ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ, ທ່ານ ຮອງເຈົ້າເມືອງ ເມືືອງ ໄຊທານີ ແລະ ຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືືອງໄຊທານີ ຮ່ວມໃຫ້ການຕ້ອນຮັບ. ໃນໂອກາດນີ້ ທ່ານ ລັດຖະມົນຕີ ໄດ້ຮັບຟັງການລາຍງານຈາກຜູ້ບໍລິຫານ ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ພາຍຫຼັງເປີດໃຫ້ບໍລິການມາໄດ້ 8 ເດືອນ ເຊິ່ງເຫັນໄດ້ເຖິງຜົນສໍາເລັດຫຼາຍດ້ານ ເຊັ່ນ: ການຈັດສັນຕະຫຼາດໄດ້ຢ່າງເປັນລະບຽບຮຽບຮ້ອຍ, ສະອາດ-ງາມ ຕາ, ມີສິ່ງອຳນວຍຄວາມສະດວກ ທີ່ສຳຄັນແມ່ນທາງຕະຫຼາດໄດ້ເອົາໃຈໃສ່ຕໍ່ຜູ້ບໍລິໂພກ ເປັນຕົ້ນແມ່ນເນັ້ນເລືື່ອງຄວາມ ໂປ່ງໃສ, ການສ້າງທາງເລືອກໃຫ້ແກ່ຜູ້ບໍລິໂພກ ດ້ວຍການຊື້ສິນຄ້າຈາກແຫຼ່ງທີ່ີມີລາຄາຖືກມາສະໜອງໃຫ້ແກ່ພໍ່ຄ້າຊາວ ຂາຍ, ການສົ່ງເສີມການຜະລິດຂອງກຸ່ມ-ສະຫະກອນ ແລະ ນະໂຍບາຍການສົ່ງເສີມບັນດາກຸ່ມ ແລະ ສະຫະກອນໃຫ້ ເຂົ້າມາຂາຍຢູ່ຕະຫຼາດ ແລະ ການສ້າງສິ່ງອຳນວຍຄວາມສະດວກໃນການເກັບຮັກສາສິນຄ້າ ເຊັ່ນ: ສາງແຫ້ງ, ສາງເຢັນ ແລະ ອື່ນໆ.

ຄະນະລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຢ້ຽມຢາມຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ

ໃນໂອກາດດັ່ງກ່າວ ທ່ານຍັງໄດ້ເຈາະຈິ້ມເຖິງລາຍລະອຽດກ່ຽວກັບການຜະລິດ, ການສະໜອງ ແລະ ການຈໍລະຈອນ ສິນຄ້າ ເພືື່ອຊອກຫາປັດໄຈທີ່ມີີຜົນກະທົບຕໍ່ໂຄງປະກອບລາຄາຂອງສິນຄ້າ ເຊິ່ງເຫັນໄດ້ວ່າ ສ່ວນຫຼາຍລາຄາສິນຄ້າມີຜົນ ກະທົບຈາກອັດຕາແລກປ່ຽນ, ບາງລາຍການຜະລິດພາຍໃນກໍ່ຍັງມີບາງສ່ວນທີ່ໄດ້ຮັບຜົນກະທົບຈາກອັດຕາແລກປ່ຽນຢູ່ ຍ້ອນບາງປັດໄຈຍັງໄດ້ນຳເຂົ້າຈາກຕ່າງປະເທດຢູ່. ແຕ່ເມື່ອປຽບທຽບໃສ່ບັນດາປະເທດໃນພາກພື້ນແລ້ວ ເຫັນໄດ້ວ່າປະເທດຕ່າງໆກໍ່ໄດ້ຮັບຜົນກະທົບໃນລັກສະນະດຽວກັນ ບາງລາຍການສິນຄ້າພາຍໃນຂອງພວກເຮົາຍັງເຮັດໄດ້ດີກວ່າບັນດາປະເທດໃກ້ຄຽງ ເຊັ່ນ: ລາຄາຊີ້ນໝູ ຂາຍຍ່ອຍຢູ່ຕະຫຼາດນະຄອນຫຼວງວຽງຈັນ 60.000-65.000 ກີບຕໍ່ກິໂລ ຢູ່ປະເທດໃກ້ຄຽງ 110.000 ກີບຕໍ່ກິໂລ, ລາຄາໄຂ່ໄກ່ ເບີ 1 ລາຄາຂາຍ 58.000 ກີບຕໍ່ແຕະ ລາຄາຢູ່ປະເທດໃກ້ຄຽງ ລາຄາ 60.000 ກີບຕໍ່ແຕະ. ແຕ່ວ່າ ລາຄາສິນຄ້າປະເພດເຂົ້າສານ ເຫັນວ່າລາຄາຂາຍຍັງປັບຕົວຂຶ້ນສູງສົມຄວນ ເຊິ່ງທ່ານກໍໄດ້ໃຫ້ທິດຊີ້ນຳແກ່ ພະແນກອຸດສາຫະກຳ ແລະ ການຄ້າ ແລະ ບັນດາກົມທີ່ກ່ຽວຂ້ອງສືບຕໍ່ຄົ້ນຄວ້າຫາສາເຫດ ແລະ ປັດໄຈ ພ້ອມທັງຄົ້ນຄວ້າຫາມາດຕະການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຫຼາຍ.