ມີ 6 ເຂື່ອນໄຟຟ້າທີ່ມີການປ່ອຍນໍ້າອອກຜ່ານປະຕູນໍ້າລົ້ນ, ຂະນະເຂື່ອນທີ່ມີອ່າງເກັບນໍ້າຫຼາຍແຫ່ງຍັງຢູ່ໃນເກນປົກກະຕິ

94

ຄະນະວິຊາການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສືບຕໍ່ປະສານງານກັບ ກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານກ່ຽວກັບ ສະພາບບໍລິຫານນໍ້າໃນອ່າງເກັບນໍ້າຂອງເຂື່ອນ ໃນທົ່ວປະເທດ ປະຈໍາວັນທີ 23 ສິງຫາ 2022ດັ່ງລາຍລະອຽດລຸ່ມນີ້:

ບັນດາເຂື່ອນໄຟຟ້າທີ່ຍັງມີການບໍລິຫານນໍ້າ ຢູ່ໃນສະພາບປົກກະຕິ ໂດຍລວມເຂື່ອນທີ່ມີອ່າງເກັບນໍ້າຫຼາຍແຫ່ງຍັງຢູ່ໃນເກນປົກກະຕິ, ສໍາລັບເຂື່ອນທີ່ເປັນຝ່າຍນໍ້າລົ້ນ, ນໍ້າໄຫຼລົ້ນສັນເຂື່ອນຖືເປັນເລື່ອງປົກກະຕິ ເນື່ອງຈາກເຂື່ອນປະເພດດັ່ງກ່າວອະນຸຍາດໃຫ້ນໍ້າໄຫຼຜ່ານສັນເຂື່ອນໃນເວລາທີ່ນໍ້າເຕັມອ່າງ ເຊິ່ງອາດຈະເຮັດໃຫ້ປະລິມານນໍ້າຢູ່ທ້າຍເຂື່ອນເພີ່ມຂຶ້ນເລັກນ້ອຍ ແຕ່ບໍ່ມີຜົນກະທົບ.
ສ່ວນບັນດາເຂື່ອນໄຟຟ້າທີ່ມີການປ່ອຍນໍ້າອອກຜ່ານປະຕູນໍ້າລົ້ນ ມີ 6 ເຂື່ອນ (ເຝົ້າລະວັງ) ຄື:
1. ເຂື່ອນໄຟຟ້ານໍ້າລີກ 1-2 ຍັງສືບຕໍ່ລະບາຍນໍ້າຜ່ານປະຕູນໍ້າລົ້ນ (Spillway) ສະເລ່ຍ 185,30 ແມັດກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 115,90 ແມັດກ້ອນຕໍ່ວິນາທີ ລວມທັງໝົດ 223,46 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ລະດັບນໍ້າ ສະຖານີບ້ານສາມໝື່ນ ເມືອງເຟືອງ ເພີ່ມຂຶ້ນ 1,15 ແມັດ ຈາກລະດັບ 2,50 ແມັດ ໃນມື້ຜ່ານມາ ມາເປັນ 3,65 ແມັດໃນມື້ນີ້ ເຊິ່ງທຽບກັບລະດັບນໍ້າເຕືອນໄພ 8,00 ແມັດ ແລະ ລະດັບນອັດຕະລາຍ 9,00 ແມັດ ຖືວ່າຍັງຕໍ່າຫຼາຍ ເຊິ່ງເຫັນວ່າລະດັບນໍ້າບໍ່ມີການເໜັງຕີງຫລາຍ ແລະ ບໍ່ມີຜົນກະທົບຕໍ່ ປະຊາຊົນທີ່ອາໃສຢູ່ຕອນລຸ່ມຂອງເຂື່ອນໄຟຟ້າ.
2. ເຂື່ອນນໍ້າໄຟຟ້ານໍ້າຄານ 2 ຍັງສືບຕໍ່ລະບາຍນໍ້າຜ່ານປະຕູນໍ້າລົ້ນ (Spillway) ສະເລ່ຍ 164,72 ແມັດກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 53,10 ແມັດກ້ອນຕໍ່ວິນາທີລວມທັງໝົດ 217,82 ແມັດກ້ອນຕໍ່ວິນາທີ ເຊິ່ງໄຫຼລົງໃສ່ ອ່າງເກັບນໍ້າເຂື່ອນນໍ້າຄານ 3.

ຮູບປະກອບເຂື່ອນນ້ຳງື່ມ

3. ເຂື່ອນໄຟຟ້ານໍ້າຄານ 3 ຍັງສືບຕໍ່ລະບາຍນໍ້າຜ່ານປະຕູນໍ້າລົ້ນ (Spillway) ສະເລ່ຍ 188,63 ແມັດກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 86,18 ແມັດກ້ອນຕໍ່ວິນາທີ ລວມທັງໝົດ 274,81 ແມັດກ້ອນຕໍ່ວິນາທີ ເຊີງ ລະດັບນໍ້າຢູ່ກ້ອງເຂື່ອນ ຢູ່ສະຖານີແທກນໍ້າຢູ່ ບ້ານມີໄຊ ຫຼຸດລົງ 0,39 ແມັດ ຈາກລະດັບ 1,65 ແມັດ ໃນມື້ຜ່ານມາ ມາເປັນ 1,26 ແມັດ ໃນມື້ນີ້ ເຊິ່ງທຽບກັບລະດັບນໍ້າເຕືອນໄພ 9 ແມັດ ແລະ ລະດັບນໍ້າອັດຕະລາຍ 9,30 ແມັດ ຖືວ່າຍັງຕໍ່າຫຼາຍ ເຊິ່ງເຫັນວ່າລະດັບນໍ້າບໍ່ມີການເໜັງຕີງຫລາຍ ແລະ ບໍ່ມີຜົນກະທົບຕໍ່ ປະຊາຊົນທີ່ອາໃສຢູ່ຕອນລຸ່ມຂອງເຂື່ອນໄຟຟ້າ.
4. ເຂື່ອນນໍ້າອູ 6 ໄດ້ລະບາຍນໍ້າຜ່ານປະຕູນໍ້າລົ້ນ (Spillway) ສະເລ່ຍ 189 ແມັດກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) 75 ແມັດກ້ອນຕໍ່ວິນາທີ ລວມທັງໝົດ 264 ແມັດກ້ອນຕໍ່ວິນາທີ ເຊິ່ງໄດ້ໄຫຼລົງສູ່ອ່າງເກັບນໍ້າຂອງເຂື່ອນນໍ້າອູ 5.
5. ເຂື່ອນນໍ້າອູ 05 ໄດ້ລາຍນໍ້າຜ່ານປະຕູນໍ້າລົ້ນ (Spillway) ສະເລ່ຍ 320 ແມັດກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 119 ແມັດກ້ອນຕໍ່ວິນາທີ ລວມທັງໝົດ 439 ແມັດກ້ອນຕໍ່ວິນາທີ ເຊິ່ງໄດ້ໄຫຼລົງເຂົ້າອ່າງເກັບນໍ້າຂອງເຂື່ອນນໍ້າອູ 04, 03, 02 ແລະ 01 (ເຂື່ອນໄຟຟ້າທີ່ເປັນຝາຍນໍ້າລົ້ນ) ຕາມລໍາດັບ ເຊິ່ງປະລິມານນໍ້າໄດ້ຖືກຄວບຄຸມ ແລະ ບໍ່ມີຜົນກະທົບຕໍ່ ປະຊາຊົນທີ່ອາໃສຢູ່ຕອນລຸ່ມຂອງເຂື່ອນໄຟຟ້າ.

ພາບປະກອບ

6. ເຂື່ອນນໍ້າເທີນ 1 ໄດ້ລະບາຍນໍ້າຜ່ານປະຕູນໍ້າລົ້ນ 339,63 ແມັດກ້ອນຕໍ່ວິນາທີ ແລະ ຜ່ານເຮືອນຈັກ (Power house) ສະເລ່ຍ 340,41 ແມັດກ້ອນຕໍ່ວິນາທີ ລວມທັງໝົດ 680,04 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ລະດັບນໍ້າ ສະຖານີບ້ານປາກກະດິງ ເມືອງປາກກະດິງ ຫຼຸດລົງ 0,79 ແມັດ ຈາກລະດັບ 9,11 ແມັດ ໃນມື້ຜ່ານມາເປັນ 8,32 ແມັດໃນມື້ນີ້ ເຊິ່ງທຽບກັບລະດັບນໍ້າເຕືອນໄພ 13,75 ແມັດ ແລະ ລະດັບນໍ້າອັນຕະລາຍ 14.75 ແມັດ ຖືວ່າຍັງຕໍ່າຫຼາຍ ເຊິ່ງເຫັນວ່າລະດັບນໍ້າບໍ່ມີການເໜັງຕີງຫລາຍ ແລະ ບໍ່ມີຜົນກະທົບຕໍ່ ປະຊາຊົນທີ່ອາໃສຢູ່ຕອນລຸ່ມຂອງເຂື່ອນໄຟຟ້າ.