ຈີນ ເລີ່ມສົ່ງມອບລົດໄຟຄວາມໄວສູງໃຫ້ອິນໂດເນເຊຍ

35

ສຳນັກຂ່າວຊິນຮວາ ລາຍງານໃນວັນທີ 22 ສິງຫາ 2022 ວ່າ ບໍລິສັດ CRRC ຊິງເຕົ່າ ຊືຝາງ, ຜູ້ອອກແບບ ແລະ ຜະລິດຂະບວນລົດໄຟຄວາມໄວສູງສະໜອງໃຫ້ແກ່ໂຄງການກໍ່ສ້າງທາງລົດໄຟ ຄວາມໄວສູງສາຍຈາກາຕາ – ບັນດຸງຂອງອິນໂດເນເຊຍ ເຊິ່ງເປັນສ່ວນໜຶ່ງໃນຂໍ້ລິເລີ່ມ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ຂອງລັດຖະບານຈີນ ໂດຍບໍລິສັດໄດ້ເລີ່ມຂົນສົ່ງຂະບວນລົດໄຟຄວາມໄວສູງໃຫ້ແກ່ໂຄງການດັ່ງກ່າວແລ້ວ.

May be an image of train and railroad

ທັງນີ້, ຂະບວນລົດໄຟຊຸດທຳອິດຈະເຖິງນະຄອນຫຼວງຈາກາຕາ ໃນທ້າຍເດືອນສິງຫານີ້ ແລະ ຈະດຳເນີນການສົ່ງມອບຂະບວນລົດໄຟສ່ວນທີ່ເຫຼືອທັງໝົດໃນຕົ້ນປີໜ້າ, ໂດຍຂະບວນລົດໄຟດັ່ງກ່າວ ໄດ້ນຳໃຊ້ເຕັກໂນໂລຊີຂັ້ນສູງຂອງລົດໄຟຫົວກະສຸນ ຝູຊິງ ເຊິ່ງມີ ຄວາມໄວຢູ່ທີ່ລະດັບ 350 ກິໂລແມັດຕໍ່ຊົ່ວໂມງ ໄດ້ຮັບການອອກແບບ ແລະ ຜະລິດຕາມມາດຕະຖານຂອງຈີນ ປະຍຸກໃຫ້ເຂົ້າກັບສະພາບແວດລ້ອມ ແລະ ສະພາບເສັ້ນທາງ ຕະຫຼອດຮອດວັດທະນະທຳທ້ອງຖິ່ນຂອງອິນໂດເນເຊຍ.

May be an image of 2 people and railroad

ທາງລົດໄຟຄວາມໄວສູງສາຍຈາກາຕາ – ບັນດຸງ ຈະເຊື່ອມຕໍ່ນະຄອນຫຼວງຈາກາຕາ ແລະ ເມືອງບັນດຸງ ເຊິ່ງເປັນເມືອງທ່ອງທ່ຽວຍອດນິຍົມອີກແຫ່ງຂອງອິນໂດເນເຊຍ ມີໄລຍະທາງ 142 ກິໂລແມັດ.