ຕະຫຼາດແຮງງານຂອງຫວຽດນາມ ກຳລັງຟື້ນຕົວຢ່າງເຂັ້ມແຂງ

34

ສຳນັກຂ່າວ VOVWORLD ລາຍງານໃນວັນທີ 22 ສິງຫາ 2022 ວ່າ ຕະຫຼາດແຮງງານ ຫວຽດນາມ ກຳລັງຟື້ນຕົວເທື່ອລະກ້າວ ກາຍເປັນທ່າແຮງສຳຄັນໃນການພັດທະນາເສດຖະກິດ – ສັງຄົມຂອງປະເທດ.

May be an image of 2 people and people standing

ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ສສ ຫວຽດນາມ ກ່າວຕໍ່ກອງປະຊຸມ “ ພັດທະນາຕະຫຼາດແຮງງານຢ່າງມີໄຫວພິບ, ທັນສະໄໝ, ຍືນຍົງ ແລະ ເຊື່ອມໂຍງ ເຂົ້າກັບສາກົນ ”, ໄດ້ຍົກໃຫ້ເຫັນວ່າໃນຊຸມປີຜ່ານມາ, ຕະຫຼາດແຮງງານຂອງຫວຽດນາມ ໄດ້ມີບາດກ້າວພັດທະນາທີ່ໜ້າປະທັບໃຈ ແລະ ນັບມື້ຍັບເຂົ້າໃກ້ກັບມາດຕະຖານຕະຫຼາດແຮງງານສາກົນເທື່ອລະກ້າວ.

May be an image of 3 people and indoor

ປັດຈຸບັນ, ຕະຫຼາດແຮງງານຂອງຫວຽດນາມ ກຳລັງຟື້ນຕົວໄວພໍສົມຄວນ ນັບທັງໃນກຳລັງຜູ້ອອກແຮງງານ ແລະ ການສ້າງວຽກເຮັດງານທຳ, ປັດຈຸບັນຫວຽດນາມ ມີຜູ້ຢູ່ໃນໄວກຳລັງອອກແຮງງານທັງໝົດ 51,4 ລ້ານຄົນ ເພີ່ມຂຶ້ນ 4 ແສນຄົນ ເມື່ອທຽບໃສ່ປີຜ່ານມາ. ອັດຕາເຂົ້າຮ່ວມຂອງກຳລັງແຮງງານ ເພີ່ມຂຶ້ນ 0,6%, ຂະນະທີ່ລາຍຮັບສະເລ່ຍຂອງຜູ້ອອກແຮງງານໃນໄລຍະ 6 ເດືອນຕົ້ນປີ ເພີ່ມຂຶ້ນ 5,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.