ອາເຕຕ້າ ໃຫ້ເຄດິດ ເຈຊຸສ ຊ່ວຍໃຫ້ ອາເຊນອລ ງັດຟອມເກັ່ງເກັບໄຊຊະນະ 3 ນັດລວດເປີດລະດູການ

36

ມິເກລ ອາເຕຕ້າ ຜູ້ຈັດການທີມຂອງ ອາເຊນອລ ກ່າວຍ້ອງຍໍຊົມເຊີຍ ກາບຣຽລ ເຈຊຸສ ກອງໜ້າຄົນໃໝ່ຂອງທີມທີ່ຫາກໍຍ້າຍມາຈາກ ແມນເຊັສເຕີ ຊິຕີ້ິ້ ມາຊ່ວຍຍົກລະດັບຄວາມສາມາດຂອງ ອາເຊນອລ ໄດ້ຢ່າງໂດດເດັ່ນ ຈົນສາມາດພາທີມເກັບໄຊຊະນະ 3 ນັດລວດໃນຕົ້ນລະດູການຂອງການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ລະດູການ 2022-2023.

ອາຕາຕ້າ ກ່າວວ່າ: ຕອນນີ້ ອາເຊນອລ ຢູ່ໃນຄວາມໝັ້ນໃຈ, ຫຼິ້ນດ້ວຍຄວາມມຸຸ່ງໝັ້ນທີຈະຊະນະ ແລະ ຄວາມໂດດເດັ່ນໃນເກມ ເຊິ່ງ ເຈຊຸສ ມີບົດບາດສໍາຄັນໃນເລື່ອງນີ້ ລາວສູ້ເພື່ອຍາດບານ ດ້ວຍທັກສະທີ່ໂດດເດັ່ນ ແລະ ຄວາມມີຊີວິດຊີວາຂອງລາວ ສົ່ງຜ່ານໄປໃຫ້ເພື່ອນຮ່ວມທີມໄດ້ເປັນຢ່າງດີ ເຊິ່ງນັດຫຼ້າສຸດທີ່ຊະນະ ບອນມັດ 3-0 ເຈຊຸສ ເຖິງວ່າລາວຈະບໍ່ສາມາດຍິງໄດ້ ແຕ່ກໍມີສ່ວນຮ່ວມກັບທຸກໆປະຕູ.

ສໍາລັບ ເຈຊຸສ ປັດຈຸບັນແມ່ນອາຍຸ 25 ປີ ເຄີິຍມີປະສົບການໃນການຄວ້າແຊັມ ພຣີເມຍລີກ ອັງກິດ 4 ສະໄໝ, ແຊັມ ເອັຟຄັບ 1 ສະໄໝ ແລະ ແຊັມ ຄາຣາບາວ ຄັບ ອີກ 3 ສະໄໝ ຕອນຢູ່ກັບ ແມນເຊັສເຕີ ຊິຕີ້ ໂດຍສິ່ງນີ້ ອາເຕຕາ ບອກວ່າ ຈະເປັນສິ່ງສໍາຄັນໃນການພາ ອາເຊນອລ ສູ່ຄວາມສໍາເລັດ ເຖິງວ່າການເປັນແຊັມນັ້ນມັນຍາກ ແຕ່ປະສົບການຂອງລາວ ແລະ ການເປັນແບບຢ່າງທີ່ດີໃຫ້ກັບເພື່ອນຮ່ວມທີມຄົນອື່ນໆ ຈະເປັນສິ່ງທີິ່ດີທີ່ສຸດໃນການຊ່ວຍທີມ.

ຜົນງານຂອງ ເຈຊຸສ ຖືວ່າໂດດເດັ່ນໃນ 3 ນັດທໍາອິດກັບ ອາເຊນອລ ໂດຍນັດທໍາອິດພາ ອາເນຊອລ ເອົາຊະນະ ຄຣິສຕັນ ພາເລຊ 2-0, ນັດທີ 2 ພາ ອາເຊນອລ ເລສເຕີ ຊິຕີ້ 4-2 ນັດນີ້ຍິງໄດ້ 2 ປະຕູ ກັບ ສົ່ງບານໃຫ້ໝູ່ຍິງອີກ 2 ປະຕູ ແລະ ນັດຫຼ້າສຸດ ພາ ອາເຊນອລ ເອົາຊະນະ ບອນມັດ 3-0 ນັດນີ້ມີສ່ວນຊ່ວຍໃຫ້ທີມຍິງໄດ້ທຸກປະຕູ ຈາກຜົນດັ່ງກ່າວເຮັດໃຫ້ ອາເຊນອລ ເກັບເພີ່ມເປັນ 9 ຄະແນນຈາກ 3 ນັດແຊງຂຶ້ນນໍາກຸ່ມແບບດ່ຽວໆ ໂດຍມີ ແມນເຊັສເຕີ ຊິຕີ້, ລີດ ຢູໄນເຕັດ, ທ໊ອດແນມ ຮ໊ອດສະເປີ ແລະ ໄບຣຕັນ ຕາມາຕິດໆຈາກການມີ 7 ຄະແນນເທົ່າກັນທັງ 4 ທີມ.