ອົງການ FAO ປ່ອຍແນວພັນປາໃສ່ນາເຂົ້າໃຫ້ ຊາວກະສິກອນຕົວແບບ 14 ທ່ານ ຢູ່ເມືອງສະໜາມໄຊ 

48

ວັນທີ 16 ສິງຫາ 2022  ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ມອບແນວພັນປາໃສ່ນາເຂົ້າ ຈຳນວນ 28.000 ໂຕ ໃຫ້ແກ່ ຊາວກະສິກອນຕົວແບບ 14 ທ່ານ ໃນ 7 ບ້ານເປົ້າໝາຍ ໃນເມືອງສະໜາມໄຊ ເຊິ່ງໄດ້ຈັດພິທີມອບ-ຮັບ ຢູ່ບ້ານດອນໄຜ່.

ພິທີດັ່ງກ່າວເປັນສ່ວນໜຶ່ງຂອງກິດຈະກຳການລ້ຽງປາໃນນາເຂົ້າ ທີ່ຈັດຕັ້ງປະຕິບັດພາຍໃຕ້ໂຄງການ “ສ້າງຄວາມທົນທານຕໍ່ດິນຟ້າອາກາດ ແລະ ລະບົບກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ ແລະ ການດຳລົງຊີວິດຢູ່ແຂວງອັດຕະປື” (Climate REAL) ເຊິ່ງໄດ້ຮັບທຶນຈາກອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA).

ພິທີມອບ-ຮັບແນວພັນປາດັ່ງກ່າວ ມີ ທ່ານ ນາງ ພູດອນ ຈູມມະລີ, ຮອງເຈົ້າເມືອງສະໜາມໄຊພ້ອມຜູ້ເຂົ້າຮ່ວມ 22 ທ່ານທີ່ເປັນຜູ້ຕາງໜ້າຈາກຫ້ອງການກະສິກຳ ແລະ ປ່າໄມ້ແຂວງ ແລະ ເມືອງ, ອົງການ FAO, KOICA PIU, ນາຍບ້ານ ແລະ ຊາວບ້ານທີ່ໄດ້ຮັບຜົນປະໂຫຍດຈາກການລິເລີ່ມດັ່ງກ່າວ.

ທ່ານຮອງເຈົ້າເມືອງສະໜາມໄຊ ໄດ້ມີຄຳເຫັນຊີ້ນຳໃຫ້ຜູ້ທີ່ໄດ້ຮັບຜົນປະໂຫຍດ ຈົ່ງເອົາໃຈໃສ່ເບິ່ງແຍງ ລ້ຽງລູກປາຢ່າງຈິງຈັງ ແລະ ນຳໃຊ້ໂອກາດນີ້ ເພື່ອຮຽນຮູ້ເຕັກນິກຕ່າງໆໃນການເຮັດກິດຈະກໍາການລ້ຽງປາໃນນາເຂົ້າ. ລູກປາທີ່ປ່ອຍປະກອບມີ ປາປາກ, ປານິນ ແລະ ປາໄນ. ຊາວກະສິກອນທີ່ໄດ້ຮັບຜົນປະໂຫຍດທັງໝົດ 103 ຄົນ ທີ່ຢູ່ໃນກຸ່ມກະສິກອນແບບປະສົມປະສານ ຈະໄດ້ຮຽນຮູ້ວິທີການເຮັດນາ ແລະ ລ້ຽງປາໃນນາເຂົ້າ ໃນທົ່ວຟາມສາທິດ 14 ແຫ່ງ ແລະ ຈະໄດ້ຮັບລູກປາໃນປີ 2023, ພາຍຫຼັງສໍາເລັດການຮຽນຮູ້ທີ່ຍາວນານ.

ຫົວໜ້າຫ້ອງການ DAFO ສະໜາມໄຊ ຍັງໄດ້ໃຫ້ແຮງບັນດານໃຈໃຫ້ແກ່ຊາວກະສິກອນຕົວແບບ 14 ທ່ານ ທີ່ມາຈາກ ບ້ານຄັງ, ຈູມໂພຍ, ອິນທີ, ດອນເສືອ, ດອນໄຜ່, ດອນາສູງ ແລະ ອຸດົມໄຊ ໃຫ້ເອົາໃຈໃສ່ລ້ຽງແນວພັນປາເຫຼົ່ານັ້ນໃຫ້ເຕີບໃຫຍ່ ສາມາດນຳໄປເປັນບົດຮຽນໃນວັນຂ້າງໜ້າ ທັງເຮັດໃຫ້ການລ້ຽງປາກາຍເປັນສິນຄ້າສຳລັບຊາວກະສິກອນຜູ້ເຮັດນາ. ຫວັງວ່າຜົນຂອງກິດຈະກໍານີ້ຈະຊ່ວຍຍົກລະດັບຊີວິດການເປັນຢູ່ຂອງຊາວບ້ານໄດ້ລະດັບໜຶ່ງ.