ທົ່ວປະເທດ ມີທຸລະກິດທີ່ນໍາໃຊ້ລະບົບ TaxRIS ແລ້ວ 99.419 ຫົວໜ່ວຍ

74

ລັດຖະບານ ສຸມໃສ່ຫັນການຈັດເກັບລາຍຮັບຂອງລັດຖະບານ ເຂົ້າສູ່ລະບົບທັນສະໄໝເທື່ອລະກ້າວ ທັງນີ້ກໍເພື່ອຮັບປະກັນຄວາມເປັນລະບຽບຮຽບ, ຫຼຸດຜ່ອນການຮົ່ວໄຫຼ ແລະ ແນໃສ່ອຳນວຍຄວາມສະດວກໃຫ້ແກ່ບັນດາຫົວໜ່ວຍຜູ້ປະກອບການທັງຫຼາຍ, ເຊິ່ງຜ່ານມາກະຊວງການເງິນ ແມ່ນໄດ້ເລັ່ງຕິດຕັ້ງລະບົບແຈ້ງພາສີແບບເອເລັກໂຕຣນິກ ASYCUDA ຢູ່ 26 ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ, ພ້ອມທັງໃຫ້ຫົວໜ່ວຍທຸລະກິດ ເຂົ້າໃນລະບົບຄຸ້ມຄອງອາກອນແບບທັນສະໄໝ TaxRIS ແລ້ວ ຈໍານວນ 99.419 ຫົວໜ່ວຍ ຈາກຈໍານວນທັງໝົດ 131.688 ຫົວໜ່ວຍ, ຂະນະທີ່ຍັງມີຫົວໜ່ວຍທຸລະກິດຍັງຖືບັນຊີ 24.659 ຫົວໜ່ວຍ.

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນເມື່ອບໍ່ດົນມານີ້ວ່າ: ມາຮອດປັດຈຸບັນ ຜົນສໍາເລັດການນໍາໃຊ້ເຄື່ອງມືທັນສະໄໝໃນການຄຸ້ມຄອງເກັບລາຍຮັບ ໃນນັ້ນໄດ້ນໍາໃຊ້ລະບົບແຈ້ງພາສີແບບເອເລັກໂຕຣນິກ ASYCUDA ຢູ່ 26 ດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ, 6 ຈຸດ ຢູ່ເຂດເສດຖະກິດພິເສດ ແລະ ຈໍານວນ 50 ຈຸດ ຢູ່ບັນດາບໍລິສັດ, ພ້ອມທັງ ສໍາເລັດການພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window): ໂມດູນຄຸ້ມຄອງໃບຂົນສົ່ງແບບເອເລັກໂຕຼນິກ (Manifest) ລວມທັງການຂົນສົ່ງທາງອາກາດລະຫວ່າງປະເທດ (IATA) ແບບເອເລັກໂຕຣນິກ ໄດ້ທົດລອງນໍາໃຊ້ ຢູ່ດ່ານຂົວມິດຕະພາບ I ໃນ 2 ປະເພດສິນຄ້າ ຄື: ພາຫະນະ ແລະ ນ້ຳມັນເຊື້ອໄຟ ແລະ ພວມດຳເນີນການປັບປຸງ ໃຫ້ກວມເອົາທຸກປະເພດສິນຄ້າ, ເຊິ່ງມາຮອດປະຈຸບັນໄດ້ສໍາເລັດແລ້ວ 80% ຄາດຄະເນ ໃຫ້ໄດ້ນໍາສະເໜີ ແລະ ເປີດທົດລອງການນໍາໃຊ້ລະບົບ Manifest ດ່ານຂົວມິດຕະພາບ I ແລະ ດ່ານທ່າບົກ-ທ່ານາແລ້ງ ໃນທ້າຍເດືອນ ມິຖຸນາ ແລະ ເປີດນໍາໃຊ້ຕົວຈິງ ໃນເດືອນ ກັນຍາ 2022.

ໃນປັດຈຸບັນຫົວໜ່ວຍທຸລະກິດ ໃນທົ່ວປະເທດມີທັງໝົດ ຈໍານວນ 131.688 ຫົວໜ່ວຍ, ໃນນີ້: ໄດ້ເຂົ້າໃນລະບົບຄຸ້ມຄອງອາກອນແບບທັນສະໄໝ TaxRIS ແລ້ວ ຈໍານວນ 99.419 ຫົວໜ່ວຍ, ຖືບັນຊີ ຈໍານວນ 24.659 ຫົວໜ່ວຍ, ເຂົ້າ ອມພ ຈໍານວນ 22.900 ຫົວຫນ່ວຍ, ຈຸນລະວິສາຫະກິດ ຈໍານວນ 45.413 ຫົວຫນ່ວຍ, ອົງການຈັດຕັ້ງຈໍານວນ 3.433 ຫົວຫນ່ວຍ ແລະ ຫົວໜ່ວຍທີ່ມີລາຍຮັບທຸລະກິດ ປະຈໍາປີຕໍ່າກວ່າ 50 ລ້ານກີບລົງມາ ຈໍານວນ 3.014 ຫົວໜ່ວຍ ຍັງສືບຕໍ່ກວດກາ ຈໍານວນ 32.269 ຫົວໜ່ວຍ ເພື່ອຂະຫຍາຍເຂົ້າສູ່ການຄຸ້ມຄອງໃນລະບົບ TaxRIS ຄາດວ່າຈະໃຫ້ສໍາເລັດໃນປີ 2022.
ຫົວໜ່ວຍທຸລະກິດ ແຈ້ງຜ່ານລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRIS) ໃນ 5 ເດືອນ ປີ 2022 ມີຈໍານວນ 43.099 ຫົວໜ່ວຍ ກວມເອົາປະມານ 50% ຂອງຫົວໜ່ວຍວິສາຫະກິດທົ່ວປະເທດ ແລະ ມີເງິນໝູນວຽນໃນການຊຳລະອາກອນປະມານ 7.171,01 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 70%. ພ້ອມດຽວກັນນີ້, ໄດ້ນໍາໃຊ້ລະບົບໂປຣແກຣມບັນຊີ (APIS, Bansi.la) ແລະ ໄດ້ດຳເນີນການຕິດຕັ້ງ ຢູ່ບັນດາຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ທີ່ນອນໃນລະບົບອາກອນມູນຄ່າເພີ່ມ ຈໍານວນ 14.657 ຫົວໜ່ວຍ. ປະຈຸບັນ ໄດ້ສໍາເລັດການທົດລອງການນໍາໃຊ້ແລ້ວ 103 ຫົວໜ່ວຍ ຢູ່ແຂວງຫຼວງພະບາງຈໍານວນ 50 ຫົວໜ່ວຍ, ແຂວງສະຫວັນນະເຂດ 53 ຫົວໜ່ວຍ.

ຜ່ານການທົດລອງເຫັນວ່າມີປະສິດທິຜົນ, ຕົວຢ່າງ: ໂຮງງານຊີມັງ ຢູ່ເມືອງນໍ້າບາກ ໝົດປີ 2021 ເກັບລາຍຮັບໄດ້ພຽງ 2,3 ຕື້ກີບ ກ່ອນບໍ່ທັນໄດ້ຕິດຕັ້ງລະບົບນີ້ ພາຍຫຼັງຕິດຕັ້ງນໍາໃຊ້ລະບົບໂປຣແກຣມບັນຊີດັ່ງກ່າວ ສະເພາະການທົດລອງ 3 ເດືອນຕົ້ນປີ 2022 ສາມາດຄຸ້ມຄອງເກັບລາຍຮັບໄດ້ 2,5 ຕື້ກີບ. ສໍາເລັດການເຊື່ອມຕໍ່ເຄື່ອງບັນທຶກການຂາຍຢູ່ຈຸດຂາຍ ແລະ ບໍລິການ (POS) ຢູ່ບັນດາຫົວໜ່ວຍວິສາຫະກິດ, ຈໍານວນ 108 ຫົວໜ່ວຍ ໄດ້ເຊື່ອມຕໍ່ກັບລະບົບ TaxRIS ເຮັດໃຫ້ສາມາດກວດສອບການດໍາເນີນທຸລະກິດເພື່ອເອົາຖານຂໍ້ມູນດັ່ງກ່າວມາໄລ່ລຽງ ອມພ ແລ້ວຈົດເປັນລາຍຮັບ ຢ່າງຖືກຕ້ອງຄົບຖ້ວນ ແລະ ທັນເວລາ.

ຜ່ານການຈັດຕັ້ງປະຕິບັດ ເຫັນໄດ້ວ່າ ຫົວໜ່ວຍທຸລະກິດ ມີການແຈ້ງຖານລາຍຮັບ ແລະ ມອບອາກອນເພີ່ມຂຶ້ນ, ຕົວຢ່າງ: ສຸວັນນີໂຮມເຊັນເຕີ ພາຍຫຼັງທີ່ມີການນໍາໃຊ້ ເຄື່ອງ POS ເຫັນວ່າລາຍຮັບເພີ່ມຂຶ້ນ 5,9 ຕື້ກີບ ເພີ່ມຂຶ້ນ 67,9% ທຽບໃສ່ໄລຍະດຽວກັນ; ພ້ອມດຽວກັນນີ້ຍັງໄດ້ນໍາໃຊ້ລະບົບອອກເລກປະຈໍາຕົວຜູ້ເສຍອາກອນບຸກຄົນ (PTIN) ເພື່ອເປັນພື້ນຖານໃນການເກັບອາກອນລາຍໄດ້ບຸກຄົນທົ່ວໄປ ແລະ ເກັບອາກອນຈາກທຸລະກໍາດີຈິຕອນ, ເຊິ່ງສາມາດອອກໄດ້ ຈໍານວນ 20.886 ລະຫັດທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 9,7% ຫຼື ປະມານ 1.849 ລະຫັດ.

[ຂ່າວ: ຄຳນ້ອຍ]