ພັນທະບັດ ທຫລ ນິຕິບຸກຄົນຊື້ກວມເກືອບເຄິ່ງໜຶ່ງຂອງຍອດລວມ

135

ກ່ອນໜ້ານີ້ ທະນາຄານແຫ່ງ ສປປ ລາວໄດ້ອອກພັນທະບັດເພື່ອຈຳໜ່າຍໃຫ້ສັງຄົມ ໂດຍສະເພາະແມ່ນປະຊາຊົນລາວ ແລະເຫັນວ່າໄດ້ຮັບຄວາມສົນໃຈພໍສົມຄວນ ຈາກວົງເງິນ 5.000 ຕື້ສາມາດຂາຍໄດ້ທັງໝົດ 4.004 ຕື້ກີບ ເທົ່າກັບ 80% ຂອງຈຳນວນທັງໝົດ ໃນນັ້ນຜູ້ຊື້ເກືອບເຄິ່ງໜຶ່ງແມ່ນປະເພດບຸກຄົນ.


ຕາມລາຍງານຈາກຫ້ອງການທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ພັນທະບັດຂອງທະນາຄານແຫ່ງ ສປປ ລາວ ທີ່ໄດ້ນຳອອກມາຈຳໜ່າຍໃນລະຫວ່າງວັນທີ 15 ມິຖຸນາຫາ 17 ສິງຫາ 2022 ລວມເວລາ 45 ວັນລັດຖະການ ເຫັນວ່າຍອດຈຳໜ່າຍທົ່ວປະເທດແມ່ນເປັນໄປຕາມແຜນການ ໂດຍສາມາດບັນລຸໄດ້ 4.004 ຕື້ກວ່າກີບ ຫຼື ເທົ່າກັບ 80% ວົງເງິນທີ່ອອກຈຳໜ່າຍງວດທີ1 ເຊິ່ງປະເພດບຸກຄົນທີ່ຊື້ພັນທະບັດກວມເອົາສັດສ່ວນຫຼາຍເຖິງ 42% ແລະນິຕິບຸກຄົນກວມ 38%.


ການຈຳໜ່າຍພັນທະບັດຂອງທະນາຄານແຫ່ງ ສປປ ລາວແມ່ນໄດ້ດຳເນີນການຜ່ານ 9 ທະນາຄານຄື ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານ ພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ທະນາຄານຮ່ວມທຸລະກິດລາວ-ຫວຍດ, ທະນາຄານຮ່ວມພັດທະນາ, ທະນາຄານ ເອັສທີ, ທະນາຄານພົງສະຫວັນ, ທະນາຄານອຸດສາຫະກຳ ແລະການຄ້າຈີນ, ທະນາຄານເພື່ອການລົງທຶນ ແລະການຄ້າ.


ໃນນີ້ສະເພາະພາກເໜືອໄດ້ຈຳໜ່າຍໃນ 8 ແຂວງຄື ຜົ້ງສາລີ, ຫຼວງພະບາງ, ໄຊຍະບູລີ, ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫົວພັນ ແລະຊຽງຂວາງ ມີຍອດຈຳໜ່າຍລວມທັງໝົດ 1.096 ຕື້ກວ່າກີບ.
ພາກກາງເປີດຈຳໜ່າຍຢູ່ 6 ແຂວງຄື ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ໄຊສົມບູນ, ຄຳມ່ວນ, ສະຫວັນນະເຂດ ມີຍອດຈຳໜ່າຍໃນພາກນີ້ດ້ວຍມູນຄ່າ 2.425 ຕື້ກວ່າກີບ.


ພາກໃຕ້ ລວມມີ 4 ແຂວງທີ່ໄດ້ເປີດຈຳໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວໄດ້ແກ່ ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ມີຍອດຈຳໜ່າຍລວມທັງໝົດ 483 ຕື້ກວ່າກີບ.
ສຳລັບພັນທະບັດທະນາຄານແຫ່ງ ສປປ ລາວແມ່ນເປັນເຄື່ອງມືນະໂຍບາຍທີ່ມີຄວາມປອດໄພທີ່ສຸດ ໂດຍທີ່ີທະນາຄານແຫ່ງ ສປປ ລາວເປັນຜູ້ຮັບປະກັນການຊຳລະຕົ້ນທຶນ ແລະດອກເບ້ຍຕາມທີ່ໄດ້ກຳນົດໄວ້ໃນໃບຢັ້ງຢືນການຖືຄອງພັນທະບັດ.


ການອອກພັນທະບັດທະນາຄານແຫ່ງ ສປປ ລາວ ແມ່ນການນຳໃຊ້ເຄື່ອງມືນະໂຍບາຍເງິນຕາຂອງທະນາຄານກາງ ເພື່ອດຸນດ່ຽງເງິນໃນລະບົບຈໍລະຈອນໃຫ້ສົມຄູ່ກັບລະບົບເສດຖະກິດຂອງ ສປປ ລາວແນໃສ່ຮັບປະກັນສະຖຽນລະພາບທາງດ້ານເງິນຕາແຫ່ງຊາດກໍ່ຄືການແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດການເງິນຂອງປເທດ.