ຂົ້ວກະດູກຂ້າງໃສ່ຫົວສີໃຄ ຕ້ານໄຂ້ຫວັດໃນລະດູຝົນ

48

ຫົວສີໃຄເປັນພືດຢາພື້ນເມືອງ ທີ່ສາມາດໃຊ້ປະກອບອາຫານລາວໄດ້ຫຼາຍປະເພດ ບໍ່ວ່າຈະເປັນອາຫານປະເພດກ້ອຍ, ລາບ, ແກງ ຫຼື ຍຳຕ່າງໆ ແລະ ຍັງມີອາຫານອີກຫຼາຍຢ່າງທີ່ມີສ່ວນປະກອບຂອງຫົວສີໃຄ. ສຳລັບຄໍລຳລາຍການອາຫານມື້ນີ້ ຈະມາປຸງແຕ່ງຂົ້ວກະດູກຂ້າງໃສ່ຫົວສີໃຄຕ້ານໄຂ້ຫວັດໃນລະດູຝົນ.

 


ສ່ວນປະສົມ:
1. ກະດູກຂ້າງ 500 ກຣາມ.
2. ຫົວສີໃຄ 10 ຫົວ.

3. ຫົວຜັກບົ່ວແດງ 5 ຫົວ.
4. ຫົວກະທຽມ 2 ຫົວ.
5. ໃບຂີ້ຫູດ 5 ໃບ.
6. ໝາກເຜັດ 5 – 10 ໜ່ວຍ.
7. ນ້ຳມັນ 2 ບ່ວງແກງ.
8. ນ້ຳປາ 1/2 ບ່ວງແກງ.
9. ນ້ຳສະອິວຂາວ 1/2 ບ່ວງແກງ.
10. ເກືອ 1/2 ບ່ວງກາເຟ.
11. ນ້ຳຕານ 1 ບ່ວງກາເຟ.
12. ນ້ຳມັນຫອຍ 1 ບ່ວງແກງ.
ວິທີປຸງແຕ່ງ:

– ເອົາຫົວຜັກບົ່ວແດງ, ຫົວກະທຽມ ແລະ ໝາກເຜັດໃສ່ຄົກຕຳໃຫ້ລະອຽດ. ຈາກນັ້ນ, ເອົານ້ຳມັນໃສ່ໝໍ້ຄ້າງໄຟປານກາງ ເມື່ອນ້ຳມັນຮ້ອນ ເອົາສ່ວນປະສົມທີ່ຕຳລົງໄປຂົ້ວຈົນຫອມ ຈຶ່ງໃສ່ດູກຂ້າງລົງໄປປຸງລົດດ້ວຍນ້ຳຕານ, ເກືອ, ນ້ຳປາ, ນ້ຳມັນຫອຍ ແລະ ນ້ຳສະອິວຂາວ ພ້ອມທັງຊອຍຫົວສີໃຄ ແລະ ໃບຂີຫູດລົງຂົ້ວຈົນສຸກດີແລ້ວຊີມລົດຊາດຕາມໃຈມັກຕັກໃສ່ຈານພ້ອມເສີບ.
[ ຂໍ້ມູນຈາກ: eayscook.com ]