ສາກໄວ 10ນາທີ ໄປໄດ້ 160ກິໂລແມັດ! ໂລກ້າເລີ່ມເລັ່ງຂະຫຍາຍຕູ້ສາກລົດໄຟຟ້າແບບສາກໄວ ໃຫ້ສາມາດເດີນທາງຕັ້ງແຕ່ ວັງວຽງເຖິງປາກເຊ ໂດຍບໍ່ຕ້ອງຄ້າງຄືນ!”

123

ໂລກ້າ ເລີ່ມເລັ່ງຂະຫຍາຍຕູ້ສາກລົດໄຟຟ້າແບບສາກໄວ ສາກ 10 ນາທີ ໄປໄດ້ 160 ກິໂລແມັດ ໃຫ້ສາມາດເດີນທາງຕັ້ງແຕ່ ວັງວຽງເຖິງປາກເຊ ໂດຍບໍ່ຕ້ອງຄ້າງຄືນ.

ໂລກ້າ ເລີ່ມເລັ່ງຕິດຕັ້ງຕູ້ສາກແບບໄວແລ້ວ ເຊິ່ງຕອນນີ້ແມ່ນໄດ້ເພີ່ມຈຸດສາກແລ້ວທີ່ໂຮງແຮມອິນທິຣາວັງວຽງ (ວັງວຽງ) ແລະ ທີ່ຮ້ານອາຫານ The Kao ໃກ້ກັບລາວ – ໄອເຕັກ ໂດຍຈະເລີ່ມຕິດຕັ້ງຢ່າງຕໍ່ເນື່ອງໄລ່ລົງໄປຈົນເຖິງປາກເຊ ເຮັດໃຫ້ຜູ້ໃຊ້ລົດໄຟຟ້າສາມາດເດີນທາງໄດ້ແບບບໍ່ສະດຸດແນ່ນອນ.

ไม่มีคำอธิบาย

ຕູ້ສາກລົດໄຟຟ້ານັ້ນ ແມ່ນເປັນຕູ້ທີ່ມີກຳລັງໄຟສູງເຖິງ 120 ກິໂລວັດ ທີ່ສາມາດສາກລົດໄຟຟ້າພຽງ 10 ນາທີ ກໍສາມາດເດີນທາງໄປຕໍ່ໄດ້ອີກ 160 ກິໂລແມັດ * ກຽມພ້ອມທຸກການເດີນທາງ. ຕູ້ສາກໂລກ້າຍັງມີທັງຫົວສາກແບບ GB/T ທີ່ຮອງຮັບລົດໄຟຟ້າຈາກປະເທດຈີນ ແລະ ຫົວສາກ CCS Type 2 ທີ່ຮອງຮັບລົດໄຟຟ້າຈາກຢູໂຣບ ລວມທັງລົດໄຟຟ້າໃນອາຊຽນອີກດ້ວຍ ເຊິ່ງກໍໝັ້ນໃຈໄດ້ເລີຍວ່າ ຕູ້ສາກລົດໄຟຟ້າແບບໄວຈາກໂລກ້າ ສາມາດຮອງຮັບລົດໄຟຟ້າໃນສ່ວນໃຫຍ່ເກືອບທຸກຍີ່ຫໍ້ຢ່າງແນ່ນອນ.

ไม่มีคำอธิบาย

ໂດຍໃນຕອນນີ້, ໂລກ້າ ແມ່ນມີຈຸດຕູ້ສາກລົດໄຟຟ້າແລ້ວທັງໝົດ 3 ຈຸດ ເຊິ່ງປະກອບມີທີ່ໂຮງແຮມວຽງຈັນພລາຊາ ນະຄອນຫຼວງວຽງຈັນ, ຮ້ານອາຫານ The Kao ນະຄອນຫຼວງວຽງຈັນ, ໂຮງແຮມອິນທິຣາວັງວຽງ ແລະ ໂລກ້າເອງກໍເລີ່ມເລັ່ງໃນການຕິດຕັ້ງຈຸດຕູ້ສາກບ່ອນອື່ນໆຢ່າງເຕັມທີ່ ໂດຍຈະມີສະຖານີຕັ້ງແຕ່ ວັງວຽງ, ວຽງຈັນ, ປາກຊັນ, ທາງແບ່ງຫຼັກ 20, ທ່າແຂກ, ສະຫວັນນະເຂດ, ທາງແບ່ງນາປົ່ງ ໄປຈົນເຖິງ ປາກເຊ ເຊິ່ງຜູ້ໃຊ້ລົດໄຟຟ້າເອງກໍສະບາຍໃຈໄດ້ເລີຍວ່າ ຕໍ່ໄປນີ້ຈະສາມາດຂັບລົດລົງແຕ່ເໜືອຮອດໃຕ້ໄດ້ແລ້ວແບບສະບາຍໃຈ ເພາະມີຕູ້ສາກລົດໄຟຟ້າແບບໄວຈາກໂລກ້າ.

ไม่มีคำอธิบาย

ໃນການໃຊ້ງານຕູ້ສາກໂລກ້ານັ້ນ ແມ່ນສາມາດໃຊ້ງານໄດ້ງ່າຍໆຜ່ານແອັບ Loca EV

ເຊິ່ງຈະຮວບຮວມເອົາທຸກການໃຊ້ງານຕູ້ສາກໂລກ້າໄວ້ທີ່ແອັບດຽວ ບໍ່ວ່າຈະເປັນການສາກລົດ, ຈ່າຍຄ່າສາກລົດຜ່ານລະບົບບັດ Credit ຫຼື ຈະເປັນການຕື່ມເງິນຜ່ານ BCEL ONE, ຈອງຕູ້ສາກລົດກ່ອນໄປຮອດ ລວມທັງເບິ່ງຈຸດພິກັດຕູ້ສາກໂລກ້າໄດ້ທຸກຕູ້ທົ່ວປະເທດລາວ.

ດາວໂຫຼດແອັບ Loca EV ເພື່ອບໍ່ພາດການໃຊ້ງານຕູ້ສາກໂລກ້າໄດ້ທີ່:

iOS: https://link.loca.la/LOCA-EV_appstore

Android: https://link.loca.la/LOCA-EV_playstore

Website: https://link.loca.la/ev

* ໄລຍະທາງຂຶ້ນກັບລົດໄຟຟ້າແຕ່ລະລຸ້ນ ແລະ ຍີ່ຫໍ້