ຫຼັງຕື່ນນອນເປັນຕອນທີ່ສຳຄັນທີ່ເຮົາຈະລິເລີ່ມໃນການເຮັດສິ່ງຕ່າງໆ ໂດຍສະເພາະແມ່ນການເລີ່ມຕົ້ນມື້ໃໝ່ທີ່ດີ.
ເຊິ່ງເຄັດລັບທີ່ຈະຫຼຸດນໍ້າໜັກໄດ້ໄວ ແລະ ສຸຂະພາບດີນຳ ບໍ່ໄດ້ຂຶ້ນກັບການອອກກຳລັງກາຍພຽງຢ່າງດຽວ, ແຕ່ມັນຍັງມີຫຼາຍໆຢ່າງ ຫຼາຍໆພຶດຕິກຳທີ່ເຮົາຄວນເຮັດ ແລະ ສ້າງວິໄນໄປນຳ ເຊັ່ນ: ການກິນອາຫານ, ການອາບແສງແດດ, ການຕື່ນນອຍຕົງເວລາ ດັ້ງນີ້ເປັນຕົ້ນ
ມື້ນີ້ຈະມາແນະນໍາ 7 ເຄັດລັບຫຼຸດນໍ້າໜັກແບບງ່າຍໆຫຼັງຕື່ນນອນຕອນເຊົ້າ ມາບອກໃຫ້ທຸກຄົນໄດ້ຮູ້, ເຊິ່ງວ່າຈະມີຫຍັງແດ່ນັ້ນ ເຮົາໄປເບິ່ງນໍາກັນເລີຍ!
1 ຕື່ນນອນຕົງເວລາ.
ການຕື່ນນອນຕົງເວລາໃນທຸກໆມື້ ເປັນການສ້າງວິໄນ ແລະ ສ້າງຄວາມລຶ້ງເຄີຍໃຫ້ແກ່ເຮົາ. ທີ່ສຳຄັນຖ້າເຮົາຕື່ນຕອນ 05:30 ຫຼື 06:00 ໃນທຸກໆມື້ມັນຈະຊ່ວຍເຮັດໃຫ້ເຮົາມີເວລາໃນການເຮັດຫຼາຍສິ່ງຫຼາຍຢ່າງກ່ອນທີ່ຈະໄປວຽກໄປງານປະຈຳ.
2 ດື່ມນໍ້າທັນທີ ການດື່ມນໍ້າທັນທີຫຼັງຕື່ນນອນຈະຊ່ວຍໃຫ້ລະບົບຍ່ອຍອາຫານເຮົາເຮັດວຽກໄດ້ດີຂຶ້ນ
3 ອາບແສງແດດຍາມເຊົ້າ ການອາບແສງແດດຍາມເຊົ້າເປັນການສ້າງພູມຕ້ານທານໃຫ້ຮ່າງກາຍທີ່ດີອີກຢ່າງໜຶ່ງ ແລະ ເປັນວິຕາມິນທີ່ຮ່າງກາຍຕ້ອງການ
4 ອອກກຳລັງກາຍ ແນ່ນອນວ່າການອອກກຳລັງການເປັນສິ່ງທີ່ສຳຄັນເປັນອັນດັບຕົ້ນໆຂອງການທີ່ຈະມີສຸຂະພາບທີ່ດີ ແລະ ຊ່ວຍໃນການຫຼຸດນໍ້າໜັກ.
5 ກິນອາຫານໝັກດອງ ການກິນອາຫານໝັກດອງໃນທີ່ນີ້ບໍ່ໝາຍຄວາມຈະໃຫ້ກິນສົ້ມ ກິນໝາກໄມ້ສົ້ມໃນຕອນເຊົ້າດອກ, ແຕ່ເລືອກກິນອາຫານທີ່ມີກາກໄຍສູງ ເຊັ່ນ: ຜັກກາດດອງ, ໂຢເກິດ
6 ຫຼີກລ້ຽງການກິນນໍ້າຕານ ຂໍ້ນີ້ກໍເປັນສິ່ງທີ່ສຳຄັນບໍ່ໜ້ອຍໄປກວ່າການອອກກຳລັງກາຍເລີຍ. ເພາະສາເຫດຫຼັກໆທີ່ເຮັດໃຫ້ນໍ້າໜັກຂຶ້ນກໍມາຈາກໄຂມັນ ແລະ ນໍ້າຕານ
7 ກິນໝາກໄມ້ ແນ່ນອນວ່າການກິນໝາກໄມ້ເປັນສິ່ງທີ່ສຳຄັນຕໍ່ຮ່າງກາຍບໍ່ໜ້ອຍກວ່າສິ່ງອື່ນໃດ. ເພາະວ່ານອກຈາກໝາກໄມ້ຈະໃຫ້ໂປຣຕີນໃກ້ຄຽງກັບຊີ້ນແລ້ວ ມັນຍັງມີວິຕາມິນທີ່ຈະຊ່ວຍເສີມສ້າງໃຫ້ຮ່າງກາຍແຂງແຮງນຳ ແລະ ເປັນສ່ວນໜຶ່ງຂອງເຄັດລັບການຫຼຸດນໍ້າໜັກນຳອີກ
ສະນັ້ນ, ເມື່ອອ່ານຈົບແລ້ວຢ່າລືມແຊຣ໌ໃຫ້ຄົນທີ່ເຈົ້າຮັກນໍາເດີ້
ຂໍ້ມູນຈາກ: ຫມໍອຸ Wealthylife