ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ສະໜັບສະໜູນໂຄງການສາທິດຕິດຕັ້ງສະຖານີສາກລົດໄຟຟ້າດ້ວຍພະລັງງານແສງຕາເວັນ

107

ສປ ຈີນ ປະເທດເພື່ອນມິດຍຸດທະສາດສືບຕໍ່ຂະຫຍາຍການຮ່ວມມືກັບ ສປປ ລາວເຮົາໃນຂົງເຂດພະລັງງານ ໂດຍຫຼ້າສຸດນີ້ແມ່ນໃຫ້ການສະໜັບສະໜູນໃນການສ້າງຈຸດສາທິດສະຖານີສາກລົດໄຟຟ້າ ເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ລົດໄຟຟ້າລົດແຫ່ງຄວາມເປັນມິດກັບສິ່ງແວດລ້ອມທີ່ກຳລັງໄດ້ຮັບຄຕວາມນິຍົມນັບມື້ສູງຂຶ້ນໃນ ສປປ ລາວ.

ພິທີລົງນາມການຮ່ວມມື (MOC)​ ລະຫວ່າງ ກົມສົ່ງເສີມ ແລະ ປະຢັດພະລັງງານ,​ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ກັບ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ຢຸນນານສາກົນ (ສປ ຈີນ)​ ໄດ້ຈັດຂຶ້ນໃນຕອນເຊົ້າມື້ນີ້ ວັນທີ 19 ສິງຫາ 2022 ຢູ່ຫ້ອງປະຊຸມ 102

ຕາງໜ້າກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ລົງນາມໂດຍ ທ່ານ ຈັນໂທ ມີລັດຕະນາແພງ ຫົວໜ້າກົມສົ່ງ ແລະ ປະຢັດພະລັງງານ ແລະ ຕາງໜ້າບໍລິສັດ CSG-YNIC ລົງນາມໂດຍ ທ່ານ Li Yafei ຫົວໜ້າຄະນະຜູ້ແທນບໍລິສັດ CSG-YNIC ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງ ພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພະນັກງານຂອງທັງສອງຝ່າຍ

ໂຄງການນີ້ ເປັນໂຄງການຊ່ວຍເຫລືອລ້າຂອງບໍລິສັດ CSG-YNIC ໂດຍມີເປົ້າໝາຍເພື່ອທົດລອງຕິດຕັ້ງສະຖານີສາກລົດໄຟຟ້າ ດ້ວຍພະລັງງານແສງຕາເວັນ ທີ່ມີກຳລັງຕິດຕັ້ງ 60 ກິໂລວັດ ເຊິ່ງຈະຕິດຕັ້ງໃສ່ໂຮງຈອດລົດຂອງກະຊວງພະລັງງານ ແລະ ບໍ່ແຮ່ .​ ເມື່ອໂຄງການກໍ່ສ້າງສຳເລັດຈະສ້າງສິ່ງອຳນວຍຄວາມສະດວກ ທັງເປັນການສ້າງຄວາມເຊື່ອໝັ້ນຕໍ່ຜູ້ຊົມໃຊ້ພາຫະນະທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ ເຊິ່ງເປັນນະໂຍບາຍຂອງລັດຖະບານ ໃນການສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມຫັນມານຳໃຊ້ພາຫະນະ ໂດຍສະເພາະລົດໄຟຟ້າ ທົດແທນລົດນຳໃຊ້ນໍ້າມັນນັບມື້ນັບຫລາຍຂື້ນ