ແອລຈີເຣຍ ປະເຊີນກັບໄຟປ່າຄັ້ງຮຸນແຮງ ເສຍຊີວິດແລ້ວ 38 ຄົນ

31

ສຳນັກຂ່າວຕ່າງປະເທດລາຍງານວ່າ ເຫດໄຟປ່າທີ່ກຳລັງລຸກລາມອອກສູ່ວົງກວ້າງຢູ່ທາງພາກເໜືອຂອງ ແອລຈີເຣຍ ໃນຂະນະນີ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 38 ຄົນ ໂດຍຜູ້ເສຍຊີວິດສ່ວນໃຫຍ່ອາໄສຢູ່ໃກ້ຊາຍແດນຕິດກັບຕູນີເຊຍ ເຊິ່ງຂະນະນີ້ໄຟປ່າກຳລັງລຸກລາມຢ່າງຮຸນແຮງ ເນື່ອງຈາກເປັນພື້ນທີ່ແຫ້ງແລ້ງ ແລະ ຮ້ອນອົບເອົ້າ ໂດຍອຸນຫະພູມສະເລ່ຍສູງເຖິງ 48 ອົງສາ.

May be an image of 2 people, people standing, fire and outdoors

ໃນຂະນະດຽວກັນ ມີລາຍງານວ່າ ມີຜູ້ໄດ້ຮັບບາດເຈັບປະມານ 200 ຄົນ ຈາກການຖືກໄຟລວກ, ບາງຄົນມີບັນຫາທາງລະບົບທາງເດີນຫາຍໃຈ ເນື່ອງຈາກສູບດົມຄວັນເຂົ້າໄປ.

May be an image of 1 person, fire and outdoors

ລາຍງານລະບຸວ່າ: ຂະນະນີ້ໜ່ວຍກູ້ໄພ ແລະ ເຈົ້າໜ້າທີ່ດັບເພີງຂອງ ແອລຈີເຣຍ ໄດ້ລະດົມກຳລັງ ເພື່ອເຂົ້າສະກັດກັ້ນໄຟປ່າບໍ່ໃຫ້ລຸກລາມອອກສູ່ວົງກວ້າງ, ຂະນະທີ່ປະຊາຊົນຈຳນວນຫຼວງຫຼາຍ ໄດ້ພາກັນອົບພະຍົບອອກຈາກພື້ນທີ່ດັ່ງກ່າວໄປຢູ່ບ່ອນປອດໄພ. ແຕ່ໜ່ວຍກູ້ໄພ ແລະ ເຈົ້າໜ້າທີ່ດັບເພີງຂອງ ແອລຈີເຣຍ ກັງວົນວ່າ ຄື້ນຄວາມຮ້ອນຈະເຮັດໃຫ້ໄຟປ່າເກີດໃໝ່ອີກຫຼາຍຈຸດ.