ມຽນມາ ກຽມນຳເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍ

82

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາຜ່ານມາວ່າ ມຽນມາ ໄດ້ປະກາດກະກຽມນຳເຂົ້ານ້ຳມັນເຊື້ອໄຟໃນລາຄາມິດຕະພາບ ແລະ ມີຄຸນນະພາບ ໂດຍສະເພາະ ນ້ຳມັນແອັດຊັງ ແລະ ກາຊວນ ຈາກຣັດເຊຍ.

No photo description available.

ທັງນີ້, ການຕົກລົງນຳເຂົ້ານ້ຳມັນດັ່ງກ່າວ ເປັນຜົນມາຈາກການເດີນທາງຢ້ຽມຢາມ ຣັດເຊຍ ຢ່າງເປັນທາງການຂອງ ທ່ານ ພົນເອກ ມິນ ອ່ອງ ລາຍ ( Min Aung Hlaing ) ຜູ້ນຳມຽນມາ ແລະ ຍັງມີແຜນສຳຫຼວດພະລັງງານຮ່ວມກັບ ຣັດເຊຍ ແລະ ຈີນ ອີກດ້ວຍ.

May be an image of 1 person

ນອກຈາກນີ້, ທ່ານ ພົນເອກ ມິນ ອ່ອງ ລາຍ ຍັງຕ້ອນຮັບ ທ່ານ Sergei Lavrov ລັດຖະມົນຕີ ກະຊວງການຕ່າງປະເທດຣັດເຊຍ ທີ່ນະຄອນຫຼວງ ເນປີດໍ ເມື່ອຕົ້ນເດືອນສິງຫາຜ່ານມານີ້.