ອາຍຸນ້ອຍແຕ່ກໍຈະສູ້ບໍ່ຖອຍ ເພື່ອຄວ້າມົງໃຫຍ່ຈາກເວທີ Miss Grand Laos 2022 ມີລີ ຢ່າງຈົງຕົວ MGL 10

85

ຍັງເວລາອີກພຽງບໍ່ພໍເທົ່າໃດວັນ ກໍຈະເຖິງວັນປະກາດຜົນການປະກວດຂອງເວທີ Miss Grand Laos 2022 ແລ້ວ ສໍາລັບໃຜທີ່ເຊຍໝາຍເລກໃດຢູ່ ຕ້ອງຮີບຟ້າວໂຫວດ ເພື່ອເປັນກໍາລັງໃຈໃຫ້ກັບນ້ອງໆຜູ້ເຂົ້າຮ່ວມການປະກວດໃນຄັ້ງນີ້ດ້ວຍ ແລະ ຢ່າລືມກົດໂຫວດໃຫ້ສາວນ້ອຍໜ້າຫວານຜູ້ມີຮອຍຍິ້ມສົດໃສຄົນນີ້ນໍາ ນັ້ນກໍຄື ມີລີ ຢ່າງຈົງຕົວ ໝາຍເລກ MGL 10 ປັດຈຸບັນອາຍຸ 18 ປີ, ສ່ວນສູງ 165 ຊັງຕີແມັດ ແລະ ໃນຕອນນີ້ແມ່ນກຳລັງສຶກສາຢູ່ສະຖາບັນບຸນເກີດສຶກສາ ໜຶ່ງໃນຜູ້ເຂົ້າຮອບ 20 ຄົນຈາກເວທີ Miss Grand Laos 2022.

ມື້ນີ້ທີມຂ່າວບັນເທີງມາທໍາຄວາມຮູ້ຈັກສາວງາມຄົນນີ້ໃຫ້ເລິກຂຶ້ນ ໂດຍຜ່ານບົດສໍາພາດນີ້ ເຊິ່ງ ມີລີ ໄດ້ບອກວ່າ: ການເຂົ້າຮ່ວມປະກວດໃນເວທີນາງງາມ ເວທີມິສແກຣນລາວ ນີ້ແມ່ນເປັນເວທີທໍາອິດຂອງນ້ອງ ແລະ ເຫດຜົນທີ່ເຮັດໃຫ້ນ້ອງເອງເລືອກທີ່ຈະມາເຂົ້າຮ່ວມປະກວດໃນເວທີດັ່ກ່າວນີ້ ກໍຍ້ອນວ່າເວທີມິສແກຣນ ແມ່ນກົງກັບສິ່ງທີນ້ອງມັກຄື ຄວາມກ້າສະແດງອອກ ຫຼື ສື່ເຖິງຄວາມເປັນຕົວຕົນຂອງເຮົາຢ່າງແທ້ຈິງນັ້ນເອງ.

ສໍາລັບຄວາມຄາດຫວັງຂອງ ມີລີ ໃນການປະກວດເທື່ອນີ້ ສຳຫຼັບນ້ອງແມ່ນນ້ອງບໍ່ໄດ້ຄາດຫວັງຫຍັງ ກໍເພາະວ່າທີ່ເລືອກມາເວທີນີ້ຍ້ອນຢາກເປີດໂອກາດໃຫ້ຕົວເອງພົບກັບສິ່ງໃໝ່ໆ ແລະ ປະສົບການທີ່ຫຼາກຫຼາຍ ແລະ ນ້ອງເອງກໍເຊື່ອວ່າເວທີ Miss Grand Laos ຈະເປັນເວທີທີ່ໃຫ້ຄວາມຮູ້ ແລະ ປະສົບການໃນຫຼາຍໆດ້ານ ເພື່ອເປັນການຝຶກຝົນໃຫ້ນ້ອງໄດ້ຮຽນຮູ້ ແລະ ນໍາໄປພັດທະນາໃຫ້ດີຂຶ້ນໃນຕໍ່ໜ້າໄດ້.

ຖ້າຖາມເຖິງເລື່ອງຂອງຈຸດເດັ່ນ ຫຼື ຄວາມສາມາດພິເສດທີ່ຕົນເອງມີ ນ້ອງຄິດວ່າຈຸດເດັ່ນຂອງນ້ອງຄືສາຍຕາ ແລະ ຮອຍຍິ້ມທີ່ຈິງໃຈ ເປັນມິດ ເຊິ່ງນ້ອງເອງກໍເຊື່ອໝັ້ນວ່າສິ່ງນີ້ເອງ ຈະສາມາດເອົາຊະນະໃຈທຸກຄົນ ແລະ ຄະນະກໍາມະການໄດ້ແນ່ນອນ.

ຄະຕິປະຈຳໃຈຂອງ ມີລີ ແມ່ນ “ ເພາະສຸດທ້າຍແລ້ວ ຊີວິດຄືການຮຽນຮູ້ທີ່ຈະຍອມຮັບ ແລະ ເຂົ້າໃຈ ບໍ່ວ່າເຮົາຈະຢູ່ໃນໄວໃດ ຫຼື ພົບພໍ້ເລື່ອງໃດກໍຕາມ ”.

ຖ້າຫາກການປະກວດໃນຄັ້ງນີ້ ເຮັດໃຫ້ຄວາມຝັນຂອງນ້ອງເປັນຈິງ ແລະ ນ້ອງສາມາດນໍາເອົາມົງກຸດອັນຊົງຄຸນຄ່າມາຄອບຄອງໄດ້ ສິ່ງໜຶ່ງທີ່ຄິດໄວ້ ນ້ອງຢາກຊ່ວຍເຫຼືອເດັກ ແລະ ຜູ້ອາຍຸສູງ ທີ່ຍັງຂາດເຂີນດ້ານທີ່ພັກອາໄສ.

ສຸດທ້າຍນີ້ ເນື່ອງຈາກເວທີການປະກວດ Miss Grand Laos 2022 ນີ້ ເປັນເວທີທໍາອິດສໍາລັບນ້ອງ, ສະນັ້ນນ້ອງເອງກໍຕ້ອງໄດ້ຮຽນຮູ້ຫຼາຍຢ່າງອາດຈະເຮັດໄດ້ດີແດ່ ຫຼື ມີບາງຢ່າງທີ່ຕ້ອງປັບປຸງ ແຕ່ນ້ອງກໍຈະເຮັດໃຫ້ດີທີ່ສຸດ ຈົນສຸດຄວາມສາມາດ.

ສຸດທ້າຍນີ້ ມີລີເອງກໍຂໍຝາກແຟນໆຂອງເວທີ Miss Grand Laos ທຸກຄົນຊ່ວຍໂຫວດ, ຊ່ວຍເຊຍ ແລະ ເປັນກໍາລັງໃຈໃຫ້ກັບ ມີລີ ໃນທຸກໆຮອບດ້ວຍ MGL10 ລີ ຢ່າງຈົງຕົວ; ຊ່ອງທາງໃນການຕິດຕາມຜົນງານແມ່ນ FB: Meelee Yang.

[  ຮູບ: Meelee Yang ]