ລະດັບນ້ຳຂອງເພີ່ມຂຶ້ນສູງສູດໃນຮອບປີ

105

ລະດັບນ້ຳຂອງຢູ່ຈຸດນະຄອນຫຼວງວຽງຈັນ ລະຫວ່າງວັນທີ 17-18 ສິງຫານີ້ ໄດ້ເພີ່ມຂຶ້ນສູງສຸດໃນຮອບປີ ແຕ່ຍັງບໍ່ທັນກະທົບຕໍ່ເນື້ອກະສິກຳຂອງປະຊາຊົນລຽບຕາມແຄມຝັ່ງນ້ຳຂອງ, ລະດັບນ້ຳຍັງຢູ່ໄກຈຸດເຕືອນໄພ ແລະ ປັດຈຸບັນໄດ້ຄ່ອຍໆຫຼຸດລົງແລ້ວ.


ຈາກການລົງຕິດຕາມຕົວຈິງສະພາບນ້ຳຂອງຂຶ້ນ ໃນຕອນເຊົ້າຂອງວັນທີ 18 ສິງຫາ 2022 ນີ້ ເຂດເມືອງຫາດຊາຍຟອງເຊັ່ນ: ບ້ານແກ້ງບາງ, ນາທາມ, ຫາດກັນຊາ, ຫາດດອກແກ້ວ ເຊິ່ງເປັນບ້ານທີ່ຕິດແຄມນ້ຳຂອງ ແລະ ເນື້ອທີ່ຂ້ອນຂ້າງເປັນດິນຕ່ຳ ແຕ່ເຫັນວ່າລະດັບນ້ຳຂອງແມ່ນໃກ້ທີ່ຈະລົ້ນຝັ່ງ ຄາດຍັງປະມານ 2 ແມັດ. ແຕ່ຢ່າງໃດກໍຕາມ, ຈາກການສຳພາດ ທ່ານ ອຸດົມ ລາດນິຍົມ ປະຊາຊົນບ້ານຫາດກັນຊາ ໃຫ້ຮູ້ວ່າ: ນ້ຳຂອງ ວັນທີ 17 ສິງຫາ ຜ່ານມາ ຖືເປັນການຍື່ງຂຶ້ນສູງສຸດໃນຮອບປີນີ້ ແລະ ມາໃນຕອນທ່ຽງຂອງວັນທີ 18 ສິງຫາ ລະດັບນ້ຳເຫັນວ່າໄດ້ຫຼຸດລົງໄວເກືອບ 1 ແມັດ ຈົນເຮັດໃຫ້ເຮືອຫາປາຂອງຊາວບ້ານຕິດຄ້າງຢູ່ເທິງບົກ.


ທ່ານ ນາງ ບຸດສະດີ ປະຊາຊົນບ້ານຫາດກັນຊາ ກ່າວວ່າ: 2-3 ວັນຜ່ານມານີ້ ລະດັບນ້ຳຂອງແມ່ນມີການຂຶ້ນໄວ-ລົງໄວ ຢູ່ຕະຫຼອດ ອາດເປັນເພາະທາງເໜືອມີການປ່ອຍປະຕູນ້ຳຂອງເຂື່ອນໄຟຟ້າ ເນື່ອງຈາກມີຝົນຕົກຫຼາຍ ແລະ ເຮັດໃຫ້ລະດັບນ້ຳຂອງເຂດລຸ່ມມີການເພີ່ມຂຶ້ນ-ລົງໄວ.


ດ້ານຂໍ້ມູນຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລາຍງານສະພາບນ້ຳຂອງວ່າ: ລະດັບນ້ຳຂອງວັນທີ 17 ສິງຫາ 2022 ຈຸດຫຼັກ 4 ນະຄອນຫຼວງວຽງຈັນ ແທກໄດ້ 9,41 ແມັດ, ວັນທີ 18 ສິງຫາ 9,44 ແມັດ ເຊິ່ງເຫັນວ່າມີການເພີ່ມຂຶ້ນເລັກນ້ອຍ ແລະ ຍັງຢູ່ໄກຈຸດເຕືອນໄພປະມານ 2 ແມັດ ໂດຍຈຸດເຕືອນໄພຢູ່ທີ 11,50 ແມັດ. ສ່ວນລະດັບນໍ້າຂອງເຂດລຸ່ມວັດແທກໃນວັນທີ 18 ສິງຫານີ້ ຈຸດປາກຊັນ ແທກໄດ້ 9,73 ແມັດ, ທ່າແຂກ ແທກໄດ້ 9,08 ແມັດ, ສະຫວັນນະເຂດ ແທກໄດ້ 5,94 ແມັດ ແລະ ປາກເຊ ແທັດໄດ້ 8,14 ແມັດ.


ໃນຂະນະທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນໃຫ້ເຝົ້າລະວັງຝົນຕົກໜັກ, ນ້ຳຖ້ວມຊຸ, ຖ້ວມຍື່ງ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ແຈ້ງໃຫ້ອົງການຈັດຕັ້ງທຸກພາກສ່ວນ ຕະຫຼອດຮອດພໍ່ແມ່ປະຊາຊົນ ຈົ່ງມີສະຕິລະມັດລະວັງຮັບມືກັບສະພາບດັ່ງກ່າວ.