ໜ້າຕິດຕາມ ດີນ້າ ພຸດສະຫວັນ ວົງຄໍາຊາວ MGL15 ສາວງາມດີກີນັກຮຽນນອກ

340

ຍັງຕາມຕິດຂອບເວທີນາງງາມ ກັບນ້ອງຄົນນີ້ທີ່ມີທັງ ຄວາມງາມ ແລະ ພ້ອມດ້ວຍ ຄວາມສາມາດອີກຫຼາກຫຼາຍ ເຊິ່ງສາວຄົນນີ້ແມ່ນເປັນອີກໜຶ່ງຄົນທີ່ໂດດເດັ່ນ ແລະ ສາມາດເອົາຊະນະໃຈຄະນະກຳມະການຈົນຜ່ານເຂົ້າຮອບ 20 ຄົນສຸດທ້າຍ ໃນການປະກວດ Miss Grand Laos 2022.

ມື້ນີ້ທີມຂ່າວບັນເທີງນໍາພາທຸກຄົນມາທຳຄວາມຮູ້ຈັກໃຫ້ເລິກຂຶ້ນ ນັ້ນກໍຄື ພຸດສະຫວັນ ວົງຄຳຊາວ ຫຼື ດີນ້າ MGL15 ປັດຈຸບັນອາຍຸ 25 ປີ, ສ່ວນສູງ 168 ຊັງຕີແມັດ, ຈົບປະລິນຍາຕີ ພາກວິຊາບັນຊີ – ການເງິນ ຈາກ Kent Institue, Sydney, Australia.

ດີນ້າ ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ ທີ່ຜ່ານມາຕົນເອງແມ່ນເຄີຍປະກວດ Laos Super Model 2015 ມາກ່ອນ ແລະ ເນື່ອງດ້ວຍຄວາມພ້ອມທາງອາຍຸ, ວິໄສທັດ ແລະ ຄວາມໝັ້ນໃຈທີ່ເຕັມ 100 ຈຶ່ງຕັດສິນໃຈເຂົ້າປະກວດໃນເວທີ Miss Grand Laos 2022 ໃນປີນີ້.

ສໍາລັບເຫດຜົນທີ່ເຮັດໃຫ້ ດີນ້າ ເລືອກທີ່ຈະປະກວດໃນເວທີ Miss Grand Laos 2022 ນີ້ ຍ້ອນວ່ານ້ອງຢາກຈະເອົາຊະນະຕົວເອງ ແລະ ຖ້າມີໂອກາດໄດ້ໄປຕໍ່ Miss Grand International 2022 ນ້ອງຢາກເຮັດໃຫ້ທົ່ວໂລກຮູ້ວ່າ ປະເທດລາວ, ຄົນລາວ ໂດຍສະເພາະແມ່ຍິງລາວກໍເກັ່ງ ທັງດ້ານຄວາມຄິດ ແລະ ຄວາມສາມາດ ບໍ່ດ້ອຍ ກວ່າຊາດອື່ນໃດໃນໂລກ ແລະ ຈະນໍາເອົາວັດທະນະທຳຮີດຄອງປະເພນີອັນດີງາມ, ສະຖານທີ່ທ່ອງທ່ຽວທາງທໍາມະຊາດ ແລະ ມໍລະດົກອັນທີ່ເປັນເອະກະລັກຂອງລາວເຮົາ ໄປເຜີຍແຜ່ໃຫ້ສາກົນໄດ້ຮັບຮູ້ດ້ວຍ.

ຈຸດເດັ່ນຂອງນ້ອງແມ່ນໄຫວພິບໃນການປັບຕົວເຂົ້າໃນສັງຄົມໄດ້ດີ ແລະ ການຕອບຄຳຖາມທີ່ບົ່ງບອກເຖິງຕົວຕົນຂອງຕົນເອງ, ມີຄວາມອົດທົນຕໍ່ ຄວາມກົດດັນ ແລະ ມີຄວາມທະເຍີນທະຍານທີ່ສູງ, ພ້ອມທັງສາມາດເອົາຕົວລອດດ້ວຍຕົນເອງໄດ້ງ່າຍດາຍ ຍ້ອນປະສົບການໃນການໃຊ້ຊີວິດ ແລະ ຮຽນຢູ່ຕ່າງປະເທດມາກ່ອນນັ້ນເອງ ຈຶ່ງເຮັດໃຫ້ມີພູມຄຸ້ມກັນ ແລະ ເພິ່ງຕົນເອງໄດ້ດີທີ່ສຸດ.

ສ່ວນຄະຕິປະຈຳໃຈຂອງດີນ້າແມ່ນ: “ Action, Consistent and endure lead to greatness in life, ການລົງມືທຳ, ຄວາມພະຍາຍາມ ແລະ ຄວາມສູ້ຄວາມອົດທົນ ເປັນສິ່ງທີ່ນຳສິ່ງດີທີ່ສຸດເຂົ້າມາໃນຊີວິດ ”.

ຖ້າຫາກມື້ໜຶ່ງຄວາມຝັນຂອງດີນ້າເປັນຈິງ ແລະ ສາມາດເຮັດໄດ້ຄວ້າຕໍາແໜ່ງ ແລະ ຄວ້າມົງກຸດຈາກເວທີ Miss Grand Laos 2022 ນ້ອງເອງ ກໍມີຄວາມຄິດໄວ້ວ່າສິ່ງທີ່ຢາກຈະປະກອບສ່ວນເພື່ອຊ່ວຍເຫຼືອສັງຄົມ ນັ້ນກໍຄືການປະກອບສ່ວນ, ປຸກລະດົມ ແລະ ເນັ້ນຢໍ້າຄວາມສຳຄັນຂອງການສຶກສາຕໍ່ຊາວໜຸ່ມຮຸ່ນສືບທອດໃຫ້ມີຄວາມຮູ້, ຄວາມສາມາດ ເພື່ອຕົນເອງ ແລະ ເພື່ອພັດທະນາເສດຖະກິດຂອງປະເທດລາວ. ພ້ອມນີ້, ກໍຈະຈັບຍົກຫົວຂໍ້ ການພັດທະນາ – ການຊ່ວຍເຫຼືອປະຊາຊົນທີ່ຢູ່ໃນເຂດຫ່າງໄກສອກຫຼີກ ເປັນຕົ້ນແມ່ນການຮຽນວິຊາຊິບທີ່ສາມາດນຳໄປໃຊ້ໄດ້ຕົວຈິງ  ( ນ້ອງເຄີຍເປັນ Finance Associate ທີ່ Swisscontract ເຊິ່ງໂຄງການນີ້ມອບໂອກາດ ແລະ ປຸກລະດົມໃຫ້ປະຊາຊົນໄດ້ມີວຽກເຮັດງານທຳ ) ເພື່ອຫຼຸດຜ່ອນການວ່າງງານ ແລະ ສ້າງລາຍໄດ້ໃຫ້ແກ່ຕົນເອງ ແລະ ຄອບຄົວ.

ສຸດທ້າຍນີ້ ດີນ້າ ພຸດສະຫວັນ ວົງຄຳຊາວ ກໍຢາກຂໍແຮງເຊຍ ແລະ ຂໍກຳລັງໃຈຈາກທຸກຄົນ ແລະ ທຸກພາກສ່ວນ ໂດຍສະເພາະແມ່ນແຟນໆນາງງາມເວທີ Miss Grand Laos ຊ່ວຍໂຫວດ ແລະ ສົ່ງກຳລັງໃຈຜ່ານການຄອມເມັ້ນ, ສະແດງຄວາມຄິດເຫັນຜ່ານທາງ Facebook: Dina Phoutsavanh vongkhamxao ແລະ ເພຈ Miss Grand Laos ດ້ວຍ.

[  ຮູບ: Dina Phoutsavanh ]