ການແກ້ໄຂນໍ້າຖ້ວມຂັງໃນຕົວເມືອງນະຄອນຫລວງວຽງຈັນ

67

ການແກ້ໄຂບັນຫານ້ຳອັ່ງຂັງໃນນະຄອນຫຼວງວຽງຈັນແມ່ນໜຶ່ງໃນໜ້າວຽກສຳຄັນຂອງຫ້ອງການຄຸ້ມຄອງ ແລະບໍລິຫານຕົວເມືອງວຽງຈັນ ທີ່ໄດ້ເອົາໃຈໃສ່ປະຕິບັດມາໂດຍຕະຫຼອດແຕ່ກໍ່ຫຼີກລຽງບໍໄດ້ໃນມື້ທີ່ມີຝົນຕົກໜັກ ປະລິມານນ້ຳຫຼາຍເກີນກໍ່ເຮັດໃຫ້ຫຼາຍເຂດເກີດນ້ຳອັ່ງໄດ້.


ເຊິ່ງໃນໄລຍະທີ່ເກີດຝົນຕົກໜັກຜ່ານມາຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ສົມທົບກັບ ຫ້ອງການ ຄບຕ ປະຈຳເມືອງສີໂຄດຕະບອງ, ຫ້ອງການ ຄບຕ ປະຈຳເມືອງ ຈັນທະບູລີ ແລະ ພາກສ່ວນກ່ຽວຂ້ອງລົງກວດກາ ແລະ ແກ້ໄຂຈຸດນໍ້າຖ້ວມຂັງຢູ່ເຂດເມືອງສີໂຄດຕະບອງດັ່ງນີ້:


1.ອະນາໄມລວງພັກຕົບອອກຈາກຮ່ອງແຊງ 2 ຈຸດຄື: ຈຸດຂົວເສັ້ນທາງ P3 ແລະ ຂົວຮ່ອງໄກ່ແກ້ວ,


2.ອະນາໄມລວງຮ່ອງລະບາຍນໍ້າຫລັງສະໜາມບິນວັດໄຕ ແລະ ແຄມຖະໜົນສີທອງ ຈຳນວນ 7 ຈຸດ,


3.ນໍາໃຊ້ຈັກສູບນໍ້າຂອງ ຫ້ອງການ ຄບຕ ດູດນໍ້າຖ້ວມຂັງອອກຈາກເຂດ ບ້ານ ຂຸນຕາ ແລະ ບ້ານ ໜອງປາໃນ.