ໄຟຟ້າລາວຈັບມືລາວໂທລະຄົມກຽມຊໍາລະເງິນຄ່າໄຟຟ້າຜ່ານລະບົບ ເອັມມັນນີ້

227

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ (ລລທ) ໄດ້ລົງນາມກັບ ລັດວິສາຫະກິດ ໄຟຟ້າລາວ (ຟຟລ) ໃນການສຶກສາຄວາມເປັນໄປໄດ້ທາງທຸລະກິດ ແລະ ລົງນາມໃນສັນຍາ ການຊໍາລະຄ່າໄຟຟ້າທົ່ວປະເທດ ຜ່ານ M-Money Application ພິທີດັ່ງກ່າວຈັດຂຶ້ນ ວັນທີ 15 ສິງຫາ 2022 ທີ່ ຫ້ອງປະຊຸມສໍານັກງານໃຫຍ່ ລລທ ລົງນາມໂດຍແມ່ນ ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອໍານວຍການໃຫຍ່ ລລທ ທັງເປັນຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂມບາຍມັນນີ ຈໍາກັດຜູ້ດຽວ (LMM) ແລະ ຟຟລ ລົງນາມໂດຍ ທ່ານ ວິລະພອນ ວິຊຸນນະລາດ ຮອງຜູ້ອໍານວຍການໃຫຍ່ ຟຟລ ເຂົ້າຮ່ວມ ຂອງ ທ່ານ ບັນດິດ. ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະຜູ້ບໍລິຫານ ຂອງ ທັງສອງຝ່າຍ ກໍ່ໃຫ້ກຽດເຂົ້າຮ່ວມ.


ທ່ານ ອາລຸນນະເດດ ບານຈິດ ກ່າວວ່າ: ໃນຍຸກປັດຈຸບັນ ການຕິດຕໍ່ສື່ສານ ແລະ ພະລັງງານໄຟຟ້າ ຖືເປັນປັດໄຈຫຼັກທີ່ສຳຄັນ ທີ່ຮັບໃຊ້ເຂົ້າໃນທຸກຂົງເຂດວຽກງານ, ການດຳລົງຊີວິດ ແລະ ການສ້າງສາພັດທະນາປະເທດຊາດ. ໂດຍເຫັນໄດ້ຄວາມສຳຄັນດັ່ງກ່າວ ກຸ່ມບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ລັດວິສາຫະກິດໄຟຟ້າລາວ ທັງສອງອົງກອນ ຕ່າງກໍເປັນລັດວິສາຫະກິດ ທີ່ຈັດຍູ່ໃນແຖວໜ້າຂອງ ສປປ ລາວ ທີ່ມີພາລະກິດໃນການ ພັດທະນາ ແລະ ໃຫ້ບໍລິການ ດ້ານສາທາລະນູປະໂພກທີ່ສໍາຄັນໃຫ້ແກ່ສັງຄົມໃນທົ່ວປະເທດ ໃຫ້ໄດ້ຮັບຄວາມສະດວກສະບາຍ ແລະ ສາມາດເຂົ້າເຖິງການໃຫ້ບໍລິການ ຂອງ ທັງສອງອົງກອນໄດ້ຢ່າງວ່ອງໄວ ແລະ ທັນສະໄໝ.


ດ້ວຍພາລະກິດອັນສໍາຄັນທີ່ພັກ ແລະ ລັດຖະບານມອບໝາຍໃຫ້, ທັງສອງອົງກອນ ຈຶ່ງໄດ້ມີແນວຄິດໃນການຮ່ວມມືກັນເພື່ອສຶກສາຄວາມເປັນໄປໄດ້ໃນການດໍາເນີນທຸລະກິດຮ່ວມກັນ ໂດຍນໍາໃຊ້ທ່າແຮງ ແລະ ຈຸດແຂງຂອງຕົນເອງທີ່ມີຢູ່ມາສ້າງໃຫ້ເກີດໂອກາດທາງທຸລະກິດ ເພື່ອໃຫ້ເກີດການບໍລິການໃໝ່ ໂດຍນໍາໃຊ້ພື້ນຖານໂຄງລ່າງດ້ານຂອງທັງສອງອົງກອນ ມາບໍລິການຮັບໃຊ້ສັງຄົມໃຫ້ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ.
ການຮ່ວມມືກັນສຶກສາຄວາມເປັນໄປໄດ້ທາງທຸລະກິດໃນຄັ້ງນີ້ ປະກອບດ້ວຍໜ້າວຽກດັ່ງຕໍ່ໄປນີ້:
1. ການສ້າງບົດວິພາກ ເສດຖະກິດ-ເຕັກນິກ ກ່ຽວກັບ ແຜນການດໍາເນີນທຸລະກິດ ໄລຍະສັ້ນ, ກາງ ແລະ ໄລຍະຍາວ ໂດຍນຳໃຊ້ໂຄງຂ່າຍລະບົບສາຍໄຍແກ້ວ OPGW ຂອງ ຟຟລ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ບໍລິການລູກຄ້າທັງພາຍໃນ ແລະ ຕ່າງປະເທດ.


2. ສຶກສາການນໍາໃຊ້ເຕັກໂນໂລຊີ ຂອງ ລາວໂທລະຄົມ ເພື່ອສົ່ງຂໍ້ຄວາມສັ້ນ (SMS) ໃນການເເຈ້ງເຕືອນໄຟມອດ ຫຼື ເເຈ້ງຂ່າວສານຂໍ້ມູນຕ່າງໆ ໃຫ້ຜູ້ຊົມໃຊ້ໄຟຟ້າ ແລະ ສຶກສາ Package internet ມານໍາໃຊ້ໃນໝໍ້ນັບໄຟທັນສະໄໝ ແລະ ສໍາລັບໃຊ້ກັບອົງກອນ.
3. ສຶກສາການນໍາໃຊ້ພື້ນຖານໂຄງລ່າງ ຂອງ ຟຟລ ທີ່ສາມາດໃຊ້ຮ່ວມກັບ ລລທ ໃນການຂະຫຍາຍອຸປະກອນ ຮັບ-ສົ່ງສັນຍານໂທລະຄົມ ແລະ ສຶກສາການນໍາໃຊ້ສາຍໄຍແກ້ວ ຂອງ ຟຟລ ທີ່ມີຢັ່ງຢາຍຢູ່ໃນນະຄອນຫຼວງ ເພືີ່ອໃຫ້ບໍລິການອິນເຕີເນັດ ຄວາມໄວສູງແກ່ສັງຄົມ.


4. ຄົ້ນຄວ້າວິທີການເກັບມ້ຽນສາຍເກາະຫ້ອຍເສົາໄຟຟ້າ ຂອງ ບັນດາບໍລິສັດ ໂທລະຄົມຕ່າງໆ ຢູ່ຕາມເສົາໄຟຟ້າ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.
5. ສຶກສາຄວາມເປັນໄປໄດ້ຂອງການສ້າງລະບົບ Billing, ແລກປ່ຽນ ແລະ ຄົ້ນຄ້ວາ ການປະຕິບັດງານຂອງ ລະບົບສູນຄວບຄຸມເຄືອຂ່າຍ ຂອງ ລາວໂທລະຄົມ (Network Operation Center = NOC) ເພື່ອມາຮ່ວມມືໃນການນໍາໃຊ້ຮ່ວມກັບ ຟຟລ ແລະ ແລກປ່ຽນການຮ່ວມມື Call Center – ການປະຊາສໍາພັນລູກຄ້າ.
6. ສຶກສາຄວາມເປັນໄປໄດ້ ໃນການສ້າງສະຖານີສາກລົດໄຟຟ້າ (EV Charging Station).


7. ແລກປ່ຽນບົດຮຽນຂອງສູນຮຽນຮູ້ Learning Centers ຂອງ ລລທ, ແລກປ່ຽນວັດທະນະທໍາອົງກອນ ແລະ ການຝຶກອົບຮົມ ພັດທະນາບຸກຄະລາກອນດ້ານຕ່າງໆ ຂອງທັງສອງຝ່າຍ ເຊັ່ນ: ດ້ານການບໍາລຸງຮັກສາ ແລະ ສ້ອມແປງລະບົບໂຄງຂ່າຍ, ດ້ານການເງິນ ແລະ ການບັນຊີ ຂອງ ລະບົບ SAP (Sytstem Application and Products).
ນອກຈາກ ການຮ່ວມມືສຶກສາຄວາມເປັນໄປໄດ້ທາງທຸລະກິດ ທີ່່ໄດ້ກ່າວມາຂ້າງເທິງແລ້ວ ໂດຍອີງໃສ່ທ່າແຮງ ຂອງ ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ທີ່ເປັນບໍລິສັດໃນເຄືອ ຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ລັດວິສາຫະກິດໄຟຟ້າລາວແມ່ນເຫັນດີ ເຊື່ອມຕໍ່ລະບົບການຊໍາລະສະສາງຄ່າໄຟຟ້າ ແລະ ຄ່າບໍລິການອື່ນໆ ຂອງ ຟຟລ ຜ່ານບໍລິການ ກະເປົາເງີນເອເລັກໂຕຣນິກ (Mobile Wallet) M-Money ແລະ ການເຊື່ອມຕໍ່ M-Money App ກັບ EDL App ເພື່ອເປັນການອຳນວຍຄວາມສະດວກ ໃນການຊຳລະຄ່າໄຟຟ້າໃຫ້ແກ່ຜູ້ໃຊ້ບໍລິການໃນທົ່ວປະເທດ; ພວກເຮົາເຊື່ອໝັ້ນວ່າການຮ່ວມມືໃນຄັ້ງນີ້ ຈະເຮັດໃຫ້ຄູ່ຮ່ວມສັນຍາຂອງພວກເຮົາ ມີການຂະຫຍາຍຕົວເຕີບໃຫຍ່ຢ່າງຕໍ່ເນື່ອງ ແລະ ໄດ້ຮັບຜົນປະໂຫຍດສູງສຸດຮ່ວມກັນ; ເຊິ່ງຈະເປັນການປະກອບສ່ວນໃຫ້ແກ່ການຈັດຕັ້ງປະຕິບັດ ນະໂຍບາຍຂອງ ພັກ-ລັດຖະບານ, ກໍ່ຄືຍຸດທະສາດຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນການເຊື່ອມໂຍງສາກົນ ແລະ ປັບປຸງລະບົບສື່ສານພາຍໃນໃຫ້ເຂັ້ມເເຂງ.