ກຽມຈັດງານວາງສະແດງສິນຄ້າ ລາວ-ຫວຽດນາມ 25-29 ສິງຫານີ້ ທີ່ສູນການຄ້າລາວ-ໄອເຕັກ

133

ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ທ່ານ ນາງ ເລ ທິ ເຟືອງ ຮົວ ທີ່ປຶກສາການຄ້າ ຫົວໜ້າຫ້ອງການທູດການຄ້າ ສະຖານທູດຫວຽດນາມ ປະຈຳລາວ, ທ່ານ ວັນຢຸງ ຮວງວັນ ຜູ້ຈັດການທົ່ວໄປສູນວາງສະແດງ ແລະ ງານລ້ຽງປະຊຸມ, ບໍລິສັດລາວເວີນ ມະຫາຊົນວັນທີ 15 ສິງຫາ 2022 ໄດ້ໄດ້ຮ່ວມຖະແຫຼງຂ່າວ ກ່ຽວກັບການກະກຽມຈັດງານວາງສະແດງສິນຄ້າ ລາວ-ຫວຽດນາມ 2022 ເຊິ່ງຈະເລີ່ມວາງສະແດງແຕ່ວັນທີ 25-29 ສິງຫາ 2022 ນີ້.

ທ່ານ ໄຊສົມເພັດ ນໍລະສິງ ກ່າວວ່າ: ກົມສົ່ງເສີມການຄ້າ, ກະຊວງ ອຸດສາຫະກຳ ແລະການຄ້າ ສປປ ລາວ ຮ່ວມກັບ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະການຄ້າ ສສ ຫວຽດນາມ ກຽມຈັດງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈຳປີ 2022 ຂຶ້ນໃນລະຫວ່າງວັນທີ 25-29 ສິງຫາ 2022 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ຈຸດປະສົງເພື່ອເປັນການສືບຕໍ່ຜັນຂະຫຍາຍການຮ່ວມມື, ເພີ່ມທະວີສາຍພົວພັນສາມັກຄີມິດຕະພາບອັນເປັນພິເສດ ລະຫວ່າງປະຊາຊົນສອງຊາດ ແລະ ເພີ່ມສາຍພົວພັນທາງດ້ານການຄ້າລາວ-ຫວຽດນາມ ໃຫ້ນັບມື້ນັບກວ້າງຂວາງຂຶ້ນ, ເປີດໂອກາດໃຫ້ທຸລະກິດ, ຜູ້ປະກອບການຄ້າຂາຍ 2 ປະເທດ ໄດ້ມີໂອກາດແລກປ່ຽນບົດຮຽນ ແນະນຳຄຸນນະພາບສິນຄ້າຂອງກັນ ແລະ ກັນ ເພື່ອກ້າວໄປເຖິງການຂະຫຍາຍໄປເຖິງການຂະຫຍາຍການຊື້ສິນຄ້າໃຫ້ຫຼາຍຂຶ້ນກວ່າເກົ່າ.

ນອກນີ້, ຍັງເປັນການສ້າງຂະບວນການສະເຫຼີມສະຫຼອງສອງວັນປະຫວັດສາດຄື: ຄົບຮອບ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ແລະ ຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນ.


ງານວາງສະແດງສິນຄ້າຄັ້ງນີ້ ແມ່ນເປັນກິດຈະກໍາໜຶ່ງທີ່ກະຕຸ້ນການຄ້າສອງຝ່າຍ ເພື່ອຜັນຂະຫຍາຍສົນທິສັນຍາການຄ້າ ຂອງສອງລັດຖະບານ ເຊິ່ງໄດ້ກໍານົດມູນຄ່າການຄ້າຂອງສອງປະເທດເພື່ອໃຫ້ບັນ1,74 ຕື້ໂດລາ ໃນປີ 2022 ແລະ ເຫັນວ່າໃນຫຼາຍປີຜ່ານມາຈົນເຖິງປັດຈຸບັນມີນັກລົງທຶນຈາກ ສສ ຫວຽດນາມ ມາລົງທຶນຢູ່ລາວ ຈັດຢູ່ໃນອັນດັບທີ 3 ຂອງຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ ເຊິ່ງມີ 1.272 ຫົວໜ່ວຍ, ທຶນຈົດທະບຽນທັງໝົດ 23.540 ຕື້ກວ່າກີບ.


ທ່ານ ໄຊສົມເພັດ ນໍລະສິງ ໃຫ້ຮູ້ຕື່ມອີກວ່າ: ງານວາງສະແດງສິນຄ້າ ລາວ-ຫວຽດນາມ ຄັ້ງນີ້ຈະມີຫ້ອງວາງສະແດງສິນຄ້າທັງໝົດ 200 ຫ້ອງ. ໃນນັ້ນ, ມີທຸລະກິດຈາກ ສສ ຫວຽດນາມ 120 ຫ້ອງ ແລະ ພາກທຸລະກິດລາວ ເຂົ້າຮ່ວມ 80 ຫ້ອງຈາກທົ່ວປະເທດ ເຊິ່ງປະເພດສິນຄ້າທີ່ຈະມາວາງສະແດງພາຍໃນງານຂອງປະເທດລາວ ແລະ ຫວຽດນາມ ປະກອບມີ: ເຄື່ອງອຸປະໂພກ ແລະ ບໍລິໂພກ, ສິນຄ້າກະສິກຳປຸງແຕ່ງ, ຜະລິດຕະພັນການກະເສດ, ເຄື່ອງຫັດຖະກຳ, ເຄື່ອງຕັດຫຍິບ-ແຟຊັ້ນ, ອາຫານທະເລເຄື່ອງເຟີນີເຈີ, ຢາ ແລະ ອຸປະກອນການແພດ.

ນອກຈາກນີ້, ພາຍໃນງານຈະມີກິດຈະສາທິດແນະນຳສິນຄ້າ, ແຈກຂອງຂວັນໃຫ້ແຂກທີ່ມາຢ້ຽມຊົມງານ, ພາຍໃນງານຍັງມີຫ້ອງວາງສະແດງການເມືອງ ຂອງສອງຊາດລາວ-ຫວຽດນາມ ເພື່ອນຳສະເໜີຜົນງານ ແລະ ການເຄື່ອນໄຫວທາງດ້ານການເມືອງຂອງການນຳ ພັກ-ລັດ ລວມທັງຜົນງານດ້ານເສດຖະກິດ-ສັງຄົມ ແລະ ການຄ້າ.

ພ້ອມດຽວກັນນັ້ນ, ໃນລະຫວ່າງວັນທີ 26-27 ສິງຫາ 2022 ທາງ ກົມສົ່ງເສີມການຄ້າ, ກະຊວງ ອຄ ລາວ ຮ່ວມກັບ ສະຖາບັນຄົ້ນຄວ້າອຸດສາຫະກຳ ແລະ ການຄ້າ ຈະໄດ້ຈັດກອງປະຊຸມວິທະຍາສາດ ໃນຫົວຂໍ້ “ການສົ່ງເສີມການຄ້າ ແລະ ການລົງທຶນ ລະຫວ່າງ ລາວ-ຫວຽດນາມ ພາຍຫຼັງໂຄວິດ-19 ແລະ ພາຍໃຕ້ການປ່ຽນແປງຂອງສະພາບເສດຖະກິດໂລກໃນປັດຈຸບັນ ເຊິ່ງໄດ້ເຊີນທີ່ປຶກສາທູດການຄ້າ ສສ ຫວຽດນາມ ປະຈຳ ສປປ ລາວ, ບັນດາກົມອ້ອມຂ້າງກະຊວງ ອຄ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕາງໜ້າສະມາຄົມທຸລະກິດລາວ-ຫວຽດນາມ, ນັກທຸລະກິດທີ່ມາວາງສະແດງຢູ່ໃນງານ ເພື່ອຂຶ້ນມາຈັດເວທີສົນທະນາ, ແລກປ່ຽນບົດຮຽນໃນການດຳເນີນທຸລະກິດ, ການຊື້-ຂາຍ ແລະ ການອໍານວຍຄວາມສະດວກທາງດ້ານການຄ້າຂອງການດໍາເນີນທຸລະກິດຈາກ 2 ປະເທດ ເພື່ອເຮັດໃຫ້ມັນມີຄວາມຍືນຍົງ.


ທ່ານ ນາງ ເລ ທິ ເຟືອງ ຮົວ ກ່າວວ່າ: ການເຂົ້າຮ່ວມງານວາງສະແດງສິນຄ້າ ລາວ-ຫວຽດນາມ ທີ່ນະຄອນຫຼວງວຽງຈັນ ຝ່າຍຫວຽດນາມ ໄດ້ມີຄວາມພ້ອມໃນການກະກຽມສິ່ງຕ່າງໆ, ທັງການນຳກະຊວງ ອຄ ຫວຽດນາມ ທີ່ຈະເຂົ້າຮ່ວມວາງສະແດງ, ນັກທຸລະກິດ, ຜະລິດຕະພັນ ໂດຍຈະນຳເອົາສິນຄ້າດີມີຄຸນນະພາບສູງ, ມີຫຼາຍສີສັນຮ່ວມວາງສະແດງດັ່ງກ່າວນີ້ ຈາກຈຳນວນຮ້ານຂອງຫວຽດນາມ 120 ບູດ.


ເຊີນຊວນພະນັກງານ, ທະຫານຕໍາຫຼວດ, ອົງການຈັດຕັ້ງສາກົນ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມທ່ຽວຊົມ ແລະ ເລືອກຊື້ສິນຄ້າໃນງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈຳປີ 2022 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 25-29 ສິງຫາ 2022 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ), ນະຄອນຫຼວງວຽງຈັນ.