ອັດ​ຕະ​ປື​ກ້າວ​ໄກ ລົງ​ທຶນ​ເກືອບ 70 ລ້ານ​ສ້າງ​ໂຄງ​ການ​ພະ​ລ​ັງ​ງານ​ໄຟ​ຟ້າ​ແສງ​ຕາ​ເວັນ

346

ວັນທີ 12 ສິງຫາ 2022 ນີ້, ຢູ່ແຂວງອັດຕະປື ໄດ້ຈັດພິທີວາງສີລາລຶກການກໍ່ສ້າງໂຄງການໄຟຟາ ແສງຕາເວັນ SAPP ຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າ ແລະ ລັ່ນກ້ອງ 9 ບາດຂອງ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆ ອັດຕະປື, ມີການນໍາຂອງແຂວງ, ເມືອງ, ບ້ານ, ຕາງໜ້າບໍລິສັດຜູ້ພັດທະນາໂຄງການ, ອົງກອນ DFC ຜູ້ສະໜັບສະໜູນເງິນທຶນພັດທະນາໂຄງການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ Kyle KATOSKI ຕາງໜ້າບໍລິສັດ SAPC ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ປະເທດສິງກະໂປ ແລະ ທ່ານ ສີສະຫວາດ ສຸວັນນະວົງ ອໍານວຍການຝ່າຍລາວ ບໍລິສັດ ໂຊລາອັດຕະປື ພາເວີ ຈໍາກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ໂຄງການໄຟຟ້າແສງຕາເວັນ SAPP ຕັ້ງຢູ່ຫຼັກ 37 ບ້ານຫາດຊັນ ເມືອງໄຊເສດຖາ ແຂວງອັດຕະປື ໃນພື້ນທີ່ກໍານົດຂອງແຂວງໄວ້ເປັນເຂດພັດທະນາການອຸດສາຫະກຳໄຟຟ້າແສງຕາເວັນ, ໂຄງການດັ່ງກ່າວມີມູນຄ່າການລົງທຶນທັງໝົດ 69, 2 ລ້ານໂດລາ, ໄລຍະການກໍ່ສ້າງແມ່ນ 18 ເດືອນໃຫ້ສໍາເລັດ, ວຽກວິສະວະກໍາ-ຈັດຊື້-ກໍ່ສາງ (EPC) ໂດຍບໍລິສັດ ເຢຍລະມັນ-IBVOGT, ມີກໍາລັງການຕິດຕັ້ງໂຄງການ 64MWdc/50MWac, ກໍາລັງການຂາຍພະລັງງານຢູ່ທີ່ 128 GWh ຕໍ່ປີ.

ເຊິ່ງຈະຂາຍໄຟ ໃຫ້ລັດວິສາຫະກິດໄຟຟ້າລາວ, ໂຄງການໄຟຟ້າແສງຕາເວັນ SAPP ນີ້, ໄດ້ເລີ່ມແຕ່ປີ 2014 ເປັນຕົ້ນມາ, ທາງໂຄງການໄດ້ສຶກສາຄຽງຄູ່ກັນໄປທັງ 3 ໂຄງການ: SAPP1-50MW/115kV, SAPP2-5MW/22kV ແລະ SAPP3-5MW/22kV, ເຊິ່ງການດໍາເນີນງານຂອງໂຄງການ ແມ່ນເປັນໄປຕາມຂັ້ນຕອນຂອງ ກົດໝາຍ ວ່າດ້ວຍໄຟຟ້າ ສະບັບປັບປຸງ ແລະ ບົນພື້ນຖານການເຫັນດີເຫັນພ້ອມຂອງສູນກາງ ແລະ ທ້ອງຖິ່ນ. ສໍາລັບວຽກງານການກໍ່ສ້າງຂອງໂຄງການແມ່ນຈະເລີ່ມຕົ້ນຈາກການເກັບກູ້ລະເບີດ ເຊິ່ງຈະຕ້ອງໄດ້ໃຊ້ເວລາດົນສົມຄວນ,ສ່ວນສັນຍາສຳປະທານແມ່ນຈະເຈລະຈາຄຽງຄູ່ກັນໄປ ກັບການພັດທະນາ .

ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື ໄດ້ມີຄໍາເຫັນໃນພິທີວ່າ: ໂຄງການພັດທະນາ ໄຟຟ້າແສງຕາເວັນ ຢູ່ບ້ານຫາດຊັນ ເມືອງໄຊເສດຖາ ນີ້ເມື່ອກໍ່ສ້າງສຳເລັດ ຈະເປັນອີກໜຶ່ງໂຄງການ ທີ່ຈະຊ່ວຍໃນການຊຸກຍູ້ໃຫ້ ເສດຖະກິດ-ສັງຄົມ ຂອງແຂວງອັດຕະປື ມີການຂະຫຍາຍຕົວ ກ້າວໄປເຖິງການສົ່ງເສີມດ້ານຊີວິດການເປັນຢູ່ທີ່ດີໃຫ້ພໍ່ແມ່ປະຊາຊົນ ໃຫ້ດີຂື້ນເທື່ອລະກ້າວ .

ພາບ ແລະ ແຫຼ່ງຂໍ້ມູນ: ​ຈາກສູນຂ່າວພະລັງງານ ແລະ ບໍ່ແຮ່, ຂ່າວສານອອນລາຍ ອັດຕະປື