ສະໜາມກ໊ອຟລາວຄລັບທຣີຄັບ ສໍາເລັດການຈັດການແຂ່ງຂັນກ໊ອຟເຍົາວະຊົນ 2022 ເຊິ່ງ ທ້າວ ພົງສະຫວັດ ດວງວິໄລແກ້ວ ຄວ້າແຊັມລຸ້ນອາຍຸ 13-19 ປີ

140

ສະໜາມກ໊ອຟ ລາວ ຄັນທຣີ ຄລັບ ( Lao Country Club Golf Course ) ຈັດການແຂ່ງຂັນກ໊ອຟເຍົາວະຊົນລາຍການ LAOCC JUNIOR GOLF CHAMPIONCHIP 2022 ໃນວັນທີ 13 ສິງຫາ 2022 ທີ່ສະໜາມກ໊ອຟ ລາວ ຄັນທຣີ ຄລັບ ໂດຍມີການຊີງໄຊ 2 ລຸ້ນອາຍຸຄື:ລຸ້ນອາຍຸ  5-12 ປີ ແລະ ລຸ້ນ ອາຍຸ  13-19 ປີ ໄດ້ສໍາເລັດລົງຢ່າງຈົບງາມ.

ການຈັດການແຂ່ງຂັນຂຶ້ນ ແມ່ນເພື່ອເປັນການສົ່ງເສີມນ້ອງໆ ເຍົາວະຊົນ ທີ່ມີຄວາມມັກຮັກໃນກິລາກ໊ອຟ ໄດ້ມີເວທີ ສະແດງອອກ ແລະ ຮຽນຮູ້ ທາງດ້ານປະສົບການ ໃນການແຂ່ງຂັນ ກອັຟ.


ເປັນ tournament ທຳອິດ ທີ່ສະຫນາມກອັຟ Lao Country Club ທີ່ມີຄວາມຕັ້ງໃຈຈັດຂຶ້ນ ເພື່ອສານຝັນໃຫ້ນ້ອງໆ.ແຜນການ ການຈັດການແຂ່ງຂັນ ພວກເຮົາ ຈະຈັດໃຫ້ໄດ້ ປິໜຶ່ງ 4 ຄັ້ງ ຄື 3 ເດືອນ ເທື່ອ1 ເພື່ອ ໃຫ້ນ້ອງໆ ໄດ້ມີ ການກັບໄປພັດທະນາ ສີມືຕົນເອງ ຫລັງຈົບການແຂ່ງຂັນ ໃນແຕ່ລະຄັ້ງ.

ການສະຫນັກເຂົ້າແຂ່ງຂັນ ພວກເຮົາ ໃຫ້ນະໂຍບາຍພິເສດທີ່ສຸດ ຄື ຈ່າຍພຽງ ແຕ່ 50% ຂອງລາຄາ ປົກກະຕິສະຫນາມ. ພິເສດ ເຮົາໃຫ້ ເຂົ້າແຂ່ງຂັນ ຟຣີ ສຳລັບ ນ້ອງໆທີ່ມີ ອາຍຸ 5 ປີ.


ນ້ອງໆທີ່ເຂົ້າຮ່ວມແຂ່ງຂັນ ແມ່ນມາຈາກຫລາຍພາກສ່ວນ ໂດຍສະເພາະແມ່ນ ລູກສິດ ຈາກບັນດາ ໂປຣ ສອນ ກ໊ອຟ ແລະ ພໍ່ແມ່ ຜູ້ປົກຄອງ ທີ່ ຢາກສ້າງນ້ອງ ໃຫ້ກາຍເປັນ ນັກກ໊ອຟ ມືອາຊີບ ແລະ ສະໝັກຫລິ້ນ ລະດັບຊາດ. ໂດຍມີນ້ອງໆ ທັງຄົນລາວ ແລະ ຕ່າງປະເທດ ເຂົ້າຮ່ວມ ຊີງຂັນຄັ້ງນີ້ 12 ນ້ອງ; ແບ່ງເປັນ ສອງສາຍຄື:ລຸ້ນອາຍຸ  5-12 ປີ ແລະ ລຸ້ນ ອາຍຸ  13-19 ປີ;ການແຂ່ງຂັນ ແມ່ນໃຊ້ລະບົບ ມາດຕະຖານລະດັບສາກົນR&A.

ຜົນການແຂ່ງຂັນ ຊະນະເລີດ ລຸ້ນອາຍຸ 5-12 ປີ ແມ່ນ ທ້າວ  ໂນອາ ຄະເນນິນ ດ້ວຍຄະແນນ 100. ຊະນະເລີດ ລຸ້ນອາຍຸ 13-19 ປີ ແມ່ນ ທ້າວ ພົງສະຫວັດ ດວງວິໄລແກ້ວ ດ້ວຍຄະແນນ 74.ນ້ອງໆທີ່ເຂົ້າຮ່ວມ ການແຂ່ງຂັນ ກໍໄດ້ຮັບ ຫລຽນຄຳ ລາງວັນ ຊົມເຊີຍ ທຸກຄົນ.

.

.


ຂ່າວ: Larh Creators ; ຮູບຈາກ: Lao Country Club Golf Course