ເຕືອນຊາວກະສິກອນ ຕິດຕາມຜົນລະປູກຕົນເອງອາດມີພະຍາດຕາມມາ

44

ລາຍງານຈາກກກົມອຸຕຸນິຍົມ ແລະອຸທົກກະສາດ ປະຈໍາວັນທີ 15 ສິງຫາ 2022 ເຫັນວ່າ ຕະຫຼອດອາທິດນີ້ ຊາວກະສິກອນລາວທົ່ວປະເທດຕ້ອງຕິດຕາມພຶດຜົນໃນໄຮ່ນາຮົ້ວສວນຂອງຕົນ ເນື່ອງຈາກອາດຈະມີພະຍາດມາທຳລາຍໄດ້.


ໂດຍຮ່ອງຄວາມກົດດັນອາກາດຕ່ຳ ໄດ້ພາດຜ່ານພາກເໜືອຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ສໍາລັບຂໍ້ມູນອຸຕຸກະເສດປະຈໍາອາທິດນີ້ ໃຫ້ຊາວກະສີກອນຄວນເອົາໃຈໃສຕິດຕາມ ແລະ ເພີ້ມທະວີການນໍາໃຊ້ມາດຕະການທີ່ເໜາະສົມ ສໍາລັບ ພະຍາດໃບໄໜ, ພະຍາດກາບໃບແຫ້ງ, ເພ້ຍຈັກຈັ່ນສີນ້ໍາຕານ, ພະຍາດໃບຈຸດສີນ້ໍາຕານ, ທີ່ມີຄວາມສ່ຽງຢູ່ລະດັບສູງ, ບົ້ງຫໍ່ລໍາຕົວ, ແມງບົວທີ່ມີຄວາມສ່ຽງລະດັບປານກາງ.

ດັ່ງນັ້ນ ເພື່ອປ້ອງກັນແມງໄມ້ ແລະ ພະຍາດຈາກເຊື້ອລາ, ໃຫ້ໃຊ້ສະໝຸນໄພ, ຢາປາບສັດຕູພືດ ແລະ ຢາຂ້າເຊື້ອລາປະສົມກັບເພື່ອຫຼຸດຜ່ອນການທຳລາຍ ແລະ ແຜ່ລະບາດ.