ບ້ານປາກແຟນຖືກຜົນກະທົບຈາກໄພນ້ຳຖ້ວມ

54

ພາຍຸມູຫຼານມາຊຸດນີ້ສົ່ງຜົນກະທົບຕໍ່ຫຼາຍເມືອງຂອງແຂວງຫຼວງພະບາງ ເສຍຫາຍສົມຄວນ ເຊິ່ງບ້ານປາກແຟນ ເມືອງຊຽງເງິນກໍ່ເປັນອີກບ້ານທີ່ໄດ້ຮັບຜົນເສຍຫາຍອັນເນື່ອງມາຈາກຜົນພວງຂອງພາຍຸລະດູຮ້ອນຫົວດັ່ງກ່າວ.

ວັນທີ 13 ສິງຫາຜ່ານມານີ້, ຄະນະສະເພາະກິດໄພພິບັດທຳມະຊາດ ເມືອງຊຽງເງິນ ໄດ້ເຂົ້າສຳຫຼວດພື້ນທີ່ບ້ານປາກແຟນ ເມືອງຊຽງເງິນ ແຂວງຫຼວງພະບາງ ທີ່ເກີດເຫດການນ້ຳບາກ ແລະ ນ້ຳແຟນໄດ້ເອີໄຫຼນອງກະທັນຫັນຖ້ວມເຮືອນປະຊາຊົນ ແລະ ພັດເຮືອນໄຫລ ໃນຄັ້ງວັນທີ 11 ສິງຫາ 2022 ເຊິ່ງໄດ້ເຮັດໃຫ້ມີຄອບຄົວທີ່ຖືກຜົນກະທົບທັງໝົດ 27 ຄອບຄົວ, ຄອບຄົວທີ່ຖືກຜົນກະທົບໜັກ 8 ຄອບຄົວ ແລະ ມີເຮືອນທີ່ຖືກນໍ້າພັດໄຫລໄປກັບກະແສນ້ຳ 4 ຫຼັງ, ໃນນີ້ໄດ້ປະເມີນຄວາມເສຍຫາຍໃນເບື້ອງຕົ້ນທັງໝົດແມ່ນ 300 ກວ່າລ້ານກີບ.

ປະຈຸບັນສະພາບຂອງນ້ຳແມ່ນໄດ້ຫຼຸດລົງເປັນປົກກະຕິແລ້ວ, ການໄປມາຫາສູ່ແມ່ນມີຄວາມລຳບາກຫຼາຍ, ເສັ້ນທາງຖືກຕັດຂາດລົດໃຫຍ່ບໍ່ສາມາດເຂົ້າໄປເຖິງໄດ້, ທາງນໍ້າກະບໍ່ສາມາດເອົາເຮືອເຂົ້າໄປໄດ້ເນື້ອງຈາກວ່າມີສະເລີອມຈໍານວນຫຼາຍເຕີມໜ້ານໍ້າອັດທາງເຂົ້າ, ໄຟຟ້າຖືກຕັດຂາດ, ນໍ້າສະອາດບໍ່ມີໃຊ້, ເຮັດໃຫ້ປະຊາຊົນລຳບາກພໍສົມຄວນ.

ແຕ່ເຖິງຢ່າງໃດກະດີປະຊາຊົນພາຍໃນບ້ານກະໄດ້ພ້ອມກັນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສາມັກຄີຮັກແພງ, ປະຈຸບັນປະຊາຊົນໄດ້ພ້ອມກັນສ້ອມແປງທາງ, ຂຸດດິນອອກຈາກບ່ອນທີ່ມີດິນເຈື່ອນຖົມທາງເພື່ອເຮັດໃຫ້ລົດໃຫຍ່ສາມາດແລ່ນໄດ້ຊົ່ວຄາວ, ສ່ວນສະພາບການໃນຕໍ່ໜ້າແທ້ຮຕ້ອງໄດ້ສືບຕໍ່ແກ້ໄຂຕໍ່ໄປ.

ເສຍຫາຍສົມຄວນ