ຊໍາຊຸງລາວຈັດສະແດງນະວັດຕະກໍາຄັ້ງສໍາຄັນ ເນັ້ນໜັກເປົ້າໝາຍພັດທະນາເຕັກໂນໂລຊີລະດັບໂລກຢ່າງຍືນຍົງ

159

ຊໍາຊຸງລາວໄດ້ຮັບກຽດຈາກຜູ້ບໍລິຫານໃນຫຼາຍພາກສ່ວນຮ່ວມເປັນແຂກເຂົ້າຮັບຊົມນະວັດຕະກໍາຫຼ້າສຸດ ໃນງານ The Unveiling of The Next Galaxy ເຊິ່ງຈັດຂຶ້ນເປັນຄັ້ງທໍາອິດໃນ ສ ປປ ລາວ ເພື່ອນໍາສະເໜີນະວັດຕະກໍາໂທລະສັບມືຖືຈໍພັບຮຸ່ນໃໝ່ຫຼ້າສຸດ Galaxy Z Fold4 ແລະ Galaxy Z Flip4 ໃຫ້ຜູ້ເຂົ້າຮ່ວມງານໄດ້ສໍາຜັດກັບຜະລິດຕະພັນຕົວຈິງຢ່າງໃກ້ຊິດກ່ອນໃຜ.

ງານສະແດງນະວັດຕະກໍາຄັ້ງນີ້ແມ່ນສືບເນື່ອງມາຈາກງານ Samsung Global Unpacked 2022 ໃນວັນທີ 10 ສິງຫາ 2022 ແລະ ໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກຈໍານວນຫຼາຍໃນການສັ່ງຈອງສິນຄ້າລ່ວງໜ້າເຮັດໃຫ້ງານ The Unveiling of The Next Galaxy ຄັ້ງນີ້ ເປັນອີກໜຶ່ງຊ່ອງທາງທີີ່ຈະຊ່ວຍໃຫ້ຜູ້ບໍລິໂພກເຂົ້າໃຈເຖິງນະວັດຕະກໍາລະດັບໂລກຂອງຊໍາຊຸງທີ່ບໍ່ພຽງສ້າງຄວາມກ້າວໜ້າທາງເຕັກໂນໂລຊີແກ່ສັງຄົມ ແຕ່ຍັງມີເປົ້າໝາຍໃນການພັດທະນາທີ່ສອດຄ່ອງກັບຄວາມຍືນຍົງທັງໃນດ້ານສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມອີກດ້ວຍ.

ສຈ ດຣ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊິ່ງໃຫ້ກຽດເປັນປະທານຮ່ວມກ່າວເປີດງານໃນຄັ້ງນີ້ ໄດ້ໃຫ້ຄໍາເຫັນວ່າ: ໂດຍລວມແລ້ວ ງານເປີດຕົວຜະລິດຕະພັນສິນຄ້າຂອງ Samsung ຄັ້ງນີ້ ມີສ່ວນຮ່ວມໃນການຊ່ວຍເຫຼືອ ​ແລະ ​ສົ່ງເສີມການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນໃນ​ທຸກ​ຂະແໜງການ ເພື່ອຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ ໃຫ້ເປັນອຸດສາຫະກໍາທີ່ທັນສະໄໝ ແລະ ຖືໄດ້ວ່າເປັນສ່ວນໜຶ່ງໃນການສົ່ງເສີມການຂະຫຍາຍຄວາມຮູ້, ຄວາມ​ສາ​ມາດ​ໃນ​ດ້ານຕ່າງໆ​ສໍາລັບຜູ້ໃຊ້ໃນລາວ ພ້ອມ​ທັງ​ເປັນການຍົກລະດັບຄວາມເຂັ້ມແຂງໃຫ້ກັບໂຄງ​ສ້າງດ້ານ​ເຕັກ​ໂນ​ໂລ​ຊີ ແລະ ການສື່ສານຂອງບ້ານເຮົາ ເຊິ່ງຈະເປັນປະໂຫຍດສໍາລັບການເຮັດວຽກໃນຂະແໜງການຕ່າງໆ. ບໍ່ວ່າຈະເປັນດ້ານເຕັກໂນໂລຊີ ແລະ ການສື່ສານທັງພາກລັດ ແລະ ເອກະຊົນ ລວມໄປເຖິງສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ພາກທຸລະກິດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ຊອງກຶນລີ (Hyun Geun Lee), ຜູ້ບໍລິຫານສາຂາກຳປູເຈຍ ແລະ ລາວ ຂອງບໍລິສັດໄທຊໍາຊຸງອີເລັກໂທຣນິກ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ດັ່ງທີ່ຫຼາຍຄົນຮູ້ດີວ່າ ຊໍາຊຸງເປັນຜູ້ນໍາດ້ານເຕັກໂນໂລຊີເຄື່ອງໃຊ້ເອເລັກໂຕຣນິກ. ເຊິ່ງແມ່ນໜຶ່ງໃນຈຸດປະສົງສຳຄັນຂອງພວກເຮົາ ກໍຄືການນຳສະເໜີນະວັດຕະກໍາສູ່ຜູ້ບໍລິໂພກ. ເຊັ່ນດຽວກັນກັບ Galaxy Z Flip4 ແລະ Galaxy Z Fold4 ທີ່ເປັນນະວັດຕະກໍາຫຼ້າສຸດຂອງພວກເຮົາທີ່ພັດທະນາມາເພື່ອຜູ້ບໍລິໂພກສໍາລັບການເຮັດວຽກ ແລະ ການພັກຜ່ອນ.

ແຕ່ນອກຈາກນັ້ນຊໍາຊຸງຍັງ​ໄດ້​ເອົາ​ໃຈ​ໃສ່​ໃນ​ດ້ານການພັດທະນາແບບຍືນຍົງໃນດ້ານອື່ນໆ ໂດຍສະເພາະດ້ານສິ່ງແວດລ້ອມ ເຊິ່ງເຮັດໃຫ້ພວກເຮົາຄິດຄົ້ນການນໍາເອົາວັດຖຸທີ່ນໍາໃຊ້ແລ້ວນຳກັບມາໃຊ້ໃໝ່ເພີ່ມເຂົ້າມາປະກອບໃນຜະລິດຕະພັນໃຫ້ຫຼາຍຂຶ້ນ. ທີ່ນອກເໜືອຈາກການນໍາໃຊ້ສໍາລັບການເຮັດກ່ອງຫຸ້ມຫໍ່ ເຊິ່ງພວກເຮົາດໍາເນີນການມາກ່ອນໜ້ານີ້ແລ້ວ ພ້ອມນັ້ນພວກເຮົາຍັງເປັນສ່ວນໜຶ່ງຂອງໂຄງການ “ເປົ້າໝາຍການພັດທະນາແບບຍືນຍົງ” (SDGs: Sustainable Development Goals) ຂອງ UNDP ອີກດ້ວຍ.

ຍິ່ງໄປກວ່ານັ້ນ, ງານໃນຄັ້ງນີ້ຍັງສະແດງໃຫ້ເຫັນວ່າໂທລະສັບມືຖືມີຄວາມຫຼາກຫຼາຍໃນຄຸນສົມບັດການສື່ສານຫຼັກແນວໃດ ເພື່ອຍົກລະດັບວິຖີຊີວິດຂອງຜູ້ຊົມໃຊ້ໃນຍຸກປະຈຸບັນ, ເຊິ່ງຊໍາຊຸງເປັນຜູ້ບຸກເບີກ ແລະ ຍອມຮັບໃນຄຸນຄ່ານີ້ມາໂດຍຕະຫຼອດ. ຄວາມກະຕືລືລົ້ນທີ່ບໍ່ມີຈຸດສິ້ນສຸດໃນການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີຂັ້ນສູງນີ້ ຈະເປັນໜຶ່ງໃນຫຼາຍໆເຄື່ອງມືທີ່ຊໍາຊຸງຈະນຳມາສະໜັບສະໜຸນການຈັດງານ World Expo 2030 ທີ່ເມືອງປູຊານ, ສາທາລະນະລັດເກົາຫຼີ. ເຊິ່ງຜູ້ຄົນຈະໄດ້ສຳຜັດກັບເຕັກໂນໂລຊີ 6G ຫຼ້າສຸດ ພ້ອມກັບຜະລິດຕະພັນໃໝ່ທີ່ໜ້າຕື່ນເຕັ້ນອີກຫຼາກຫຼາຍຢ່າງຈາກຊໍາຊຸງ. ມັນເປັນສິ່ງທີ່ລືມບໍ່ໄດ້ເລີຍວ່າ ປູຊານ ເປັນເມືອງທີ່ມີສັກກະຍະພາບໃນການຈັດງານຕ່າງໆລະດັບໂລກ ແລະ ເປັນໜຶ່ງໃນເມືອງທີ່ເຕີບໂຕໄວທີ່ສຸດໃນແງ່ຂອງໂຄງສ້າງພື້ນຖານ ແລະ ນະວັດຕະກຳສຳລັບປະຊາຊົນ. ແລະ ຍັງເຊື່ອວ່າມັນຈະສືບຕໍ່ເປັນສ່ວນໜຶ່ງຂອງການຈັດງານ Expo ລະດັບໂລກທີ່ຈະມອບປະສົບການທີ່ໜ້າຈົດຈຳ ແລະ ຄວາມສຳເລັດອັນຍິ່ງໃຫຍ່ໃຫ້ກັບປະເທດຕ່າງໆໃນທົ່ວໂລກ.