ສະຫຼອງວັນສື່ມວນຊົນແລະ ການພິມຈໍາໜ່າຍ ຄົບຮອບ 72 ປີ

79

ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 72 ປີ ( 13 ສິງຫາ 1950 – 13 ສິງຫາ 2022 ) ມີຂຶ້ນໃນວັນທີ 12 ສິງຫາ 2022 ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ ), ມີຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ສື່ມວນຊົນ ແລະ ການພິມຈຳໜ່າຍເຂົ້າຮ່ວມ.


ໃນພິທີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ໄດ້ກ່າວລາຍງານກ່ຽວກັບປະຫວັດ, ມູນເຊື້ອ ແລະ ຜົນງານທີ່ພົ້ນເດັ່ນຂອງການເຄື່ອນໄຫວວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ ປະຈໍາປີ 2021 – 2022 ລວມທັງບັນຫາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບົດຮຽນທີ່ຖອດຖອນໄດ້ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າໂດຍສັງເຂບ ເຊິ່ງມີບາງຕອນວ່າ: 72 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການເຄື່ອນໄຫວວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ ທີ່ຜ່ານມາແມ່ນໄດ້ມີການປ່ຽນແປງ, ປັບປຸງ, ພັດທະນາໃນແຕ່ລະໄລຍະຢ່າງເປັນລະບົບ ແລະ ຕໍ່ເນື່ອງເປັນກ້າວໆມາ ຕິດພັນກັບການນໍາພາ, ຊີ້ນໍາຂອງພັກຢ່າງໃກ້ຊິດ ແລະ ສະໜິດແໜ້ນ ເຊິ່ງສາມາດຍາດໄດ້ຜົນສໍາເລັດ ໂດຍສາມາດຊຸກຍູ້ການຂະຫຍາຍຕານ່າງໂທລະໂຄ່ງລົງສູ່ທ້ອງຖິ່ນທົ່ວປະເທດ ມາຮອດປີ 2021 ຕິດຕັ້ງໂທລະໂຄ່ງໄດ້ທັງໝົດ 6.191 ຊຸດ ໃນທົ່ວປະເທດ ແລະ ສະເພາະ 6 ເດືອນຕົ້ນປີ 2022 ຂະຫຍາຍໄດ້ຕື່ມ 26 ກວ່າຊຸດ ລວມປັດຈຸບັນມີເຖິງ 6.217 ຊຸດ.

ສື່ມວນຊົນລາວໄດ້ເປັນເຈົ້າການໃນການໂຄສະນາຕອບໂຕ້ຂ່າວບິດເບືອນ ການໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີຢ່າງທັນການ ເປັນຕົ້ນການນໍາໃຊ້ເສັ້ນທາງລົດໄຟ ລາວ – ຈີນ, ການສະກັດກັ້ນການລະບາດຂອງພະຍາດໂຄ ວິດ – 19. ຕໍ່ບັນຫາດັ່ງກ່າວນີ້, ຍາມໃດສື່ມວນຊົນລາວ ກໍໄດ້ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບໃນການນໍາພາຫາງສຽງສັງຄົມ, ສ້າງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ປະຊາຊົນຢ່າງຖືກຕ້ອງ, ວ່ອງໄວ, ເປັນລະບົບ ແລະ ຕໍ່ເນື່ອງ.


ສ່ວນຂົງເຂດການພິມຈໍາໜ່າຍ ແມ່ນສາມາດອອກທະບຽນພິມປຶ້ມ ໄດ້ທັງໝົດ 225 ຫົວເລື່ອງ ຈໍານວນພິມ 536.725 ຫົົວ, ໃນນີ້ມີປຶ້ມວັນນະຄະດີ 145 ຫົວເລື່ອງ ຈຳນວນພິມ 434.600, ປຶ້ມສັງຄົມສາດ 28 ຫົວເລື່ອງ ພິມ 28.800 ຫົວ, ປຶ້ມປັດຊະຍາ 8 ຫົວເລື່ອງ ພິມຈໍານວນ 14.600 ຫົວ, ປຶ້ມຄວາມຮູ້ທົ່ວໄປ 19 ຫົວເລື່ອງ ພິມຈໍານວນ 23.525 ຫົວ. ປຶ້ມປະຫວັດສາດ, ພູມສາດ 8 ຫົວເລື່ອງ ພິມຈໍານວນ 14.700 ຫົວ ແລະ ປຶ້ມອື່ນໆອີກຈໍານວນໜຶ່ງ. ອັນພົ້ນເດັ່ນຂອງວຽກງານພິມຈຳໜ່າຍໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຄຸ້ມຄອງ, ຊຸກຍູ້ສົ່ງເສີມ, ສ້າງແຜນພັດທະນາວຽກງານພິມຈຳໜ່າຍໃຫ້ມີບາດກ້າວຂະຫຍາຍຕົວເລື້ອຍໆມາ, ສາມາດປະຕິບັດໜ້າທີ່ການເມືອງໃນການພິມ, ການຈັດພິມຜະລິດປຶ້ມ, ສິ່ງພິມທີ່ມີຄຸນຄ່າ ແລະ ຈຳໜ່າຍດ້ວຍຮູບການຕ່າງໆ ເພື່ອສົ່ງເສີມການອ່ານ, ທັງເປັນການເຜີຍແຜ່ຜົນງານດ້ານຊັບສິນປັນຍາ, ສະໜອງຄວາມຮູ້ດ້ານໆໃຫ້ສັງຄົມ, ສ້າງວິໄສທັດ, ສຶກສາອົບຮົມຄຸນສົມບັດ, ຈຳກັດບັນຫາປາກົດການຫຍໍ້ທໍ້ທາງສັງຄົມ, ປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດຢ່າງຕໍ່ເນື່ອງ.


ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ກໍໄດ້ໂອ້ລົມບາງຕອນວ່າ: ຜົນງານຜ່ານມາສະແດງໃຫ້ເຫັນເຖິງຄວາມຕັດສິນໃຈ, ຄວາມເສຍສະຫຼະ, ຄວາມຮັບຜິດຊອບການເມືອງຂອງພະນັກງານ, ສະມາຊິກພັກ ນັກຮົບສື່ມວນຊົນ ສົມກັບຄຳເວົ້າທີ່ວ່າ: ສື່ມວນຊົນ ແລະ ການພິມຈໍາໜ່າຍ ແມ່ນອາວຸດທີ່ແຫຼມຄົມທີ່ມີຜົນງານຢ່າງຫຼວງຫຼາຍ ແລະ ນຳເອົາຜົນປະໂຫຍດໃຫຍ່ ຫຼວງທີ່ສຸດໃຫ້ແກ່ປະເທດຊາດຂອງພວກເຮົາ. ສະນັ້ນ, ເພື່ອເຮັດຫຼ້ອນໜ້າທີ່ການເມືອງທີ່ພັກ – ລັດມອບໝາຍ, ຮັບປະກັນ ປະຕິບັດຖືກຕ້ອງຫຼັກການການເຄື່ອນໄຫວວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ, ເສີມຂະຫຍາຍມູນເຊື້ອ, ຜົນງານ ແລະ ຈຳກັດປັດເປົ່າຈຸດອ່ອນຂໍ້ຄົງຄ້າງນັ້ນ ເຫັນວ່າຕ້ອງໄດ້ເອົາໃຈໃສ່ຕໍ່ຈຸດສຸມ ແລະ ຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍດັ່ງນີ້:


1). ຖືສຳຄັນການຍົກລະດັບຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້, ຄວາມສາມາດທາງດ້ານວິຊາການໃຫ້ເລິກເຊິ່ງ ແລະ ເປັນມືອາຊີບ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ;
2). ຫັນເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເປັນອັນລະອຽດ ເຂົ້າສູ່ວຽກງານຕົວຈິງ ສາມາດເຂົ້າຮ່ວມການເຄື່ອນໄຫວໃນພາກພື້ນ, ສາກົນ;
3). ສ້າງ ແລະ ຍົກລະດັບຄຸນທາດການເມືອງໃຫ້ບຸກຄະລາກອນສື່ມວນຊົນ ເວົ້າລວມ, ເວົ້າສະເພາະ ແມ່ນຫົວໜ້າອົງການສື່ມວນຊົນ, ຄະນະບັນນາທິການໃຫ້ໄດ້ຮຽນທິດສະດີການເມືອງ – ການປົກຄອງ;
4). ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງຮາກຖານພັກ ໃນຂົງເຂດສື່ມວນຊົນໃຫ້ເຂັ້ມແຂງ, ປອດໃສ, ໜັກແໜ້ນ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງໃນຂົງເຂດນີ້ ໃຫ້ແທດເໝາະກັບການຂະຫຍາຍຕົວຂອງເສດຖະກິດ – ສັງຄົມ ເຕັກໂນໂລຊີໃໝ່ໃນປັດຈຸບັນ;
5). ເປັນເຈົ້າການປັບປຸງຕົນເອງທັງທາງດ້ານເນື້ອໃນ ແລະ ຮູບການໃຫ້ກະທັດຮັດ, ແທດຕົວຈິງ ແລະ ມີປະສິດທິຜົນສູງຂຶ້ນ, ຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນ – ຂ່າວສານ, ໂຄສະນາເຜີຍແຜ່ຄ່ານິຍົມທີ່ຮັກຊາດ, ຮັກລະບອບໃໝ່; ຕິດພັນກັບການຕິດຕາມກວດກາ ຜະລິດຕະພາບພັນຂອງສື່ມວນຊົນ ແລະ ພິມຈຳໜ່າຍໃຫ້ດຳເນີນໄປຖືກທິດ ເພື່ອຮັບໃຊ້ພັກ, ລັດ ແລະ ປະຊາຊົນເຮົາ;
6). ເອົາໃຈໃສ່ເປັນພິເສດຕໍ່ການຕິດຕາມກວດກາເນື້ອໃນ, ຫາງສຽງສັງຄົມຖ້ອຍທຳນອງທີ່ບໍ່ຫວັງດີຕໍ່ລະບອບໃໝ່ຂອງພວກຄົນບໍ່ດີ ຢູ່ຕາມສື່ສັງຄົມອອນລາຍ ທັງເປັນເຈົ້າການໃນການຕອບຕ້ານຢ່າງທັນການ ແລະ ຖືກທິດ;
7). ກໍ່ສ້າງປັບປຸງສ້ອມແປງພື້ນຖານໂຄງລ່າງ, ວັດຖຸເຕັກນິກທີ່ມີຢູ່ແລ້ວໃຫ້ສາມາດໃຊ້ການໄດ້ປົກກະຕິ ພ້ອມທັງໃຫ້ເພີ່ມຂຶ້ນທັງທາງດ້ານປະລິມານ ແລະ ຄຸນນະພາບ, ຄວບຄຸມພື້ນທີ່ທັງພາຍໃນ ແລະ ຕ່າງປະເທດ;
8). ເອົາໃຈໃສ່ການສ້າງຄວາມເຂັ້ມແຂງ ຫັນໄປສູ່ກຸ້ມຕົນເອງດ້ານລາຍຮັບວິຊາການ ຕາມເງື່ອນໄຂຕົວຈິງ ໂດຍຊຸກຍູ້ໃຫ້ມີການປັບປຸງ, ກົນໄກ, ຂັ້ນຕອນ, ວິທີການ ແລະ ລະບຽບການຕ່າງໆ.


ທ່ານຍັງກ່າວຕື່ມວ່າ: ເພື່ອເຮັດໃຫ້ບັນຫາທັງໝົດໄດ້ຮັບການແກ້ໄຂໄດ້ ຂໍແລກປ່ຽນນຳບັນດາທ່ານບັນດາສະຫາຍ ດັ່ງນີ້: ເພີ່ມທະວີວຽກງານສຶກສາອົບຮົມວຽກງານການເມືອງ – ແນວຄິດ ໃຫ້ບຸກຄະລາກອນສື່ມວນຊົນ ແລະ ການພິມຈໍາໜ່າຍໃຫ້ເປັນປົກກະຕິ, ທົ່ວເຖິງ, ແຂງແຮງ ແລະ ຮອບດ້ານ; ເພີ່ມທະວີການນໍາພາຫາງສຽງສັງຄົມ ກໍຄືປະຊາຊົນໃຫ້ທົ່ວເຖິງ, ເລິກເຊິ່ງ ແລະ ເປັນລະບົບຕໍ່ເນື່ອງ; ເອົາໃຈໃສ່ການແກ້ໄຂບັນຫາສິ່ງອັດຕັນການເຂົ້າເຖິງແຫຼ່ງຂໍ້ມູນ – ຂ່າວສານ, ການສະໜອງຂໍ້ມູນ – ຂ່າວສານຈາກພາກສ່ວນທີ່ກ່ຽວຂ້ອງໃຫ້ສື່ມວນຊົນ ກໍຄື ຄວາມເປັນເຈົ້າການອອກມາຊີ້ແຈງຜ່ານສື່ມວນຊົນທາງການ ໃຫ້ສັງຄົມເຂົ້າໃຈຢ່າງຖືກຕ້ອງ; ສືບຕໍ່ສ້າງລະບົບ, ກົນໄກປະສານງານ ແລະ ໂຄສະນາເຜີຍແຜ່ ສ້າງ ຄວາມຮັບຮູ້, ຄວາມເຂົ້າໃຈ ໃຫ້ອົງການຈັດຕັ້ງພັກ – ລັດ ແລະ ສັງຄົມຢ່າງເປັນລະບົບຕໍ່ເນື່ອງ; ສືບຕໍ່ຄົ້ນຄວ້າກົນໄກປະສານງານ, ປັບປຸງແຜນດໍາເນີນງານ, ການສ້າງລາຍຮັບວິຊາການ ກໍຄືການນຳໃຊ້ລາຍຮັບວິຊາການໃຫ້ໂລ່ງລ່ຽນ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານຂອງສື່ຕ່າງໆປະຕິບັດໄດ້ຢ່າງມີປະສິດທິພາບສູງ.