ຫລາຍແຂວງພວມຜະເຊີນບັນຫາໄພນ້ຳຖ້ວມ ແຂວງທີ່ຍັງຕ້ອງກຽມພ້ອມບໍໃຫ້ໄດ້ຮັບຜົນກະທົບຫຼາຍ

64

ພາຍໃນອາທິດນີ້ຖືວ່າ ສປປ ລາວເຮົາພົບພໍ້ກັບສະພາບອາກາດທີ່ຮ້າຍແຮງພໍສົມຄວນ ທຸກພາກກັນເລີຍ ບໍ່ວ່າຈະເປັນເໜືອ, ກາງ ແລະ ໃຕ້ ຫຼາຍບ່ອນເກີດໄພພິບັດທາງທຳມະຊາດ, ນ້ຳຖ້ວມ ເຊິ່ງກໍ່ກົງກັບທາງກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງການໃນແຕ່ລະໄລຍະໃຫ້ເຝົ້າລະວັງສະພາບອາກາດ ຈົນມາຮອດປັດຈຸບັນຫຼາຍເມືອງຕາມແຂວງຕ່າງໆກໍ່ກຳລັງປະເຊີນກັບໄພນ້ຳຖ້ວມຢ່າງໜັກ.

ນັບແຕ່ທາງກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ຄາດຄະເນສະພາບອາກາດໃນລະຫວ່າງວັນທີ 8-14 ສິງຫາ ເປັນຕົ້ນມາ ກ່ຽວກັບໃຫ້ປະຊາຊົນກຽມພ້ອມຮັບມື້ຕໍ່ກັບຝົນຕົກໜັກ ໃນແຕ່ລະພາກກໍ່ຄືແຕ່ໃນຕົ້ນອາທິດນີ້ເປັນຕົ້ນມາກໍ່ເຫັນວ່າເປັນໄປຕາມການຄາດໄວ້ ແລະ ກໍ່ເປັນທີ່ໜ້າກັງວົນຕາມາຕິດໆ ເມື່ອອຸຕຸແຈ້ງມາໃໝ່ວ່າພາຍຸໝູນເຂດຮ້ອນ ວັນທທີ 9-12 ສິງ 2022 ຈະເຂົ້າມາຍັງ ສປປ ລາວ ເນື່ອງວ່າຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານເຂດພາກ ພາກກາງ ແລະ ພາກໃຕ້ຂອງປະເທດລາວ, ປ່ອງເຂົ້າສູ່ລົມພາຍຸດີເປຼຊັນ ທີ່ຢູ່ເຂດທະເລຈີນໃຕ້ ແລະ ມີທ່າອ່ຽງເພີ່ມກໍາລັງແຮງຂື້ນ ກາຍເປັນພາຍຸໝູນເຂດຮ້ອນ ຫົວທີ7 ແລະ ເຮັດໃຫ້ເກີດມີນ້ຳຖ້ວມໜັກໃນຫຼາຍທ້ອງຖິ່ນ.

ເທົ່ານັ້ນຍັງບໍ່ພໍ ພາຍຸດັ່ງກ່າວໄດ້ເຄື່ອນທີ່ຂື້ນຝັ່ງທາງພາກເໜືອຂອງປະເທດຫວຽດນາມ ແລະ ຈະສືບຕໍ່ຜ່ານແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກໍາລັງແຮງພັດປົກຄຸມ, ເຊິ່ງເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກ ຫາ ຕົກໜັກຫຼາຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ແລະ ໃນທ້າຍອາທິດນີ້ກໍ່ຄືປັດຈຸບັນ ທາງກົມອຸຕຸ ກໍ່ແຈ້ງພາຍຸດີເປຼຮຊັນ ກໍາລັງເຄື່ອນທີ່ຢູ່ ແຂວງພາກເໜືອຂອງປະເທດລາວ ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ໄດ້ມີກໍາລັງແຮງພັດປົກຄຸມ. ຊຶ່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼຶ້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກໜັກ ຫາຕົກໜັກຫຼາຍ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

ຈາກສະພາບການທີ່ກຳລັງພົບຢູ່ຈຶ່ງເຮັດໃຫ້ຫຼາຍແຂວງໃນແຕ່ລະພາກຂອງລາວພົບກັບໄພນ້ຳຖ້ວມດັ່ງທີ່ຫຼາຍຄົນຮູ້ບໍ່ວ່າຈະເປັນ ສະຫວັນນະເຂດ, ໄຊຍະບູລີ, ຫຼວງພະບາງ ແລະ ອີກຫຼາຍແຂວງທີ່ໜ້າເປັນຫ່ວງ ດັ່ງນັ້ນທຸກຄົນຕ້ອງມີສະຕິຕໍ່ສະພາບອາກາດ ເນື່ອງຈາກປັດຈຸບັນເຫັນວ່າຫຼາຍພື້ນທີ່ຍັງມີຝົນຕົກສືບຕໍ່ເນື່ອງຢູ່ ແລະ ຕ້ອງຕິດຕາມພາຍາກອນອາກາດເປັນປະຈຳ

ພາບປະກອບ