ໄຊຍະບູລີ ກຽມພົນກວ່າ 600 ຄົນພ້ອມຮັບມືໄພນໍ້າຖ້ວມ

130

ແຂວງ ໄຊຍະບູລີ ແມ່ນໄດ້ຮັບຜົນກະທົບຈາກ ພາຍຸມູນລານ ເຮັດໃຫ້ມີຝົນຕົກແຕ່ວັນທີ 11-12 ສິງຫາ ປີນີ້, ໄດ້ເກີດມີນໍ້າຫ້ວຍຫຼາຍສາຍຢູ່ແຂວງ ໄຊຍະບູລີ ຂຶ້ນຖ້ວມພື້ນຖານການຜະລິດ ແລະ ເຮືອນຊານຂອງປະຊາຊົນຈໍານວນໜຶ່ງ, ຕໍ່ກັບເຫດການດັ່ງກ່າວ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ການນໍາທຸກພາກສ່ວນຂອງແຂວງ ຈິ່ງຕ້ອງກຽມພ້ອມເຝົ້າລະວັງ ແລະ ຈັດກໍາລັງພົນໄວ້ 600 ກວ່າຄົນເພື່ອຕອບໂຕກັບໄພດັ່ງກ່າວ.


ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ຫົວໜ້າຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄດ້ຖະແຫຼງຂ່າວໃນຕອນເຊົ້າຂອງວັນທີ 12 ສິງຫາ ປີນີ້ວ່າ: ເພື່ອເປັນການເຝົ້າລະວັງ ແລະ ຕອບໂຕ້ຕໍ່ໄພນໍ້າຖ້ວມທີ່ອາດຈະເກີດຂື້ນຢູ່ເທດສະບານແຂວງ ໄຊຍະບູລີ, ການນໍາຂອງແຂວງກໍ່ຄືຄະນະກໍາມະການຄຸ້ມຄອງໄພພິບັດແມ່ນໄດ້ລົງຕິດຕາມກວດກາ ແລະ ໃຫ້ການຊ່ວຍເຫຼືອຜົນກະທົບໄພພິບັດໃນເບື້ອງຕົ້ນ, ຮອດປະຈຸບັນຕາມການລາຍງານເບື້ອງຕົ້ນ ທົ່ວແຂວງເກີດມີນໍ້າຖ້ວມ 5 ເມືອງ, ເສັ້ນທາງຕັດຂາດລະຫວ່າງເມືອງ ໄຊຍະບູລີ ຫາ ເມືອງ ຫົງສາ, ພື້ນທີ່ການຜະລິດ ແລະ ສັດລ້ຽງຂອງປະຊາຊົນໄດ້ຮັບຜົນເສຍຫາຍຈໍານວນໜຶ່ງ, ສະເພາະເທດສະບານເມືອງ ໄຊຍະບູລີ ລະດັບແມ່ນນໍ້າຮຸ່ງແມ່ນຂຶ້ນເຖິງຈຸດສ່ຽງໄພຢູ່ໃນລະດັບ 5-6,5 ແມັດ, ຈຸດອັນຕະລາຍແມ່ນ 7 ແມັດ.

ສໍາລັບແຜນການຕອບໂຕ້ເບື້ອງຕົ້ນແມ່ນໄດ້ປະກາດພາວະສຸກເສີນແຈ້ງເຕືອນການເຝົ້າລະວັງຜ່ານທາງໂທລະໂຄ່ງຂອງແຕ່ລະບ້ານ, ແຈ້ງອອກທາງວິທະຍຸ ແລະ ໃຫ້ລົດໂຮງໝໍ, ຕໍາຫຼວດ ເປີດໂວດແຈ້ງເຕືອນປະຊາຊົນຕາມຫົນທາງ, ພ້ອມດຽວກັນກໍ່ໄດ້ລະດົມກໍາລັງພົນເພື່ອເຂົ້າຊ່ວຍເຫຼືອປະຊາຊົນເມື່ອນໍ້າຂຶ້ນຖ້ວມຈໍານວນ 600 ກວ່າຄົນ.

ໃນນັ້ນ: ມີກໍາລັງທະຫານແຂວງ 115 ຄົນ, ທະຫານຮາບທີ2 ມີ 300 ຄົນ, ຕໍາຫຼວດ 50 ຄົນ, ຊາວໜຸ່ມຈາກບັນດາພະແນກການອ້ອມຂ້າງແຂວງ 200 ຄົນ, ມີໜ່ວຍກູ້ໄພແຂວງ ແລະ ແພດໝໍຈໍານວນ 20 ຄົນ.

ນອກນີ້ຍັງມີພາຫະນະປະເພດລົດບັນທຸກ ແລະ ລົດກະບະ 18 ຄັນ, ລົດກູ້ຊີບກູ້ໄພ 3 ຄັນ, ເຮືອ 3 ລໍາ, ເຄື່ອງຜະລິດນໍ້າກິນ-ນໍ້າໃຊ້ 1 ເຄື່ອງ ແລະ ຍັງມີຢາປົວພະຍາດຈໍານວນໜຶ່ງ, ໃນຕອນເຊົ້າຂອງວັນດຽວກັນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ໂອ້ລົມ ແລະ ເໜັ້ນໜັກ ພ້ອມທັງໃຫ້ກໍາລັງໃຈກັບບັນດາກໍາລັງພົນ 600 ກວ່າຄົນ ເພື່ອຕອບໂຕ້ກັບໄພພິບັດທີ່ອາດຈະເກີດຂຶ້ນໂດຍສະເພາະແມ່ນ ໄພນໍ້າຖ້ວມ, ໂດຍແບ່ງເປັນກຸ່ມອອກລາດຕະເວນຢູ່ບັນດາບ້ານທີ່ມີຄວາມສ່ຽງລຽບແມ່ນໍ້າຮຸ່ງ ເພື່ອກຽມພ້ອມຊ່ວຍເຫຼືອປະຊາຊົນໃຫ້ທ່ວງທັນກັບເຫດການ.


ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ