ໄຊຍະບູລີແຈ້ງໃຫ້ເຈົ້າໜ້າທີ່ກຽມພ້ອມຊ່ວຍເຫຼືອປະຊາຊົນ ທີ່ອາດເກີດໄພນ້ຳຖ້ວມ.

113

ຕອນນີ້ແຂວງໄຊຍະບູລີກຳລັງມີຄວາມສ່ຽງຕໍ່ການຖືກໄພນ້ຳຖ້ວມ ເນື່ອງຈາກເປັນທາງຜ່ານຂອງສາຍນ້ຳຮຸ່ງ ທີ່ກຳລັງສູງຂຶ້ນຕໍ່ເນື່ອງ ແລະ ມີກະແສນ້ຳໄຫຼຊຸແຮງ ບວກກັບສະພາບອາກາດທີ່ມີຝົນຕົກ ແລະ ພາຍຸເຂົ້າ ສປປ ລາວໃນໄລຍະນີ້ອີກ ດັ່ງນັ້ນຄວາມປອດໄພຂອງປະຊາຊົນຜູ້ອາໄສຢູ່ແຖບນັ້ນຕ້ອງມາກ່ອນ ຂໍໃຫ້ເຈົ້າໜ້າທີ່ກ່ຽວຂ້ອງກຽມພ້ອມໃຫ້ການຊ່ວຍເຫຼືອ.

ຕາມການປະເມີນເບື້ອງຕົ້ນ ໄຊຍະບູລີແມ່ນມີຄວາມສ່ຽງສູງທີ່ຈະເກີດໄພນ້ຳຖ້ວມຕາມມາ ຫ້ອງວ່າການປົກຄອງແຂວງ ໄຊຍະບູລີຈິ່ງໄດ້ອອກແຈ້ງການເລກທີ 334/ຫວຂ.ຊຍ ລົງວັນທີ 12 ສິງຫາ 2022 ນີ້ກ່ຽວກັບແຈ້ງສຸກເສີນໄພພິບັດນ້ຳຖ້ວມ ແລະ ບັນດາພະແນກການ, ອົງການ, ກົມກອງ, ສະພາປະຊາຊົນແຂວງ, ຫ້ອງການ, ພະນັກງານທີ່ຮັບຜິດຊອບບ້ານ ລົງປະຈຳການຊ່ວຍເຫຼືອປະຊາຊົນຕາມຂອບເຂດຄວາມຮັບຜິດຊອບຕົນ.

ໂດຍມອບໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ບັນດາເມືອງ ລາຍງານສະພາບການໄພພິບັດທີ່ເກີດຂຶ້ນພາຍໃນເມືອງຂອງຕົນ ມາຍັງຫ້ອງວ່າການແຂວງ ເພື່ອຂໍທິດຊີ້ນຳໃນການຊ່ວຍເຫຼືອໃຫ້ທັນການ. ແລະ ໃນສ່ວນປະຊາຊົນເອງກໍ່ຕ້ອງກຽມຄວາມພ້ອມທັງຈິດໃຈ, ມີສະຕິຢູ່ຕະຫຼອດເວລາ ເພື່ອຮັບມືກັບໄພທຳມະຊາດທີ່ອາດເກີດຂຶ້ນ.