ທ່ານຮອງນາຍົກ​ ພົບປະຄະນະນຳກະຊວງ ຖວທ​ ແລະ​ ບກ​ ອົງການສື່ມວນຊົນ​

66

ວັນທີ​ 11​ ສິງຫາ​ 2022​ ທີ່ກະຊວງ​ຖະແຫຼງຂ່າວ,​ ວັດທະນາທຳ​ ແລະ​ ທ່ອງທ່ຽວ​ (ຖວທ)​, ທ່ານ​ ກິແກ້ວ​ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ​ ໄດ້ພົບປະຄະນະນຳ ກະຊວງ​ ຖວທ​ ໂດຍມີ​ ທ່ານ​ ນາງ​ ສວນສະຫວັນ​ ວິຍາເກດ​ ລັດຖະມົນຕີ​ກະຊວງ​ ຖວທ, ມີຮອງລັດຖະມົນຕີ,​ ຫົວໜ້າ-ຮອງຫົວໜ້າກົມ​ ແລະ​ ບັນນາທິການ​ (ບກ)​ ອົງການສື່ມວນຊົນຢູ່ສູນກາງເຂົ້າຮ່ວມ​ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນ ແລະ​ ວັນການພິມຈຳໜ່າຍ​ ແຫ່ງຊາດ ຄົບຮອບ​ 72​ ປີ (ວັນທີ 13 ສິງຫາ 1950-13 ສິງຫາ 2022)​.

ກອງ​ປະ​ຊຸມພົບປະ​ຄັ້ງ​ນີ້ ​ແມ່ນ​ເປັນ​ການ​ແລກ​ປ່ຽນ​ຄຳ​ຄິດ​ເຫັນ, ພ້ອມທັງສະເໜີບາງບັນຫາ ເພື່ອເຮັດໃຫ້ວຽກງານຖະແຫຼງຂ່າວ-ສື່ມວນຊົນ ໄດ້ຮັບການພັດທະນາກ້າວໄປສູ່ຄຸນນະພາບ ແລະ ທັນສະໄໝ, ສົມກັບເປັນເຄື່ອງມືອັນແຫຼມຄົມຂອງພັກ, ເປັນປາກກະບອກສຽງໃຫ້ພັກ, ລັດ ແລະ ປະຊາຊົນ, ເປັນເວທີແຫ່ງການສົ່ງເສີມປະຊາທິປະໄຕປະຊາຊົນລາວບັນດາເຜົ່າ, ປົກປັກຮັກສາໝາກຜົນຂອງການນໍາພາ-ຊີ້ນໍາຂອງພັກ ຕະຫຼອດໄລຍະເວລາ ກໍຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພ້ອມທັງຕອບໂຕ້ຖ້ອຍທໍານອງຂອງກຸ່ມຄົນບໍ່ດີ, ບັນດາອິດທິກໍາລັງປໍລະປັກ ແລະ ກໍາລັງຫັນປ່ຽນໂດຍສັນຕິຂອງສັດຕູ ໃຫ້ນັບມື້ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.

ໃນ​ກອງ​ປະ​ຊຸມ​ບັນ​ດາ​ຫົວ​ໜ້າ​ ບກ ​ແຕ່​ລະ​ສື່ ​ກໍ​ໄດ້ສະເໜີໃຫ້ພັກ, ລັດຖະບານ ນໍາພາ-ຊີ້ນໍາ ວຽກງານສື່ມວນຊົນ ຢ່າງໃກ້ຊິດ ແລະ ຕໍ່ເນື່ອງ ໂດຍສະເພາະການບໍາລຸງກໍ່ສ້າງບຸກຄະ​ລາກອນສື່ມວນຊົນ ດ້ານວິຊາສະເພາະ, ທິດສະດີການເມືອງ ໃຫ້ເປັນລະບົບຕໍ່ເນື່ອງ ເພື່ອຮັບປະກັນໃຫ້ແກ່ການຮັບໃຊ້ໜ້າທີ່ການເມືອງຂອງພັກ, ລັດ ແລະ ປະຊາຊົນ, ສະໜອງງົບປະມານບໍລິຫານໃຫ້ແກ່ການເຄື່ອນໄຫວວຽກງານຂອງສື່ມວນຊົນໃນເຫດການສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ຕອບສະ​ໜອງພາຫະນະໃຫ້ແກ່ສື່ມວນຊົນຫຼັກໃຫ້ພຽງພໍ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານສື່ມວນຊົນໃຫ້ໄວຂຶ້ນ.

ນອກນັ້ນ, ກໍເພື່ອກຽມຄວາມພ້ອມຮັບມືກັບເຫດການສໍາຄັນຕ່າງໆຢ່າງຖ່ວງທັນ ເຊິ່ງປັດຈຸບັນເຫັນວ່າພາຫະນະແມ່ນບໍ່ພຽງພໍ ບາງຄັ້ງສື່ມວນຊົນກໍໃຊ້ລົດສ່ວນຕົວໃນການລົງເຄື່ອນໄຫວວຽກງານ, ໃຫ້ແກ້ໄຂກົນໄກການນໍາໃຊ້ເງິນລາຍຮັບວິຊາການຂອງສື່ມວນຊົນ ເຊິ່ງເຫັນວ່າຜ່ານມາແມ່ນພົບຄວາມຫຍຸ້ງຍາກ, ຊັກຊ້າ, ຈໍາກັດ ແລະ ບໍ່ສາມາດຕອບສະ​ໜອງ ໃນການຮັບໃຊ້ວຽກງານບໍລິຫານ ແລະ ວິຊາສະເພາະຂອງສື່ມວນຊົນພວກເຮົາ.


ນອກຈາກນີ້, ໄດ້ສະເໜີໃຫ້ທຸກພາກສ່ວນລວມທັງອົງການພັກ, ລັດ ແລະ ສັງຄົມ ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ແລະ ປະຕິບັດນະໂຍບາຍທີ່ເໝາະສົມ, ແກ້ໄຂບັນຫາຂອດທີ່ມີລັກສະນະກີດກັ້ນ, ບໍ່ເຊື່ອໃຈ, ລັ່ງເລ, ບໍ່ໃຫ້ການຮ່ວມມືໃນການສະໜອງຂໍ້ມູນ ແລະ ການຊີ້ແຈງບັນຫາທີ່ສັງຄົມ ກໍຄືປະຊາຊົນສົນໃຈ, ຂ້ອງໃຈ ເຊິ່ງເຫັນວ່າຜ່ານມາກໍຍັງມີຫຼາຍພາກສ່ວນທີ່ຍັງບໍ່ໃຫ້ການຮ່ວມມືກັບສື່ມວນຊົນພວກເຮົາ ເປັນຕົ້ນ ການສະເໜີຂໍສໍາພາດ ຫຼື ການລົງເກັບກໍາຂ່າວໃນແຕ່ລະພື້ນທີ່.


​ໂອກາດ​ດັ່ງກ່າວ,​ ທ່ານ​ ກິແກ້ວ​ ໄຂຄຳພິທູນ​ ໄດ້ໂອລົມຕໍ່ບັນດາສື່ມວນຊົນວ່າ ໃຫ້ຄະນະພັກ ຄະນະນຳທຸກຂັ້ນ ຕ້ອງນຳພາ ວຽກງານໂດຍກົງ-ຮອບດ້ານ, ຖືສຳຄັນວຽກງານຖະແຫລງຂ່າວເປັນກົກ, ບັນດານິຕິກໍາໃດທີ່ບໍ່ສອດຄ່ອງຕ້ອງ ໄດ້ຕິດຕາມກວດກາ ແລະ ປັບປຸງຄືນໃໝ່ ໃຫ້ສອດຄ່ອງແທດເໝາະ, ຕ້ອງສັບຊ້ອນຈັດວາງບຸກຄະລາກອນໃສ່ຕຳແໜງງານຢ່າງເໝາະສົມ; ຕ້ອງກໍາແໜ້ນທັດສະນະຂອງພັກເຮົາຕໍ່ວຽກງານສື່ມວນຊົນ ການເພີ່ມທະວີການຄຸ້ມຄອງຂອງລັດຕໍ່ສື່ມວນຊົນ ໂດຍການຄຸ້ມຄອງດ້ວຍກົດໝາຍ ພ້ອມທັງກວດກາຄືນກົດໝາຍທີ່ຄຸ້ມຄອງ ວ່າສອດ ຄ່ອງກັບສະພາບປັດຈຸບັນບໍ່ ຖ້າບໍ່ສອດຄ່ອງກໍຕ້ອງມີການປັບປຸງແກ້ໄຂຄືນໃໝ່. ພ້ອມກັນນີ້ ບັນນາທິການ ຕ້ອງມີຄວາມຮູ້ເລິກເຊິ່ງກ່ຽວກັບວຽກງານວິຊາສະເພາະ, ກຳໄດ້ລັກສະນະຈຸດພິເສດຂອງວຽກວິຊາສະ ເພາະ, ຕ້ອງເປັນຜູ້ຊຳນິຊຳນານໃນວຽກງານ, ມີຄວາມສະດຸ້ງໄວຕໍ່ບັນຫາ, ຕ້ອງມີແຜນ ການເຄື່ອນໄຫວວຽກງານຂອງຕົນເອງຢ່າງເປັນລະບົບ ທັ້ງສະເພາະໜ້າ ແລະຍາວນານ.