ຊ້າງນ້ອຍ ບຽດເອົາຊະນະ ຈໍາປາສັກ ລາວລີກ 1 ຫຍັບເຂົ້າໃກ້ແຊັມອີກໜຶ່ງຂັ້ນລຸ້ນອີກ 3 ນັດສຸດທ້າຍ

41

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ອາທິດທີ 20 ໂດຍມີການແຂ່ງຂັນຂັນເຖິງ 2 ຄູ່ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ໂດຍ ຄູ່ທໍາອິດ ຊ້າງນ້ອຍ ເອັຟຊີ ພົບກັບ ຈໍາປາສັກ ເອັຟຊີ ເວລາ 16:00 ໂມງເປັນຊ້າງນ້ອຍ ເອັຟຊີ ບຽດເອົາຊະນະໄປ 1-0 ຈາກການຍິງຂອງ ກີ້ດາວອນ ສຸວັນນີ ນາທີໆ 57, ສ່ວນຄູ່ທີ 2 ເອສະຣາ ເອັຟຊີ ພົບກັບ ວຽງຈັນ ເອັຟຊີ ເວລາ 19:00 ໂມງກິນກັນບໍ່ລົງສະເໝີກັນ 1-1 ໂດຍ ເອສະຣາ ເອັຟຊີ ໄດ້ປະຕູຂຶ້ນນຳໄປກ່ອນຈາກການຍິງຂອງ ອານັນຕະຊາ ສີພົງພັນ ນາທີ 47, ສ່ວນ ວຽງຈັນ ໄດ້ປະຕູຈາກ ພູວຽງ ພູມສະຫວັດ ນາທີ 53.

ຈາກຜົນນັດດັ່ງກ່າວ ເຮັດໃຫ້ ຊ້າງນ້ອຍ ເອັຟຊີ ເກັບເພີ່ມເປັນ 37 ຄະແນນ ໜີຫ່າງອັນດັບ 2 ໄປ 5 ຄະແນນກໍຄື ມາສເຕີ 7 ເອັຟຊີ ທີ່ມີ 32 ຄະແນນຈາກການລົງແຂ່ງຂັນ 15 ນັດເທົ່າກັນ ໂດຍຍັງເຫຼືອການແຂ່ງຂັນພຽງ 3 ນັດກໍຈະຈົບລະດູການສະແດງວ່າ ຊ້າງນ້ອຍ ຊະນະອີກ 2 ນັດຈະເປັນແຊັມທັນທີ ຫຼື ນັດຕໍ່ໄປຊະນະ ແລະ ລຸ້ນໃຫ້ ມາສເຕີ 7 ເອັຟຊີ ເສຍ 1 ໃນ 3 ນັດສຸດທ້າຍ ກໍຈະເປັນແຊັມທັນທີເຊັ່ນດຽວກັນ, ແຕ່ ຊ້າງນ້ອຍ ຫ້າມເສຍເດັດຂາດ ຖ້າຫາກເສຍນັດໃດນັດໜຶ່ງຈະຕ້ອງໄປຕັດສິນແຊັມກັບ ມາສເຕີ 7 ເອັຟຊີ ໃນນັດສຸດທ້າຍໃນວັນທີ 20 ສິງຫາ 2022.

ຂ່າວ: Larh Creators;ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ
A111: ຊ້າງນ້ອຍ ເອັຟຊີ ຊະນະ ຈໍາປາສັກ ເຮັດໃຫ້ມີຄະແນນໜີຫ່າງອັນດັບ 2 ໄປແລ້ວ 5 ຄະແນນ