ປະທານມວຍລາວ ເນັ້ນສືບຕໍ່ໃຫ້ເຈົ້າຂອງຫຼຽນຄໍາໃນ ມ.ອາຊຽນ 2022 ຝຶກຊ້ອມກຽມລຸຍຊີເກມ

59

ປະທານສະຫະພັນມວຍລາວແຫ່ງຊາດ ຢືນຢັນຈະສືບຕໍ່ຜັກດັນໃຫ້ກັບ ທ້າວ ຄຳພູວັນ ຄໍາສະທອນທອນ ກັບ ທ້າວ ຫຸມພັນ ຄຳມາຕີ ທີ່ຍາດໄດ້ຫຼຽນຄໍາໃນການແຂ່ງຂັນກີລາມວຍລາວ ໃນງານມະຫາວິທະຍາໄລອາຊຽນ ຄັ້ງທີ 20 ທີ່ປະເທດໄທ ທີ່ຫາກໍຈົບໄປໃນທ້າຍອາທິດ ທີ່ຜ່ານມາ ສືບຕໍ່ຝຶກຊ້ອມ ແລະ ພັດທະນາໄປເລື້ອຍ ກຽມລຸຍໃນງານມະຫະກໍາກີລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໃນປີໜ້າຕໍ່ໄປ.

ທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວແຫ່ງຊາດ, ປະທານສະຫະພັນມວຍໂລກ ໃຫ້ສໍາພາດຜ່ານເພຈ໌ບຸກທາງການຂອງ ສະຫະພັນມວຍລາວແຫ່ງຊາດລາວ ວ່າ: ສະຫະພັນມວຍລາວແຫ່ງຊາດ ຮ່ວມກັບ ສະຫະພັນກີລາມະຫາວິທະຍາໄລລາວ ໄດ້ສົ່ງນັກກີລາມວຍລາວ ເຂົ້າຮ່ວມໃນງານມະຫາວິທະຍາໄລອາຊຽນ ຄັ້ງທີ 20 ທີ່ປະເທດໄທ ທີ່ປິດສາກໄປໃນທ້າຍອາທິດທີ່ຜ່ານ ຈໍານວນ 4 ລຸ້ນຄື: 51, 54, 57 ແລະ 60 ສາມາດຍາດໄດ້ເຖິງ 2 ຫຼຽນຄໍາ, 1 ຫຼຽນເງິນ ແລະ 1 ຫຼຽນທອງແດງ ເຊິ່ງໃນນັ້ນພວກເຮົາພາດໄປ 2 ລຸ້ນຄື ໄດ້ຫຼຽນເງິນໃນຮອບຊີງ ແລະ ໄດ້ຫຼຽນທອງ, ແຕ່ໃນລຸ້ນ 51 ກິໂລກກຣາມກໍຄື ທ້າວ ຄຳພູວັນ ຄໍາສະທອນທອນ ກັບ ລຸ້ນ 57 ກິໂລກຣາມກໍຄື ທ້າວ ຫຸມພັນ ຄຳມາຕີ ຖືກວ່າພວກເຮົາໂດດເດັ່ນທີ່ສຸດ ສາມາຄຸມສະຖານະການໄດ້ທຸກຢ່າງ ກ່ອນຊະນະນັກມວຍເຈົ້າພາບໄປຄວ້າຫຼຽນຄໍາໄປຄອງ.

ທ່ານກ່າວອີກວ່າ: ແນ່ນອນ 2 ຄົນທີ່ໄດ້ຫຼຽນຄໍາຄັ້ງນີ້ ພວກເຮົາຈະເອົາມາເກັບຕົວ ເພື່ອກຽມໃສ່ຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໃນປີ 2023 ຕໍ່ໄປ ເພາະພວກເຮົາໄດ້ເຫັນເຖິງທັກສະ ແລະ ຮູບແບບມວຍທີ່ດີທີ່ສຸດ ທີ່ມີຫວັງເຖິງຫຼຽນຄໍາໃນຊີເກມ. ແນ່ນອນຜົນສໍາເລັດຄັ້ງນີ້ກໍເປັນອີກບາດກ້າວໜຶ່ງສໍາລັບວົງການມວຍລາວ ໄດ້ເກີນຄາດໝາຍ ແລະ ໃນອະນາຄົດໃກ້ໆນີ້ພວກເຮົາກຽມຈັດມວຍລາວ ທີ່ໂຮງກາຍກະສິນ ໂດຍຈະເຊີນເອົານັກມວຍຈາກຍີ່ປຸ່ນ ແລະ ບັນດາປະເທດໃນອາຊີ ມາຊົກກັບນັກມວຍລາວ ຄາດວ່າຈະຈັດຂຶ້ນໃນເດືອນໜ້າ ລວມເຖິງກຽມນັກກີລາໄປຊົກໃນງານທົດສອບກ່ອນລຸຍຊີເກມ ທີ່ປະເທດກໍາປູເຈຍ ໃນເດືອນພະຈິກນີ້

ສໍາລັບ ທັບນັກກີລາມະຫາວິທະຍາໄລລາວ ສາມາດຍາດໄດ້ 5 ຫຼຽນຄຳ 8 ຫຼຽນເງິນ ແລະ 20 ຫຼຽນທອງ ໃນງານມະຫາວິທະຍາໄລອາຊຽນ ຄັ້ງທີ 20 ປະຈໍາປີ 2022 ໂດຍໃນນັ້ນສະເພາະກີລາມວຍລາວ ຍາດໄດ້ເຖິງ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງແດງ ໂດຍໄດ້ຈາກ:
– 1 ຫລຽນຄຳ ຈາກ ທ້າວ ຄຳພູວັນ ຄໍາສະທອນທອນ ໃນຮຸ່ນ 51 ກິໂລກຣາມ ສາມາດເອົາຊະນະນັກກີລາຈາກປະເທດໄທດ້ວຍຄະແນນ 3-0 ຍົກໃນຮອບຊີງຫຼຽນຄໍາ
– 1 ຫຼຽນຄຳ ຈາກ ທ້າວ ຫຸມພັນ ຄຳມາຕີ ໃນຮຸ່ນ 57 ກິໂລກຣາມ ສາມາດເອົາຊະນະນັກມວຍຈາກປະເທດໄທ ດ້ວຍຄະແນນ 2-1 ຍົກໃນຮອບຊີງຫຼຽນຄໍາ
– 1 ຫຼຽນເງິນ ຈາກ ທ້າວ ພອນຄຳ ສົມຍົງ ໃນຮຸ່ນ 54 ກິໂລກຣາມ ເສຍໃຫ້ນັກກີລາຈາກປະເທດໄທ 0-3 ຍົກໃນຮອບຊີງຫຼຽນຄໍາ
– 1 ຫຼຽນທອງແດງ ຈາກ ທ້າວ ອາເຈິນ ຄຳມະນີວົງ ໃນຮຸ່ນ 60 ກິໂລກຣາມ

ຂ່າວ: Larh Creators
ຮູບຈາກ: ສະຫະພັນກີລາມະຫາວິທະຍາໄລລາວ – Lao University Sports Federasion