ນັບແຕ່ 10 ສິງຫາເປັນຕົ້ນໄປ ປິດແກ້ໄຂສ້ອມແປງຂົວນ້ຳພະນາຍ 3

82

ໂດຍຕາມການໃຫ້ຂໍ້ມູນຈາກທາງໜັງສືພິມແຂວງວຽງຈັນ ເມື່ອບໍ່ດົນມານີ້ ຂໍແຈ້ງຂ່າວມາຍັງບັນດາທ່ານຜູ້ຂັບຂີ່, ບັນດາລູກຫລານ ແລະ ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ທີ່ເດີນທາງຜ່ານເມືອງທຸລະຄົມ ແຂວງວຽງຈັນ ຊາບທົ່ວເຖິງກັນວ່າ: ປະຈຸບັນ ຂົວນໍ້າພະນາຍ 3 ຈຸດທາງໜ້າທະນາຄານສົ່ງເສີມກະສິກໍາໜ່ວຍບໍລິການເມືອງທຸລະຄົມ, ເສັ້ນທາງເລກທີ 10 ໄດ້ປິດໃຫ້ບໍລິການນັບແຕ່ວັນທີ 10 ສິງຫາ 2022 ເປັນຕົ້ນໄປ ເພື່ອປັບປຸງສ້ອມແປງ ເນື່ອງຈາກໄດ້ຮັບຜົນກະທົບຈາກຝົນລິນໄລຍະ 3-4 ວັນຜ່ານມາ ບວກກັບກະແສນໍ້າພະນາຍໄຫລຊຸທັ່ງເຮັດໃຫ້ຕາຝັ່ງສົ້ນຂົວເຊາະເຈື່ອນ ຖ້າຫາກສັນຈອນຜ່ານຂ້າມຂົວດັ່ງກ່າວແມ່ນບໍ່ຮັບປະກັນ

ສະນັ້ນ ການນໍາຂອງເມືອງທຸລະຄົມ ແລະ ຂະແໜງ ຍທຂ ຈຶ່ງມີທິດຊີ້ນໍາໃຫ້ປິດການນໍາໃຊ້ຂົວນໍ້າພະນາຍ 3 ຊົ່ວຄາວ ນັບແຕ່ວັນທີ 10 ສິງຫາ 2022 ເປັນຕົ້ນໄປ ເພື່ອແກ້ໄຂສ້ອມແປງໃຫ້ຮັບປະກັນຄວາມປອດໄພຂອງຜູ້ຂັບຂີ່ ແລະ ຜູ້ທີ່ຊົມໃຊ້, ໃນໄລຍະທີ່ດັ່ງກ່າວນີ້ ຂໍໃຫ້ບັນດາທ່ານທີ່ຈະເດີນທາງຜ່ານກາຍເມືອງທຸລະຄົມ, ໂດຍສະເພາະແມ່ນສັນຈອນຜ່ານເຂດບ້ານເທດສະບານເມືອງ ບໍ່ໃຫ້ມາຈຸດທີ່ຂົວເປ່ເພ, ແນະນໍາໃຫ້ໄປທຽວທາງຂົວນໍ້າພະນາຍ 2 ເສັ້ນທາງແຍກບ້ານໂພນແຮ່ລັດໄປຫາສາມແຍກຄຸ້ມໝື່ນໝັ້ນ ບ້ານເກິນກາງ, ສໍາລັບລົດບັນທຸກໜັກໃຫ້ສືບຕໍ່ໄປທຽວທາງເວັ້ນຈຸດໃກ້ກັບວິທະຍາໄລຄູບ້ານເກິນລັດໄປຫາທາງແຍກຄຸ້ມໂພນງາມ ບ້ານບໍ່ຄືເກົ່າ

ຖ້າຫາກການສ້ອມແປງຂົວສໍາເລັດແລ້ວຈະແຈ້ງໃຫ້ບັນດາທ່າຮັບຊາບຕາມພາຍຫລັງ, ພ້ອມກັນນັ້ນໃນຊ່ວງລະດູຝົນນີ້ ຂໍຮຽກຮ້ອງມາຍັງຜູ້ຂັບຂີ່ທັງຫລາຍ ຈົ່ງຄ່ອຍໄປຄ່ອຍມາ, ເອົາໃຈໃສ່ປະຕິບັດກົດລະບຽບການສັນຈອນ ແລະ ມີສ່ວນຮ່ວມໃນການຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາເສັ້ນທາງ ແລະ ຂົວແຫ່ງຕ່າງໆພາຍໃນເມືອງທຸລະຄົມໃຫ້ມີອາຍຸການໃຊ້ງານຍາວນານຮ່ວມກັນ.

ຈາກ: ໜັງສືພິມແຂວງວຽງຈັນ