ຊໍາຊຸງເປີດໂຕ Galaxy Z Flip4 ແລະ Galaxy Fold4 ພ້ອມເຕັກໂນໂລຊີຂັ້ນສຸດຂອງມືຖືຈໍພັບລະດັບໂລກ

83

ຊໍາຊຸງຍົກລະດັບມືຖືຈໍພັບໄປອີກຂັ້ນ ດ້ວຍການເປີດໂຕ Galaxy Z Flip4 ແລະ Galaxy Fold4 ທີ່ເບົາລົງ, ບາງລົງ ແລະ ຂະໜາດນ້ອຍລົງກວ່າເກົ່າ ແຕ່ຍັງໄດ້ໜ້າຈໍທີ່ຄົມຊັດ ພ້ອມຊິບເຊັດ ແລະ ໜ່ວຍປະມວນຜົນອັນຊົງພະລັງດ້ວຍ Snapdragon 8+ Gen 1 ລຸ້ນລ່າສຸດ ແລະ ເຊັນເຊີກ້ອງຈາກ S22+ ທີ່ໃຫ້ພາບຄົມຊັດ ບໍ່ວ່າຈະຖ່າຍພາບນິ່ງ ແລະ ພາບເຄື່ອນໄຫວໃນເວລາກາງຄືນ ດ້ວຍເຕັກນິກ Nightography ທີ່ເປັນເອກະລັກສະເພາະຂອງຊໍາຊຸງ ພ້ອມຄຸນສົມບັດອື່ນໆອີກຫຼາກຫຼາຍ ທີ່ຈະປ່ຽນຮູບແບບການໃຊ້ໂທລະສັບມືຖືຂອງຄົນຮຸ່ນໃໝ່ໃຫ້ແຕກຕ່າງໄປຈາກເກົ່າ.

ການເປີດໂຕໂທລະສັບມືຖືໃນຕະກຸນ Galaxy Z series ຂອງຊຳຊຸງຄັ້ງນີ້ ເກີດຂຶ້ນໃນງານ Samsung Global Unpacked ເມື່ອວັນທີ 10 ສິງຫາ ທີ່ຜ່ານມາ ໂດຍຊຳຊຸງໄດ້ເປີດໂຕໂທລະສັບ Galaxy Z Flip4 ແລະ Galaxy Fold4 ຢ່າງເປັນທາງການ ພ້ອມອຸປະກອນເສີມລຸ້ນໃໝ່ຄື: Galaxy Watch5 ແລະ Galaxy Buds2 Pro ເຊິ່ງສະແດງໃຫ້ເຫັນເຖິງຄວາມເປັນຜູ້ນຳລະດັບໂລກໃນເຕັກໂນໂລຊີມືຖືຈໍພັບໄດ້ ທັງໃນດ້ານການອອກແບບ, ປະສິດທິພາບການໃຊ້ງານ ແລະ ການສ້າງປະສົບການການໃຊ້ງານທີ່ລໍ້າສະໄໝໃຫ້ກັບລູກຄ້າຂອງຊໍາຊຸງໄດ້ໃນແບບທີ່ບໍ່ເຄີຍມີມາກ່ອນ.

ເພື່ອເປັນການພິສູດໃຫ້ເຫັນເຖິງຄວາມທຸ້ມເທຂອງ Samsung ໃນການສ້າງຜົນງານດ້ານຄວາມຊຳນານທີ່ເໜືອກວ່າ, ທຸກໆການອອກແບບຂອງທັງສອງຮູບແບບໄດ້ຜ່ານການວິເຄາະຢ່າງລະອຽດເພື່ອມອບປະສົບການທີ່ດີທີ່ສຸດຢ່າງແທ້ຈິງ ແລະ ຮັບປະກັນວ່າຜູ້ບໍລິໂພກທຸກທ່ານມີອຸປະກອນທີ່ເໝາະສົມກັບຄວາມຕ້ອງການຂອງໂຕເອງ. Samsung Galaxy Z Flip4 ຕໍ່ຍອດຈາກຄວາມສຳເລັດໃນຮູບແບບທີ່ເປັນເອກະລັກຂອງ Samsung ໂດຍມີການເພີ່ມຄຸນສົມບັດທີ່ສໍາຄັນເຊັ່ນ: ປະສົບການໃນການໃຊ້ກ້ອງຖ່າຍຮູບທີ່ມີການຍົກລະດັບໃຫ້ດີຂຶ່ນ, ແບັດເຕີຣີຂະໜາດໃຫຍ່ຂຶ້ນກວ່າເກົ່າ ແລະ ການປັບແຕ່ງທີ່ເພີ່ມຂຶ້ນ ແຕ່ຍັງຄົງຮັກສາການອອກແບບທີ່ແໜ້ນໜາກະທັດຮັດເປັນພິເສດໄວ້. Samsung Galaxy Z Fold4 ເປີດໂອກາດໃໝ່ໆໃຫ້ກັບຜູ້ໃຊ້ໂດຍການມອບປະສົບການນຳໃຊ້ໂທລະສັບມືຖືທີ່ສົມບູນແບບທີ່ສຸດຂອງ Samsung ໃນປະຈຸບັນ. ນອກຈາກເຕັກໂນໂລຊີກ້ອງຖ່າຍຮູບທີ່ທັນສະໄໝ ແລະ ໜ່ວຍປະມວນຜົນທີ່ມີປະສິດທິພາບສູງແລ້ວ ມືຖືລຸ້ນນີ້ຍັງນຳສະເໜີການອອກແບບທີ່ປ່ຽນຮູບຮ່າງ, ຈໍສະແດງຜົນທີ່ສົມຈິງ ແລະ ຄຸນສົມບັດການເຮັດໜ້າທີ່ໄດ້ຫຼາຍຢ່າງພ້ອມກັນຄືກັບຄອມພິວເຕີສ່ວນຕົວ.

Galaxy Z Flip4, ສຸດຍອດເຄື່ອງມືໃນການຖ່າຍທອດຄວາມຮູ້ສຶກຂອງໂຕເອງທັງພາຍໃນ ແລະ ພາຍນອກ
Galaxy Z Flip4 ຍົກລະດັບຄຸນສົມບັດຂອງສິ່ງທີ່ຜູ້ໃຊ້ງານໃຫ້ຄວາມສົນໃຈ ແລະ ເປັນເຄື່ອງມືທີ່ດີທີ່ສຸດສຳລັບການສະແດງຄວາມຮູ້ສຶກຂອງຜູ້ໃຊ້ງານ ແລະ ມອບປະສົບການທີ່ເປັນເອກະລັກທີ່ບໍ່ມີຢູ່ໃນຖືມືລຸ້ນອື່ນໆອີກດ້ວຍ.
ການຖ່າຍວິດີໂອໂດຍບໍ່ໃຊ້ມືຈັບ ຫຼື ຖ່າຍຮູບເຊວຟີເປັນກຸ່ມໃນມຸມຕ່າງໆກໍສາມາດເຮັດໄດ້ໂດຍການພັບໜ້າຈໍເພື່ອເປີດໃຊ້ງານຟີເຈີ FlexCam ແລະ ດ້ວຍເຊັນເຊີຂອງກ້ອງທີ່ມີການປັບປຸງໃຫ້ດີຂຶ້ນ ທີ່ຂັບເຄື່ອນດ້ວຍ Snapdragon 8+ Gen 1 ຈະເຮັດໃຫ້ຮູບພາບ ແລະ ວິດີໂອທີ່ຖ່າຍຄົມຊັດຂຶ້ນ ບໍ່ວ່າຈະຖ່າຍກາງເວັນ ຫຼື ກາງຄືນ.

ນອກຈາກນີ້ ແບັດເຕີຣີ ຂະໜາດ 3,700mAh ຂອງ Galaxy Z Flip4 ຍັງຮອງຮັບການສາກໄວ (Super-Fast Charging) ທີ່ສາມາດສາກໄຟໄດ້ເຖິງ 50% ພາຍໃນເວລາປະມານ 30 ນາທີເທົ່ານັ້ນ.
Galaxy Z Fold4, ພະລັງຂອງການເຮັດວຽກຫຼາຍຢ່າງພ້ອມກັບປະສິດທິພາບການໃຊ້ງານສູງສຸດ
Galaxy Z Fold4 ເປັນນະວັດຕະກຳມືຖືທີ່ທົນທານ ແລະ ຊົງພະລັງ ທີ່ສ້າງຂຶ້ນສໍາລັບປະສົບການການໃຊ້ງານມືຖືໜ້າຈໍຂະໜາດໃຫຍ່ທີ່ສາມາດພັບໄດ້ ແລະ ສາມາດເຮັດໜ້າທີ່ໄດ້ຫຼາຍຢ່າງພ້ອມກັນເຊັ່ນ: ການແບ່ງໜ້າຈໍມືຖືອອກເປັນສອງສ່ວນເພື່ອເຮັດວຽກຫຼາຍຢ່າງໃນເວລາດຽວກັນ.

ພ້ອມກັນນັ້ນ ປະສົບການໃນການໃຊ້ງານຂອງ Galaxy Z Fold4 ແມ່ນສົມບູບແບບໄປອີກຂັ້ນດ້ວຍການຮອງຮັບການນຳໃຊ້ S Pen ທີ່ຊ່ວຍໃຫ້ຜູ້ໃຊ້ງານສາມາດແຕ້ມ ແລະ ຈົດບັນທຶກຂໍ້ມູນໄດ້ຢ່າງສະດວກສະບາຍ.
ນອກຈາກນີ້ Galaxy Z Fold4 ຍັງສາມາດຖ່າຍຮູບພາບ ແລະ ວິດີໂອທີ່ໜ້າປະທັບໃຈໄດ້ດ້ວຍກ້ອງເລນກວ້າງ (Wide) ທີ່ລະອຽດ 50MP ແລະ ເລນຊູມ (Telephoto) ທີ່ສາມາດຊູມໄດ້ເຖິງ 30 ເທົ່າ ແລະ ດ້ວຍເຊັນເຊີຂອງກ້ອງທີ່ມີການພັດທະນາໃຫ້ດີຂຶ້ນຈຶ່ງເຮັດໃຫ້ຜູ້ໃຊ້ງານສາມາດຖ່າຍພາບ ແລະ ວິດີໂອໄດ້ແຈ້ງ ແລະ ຊັດເຈນໄດ້ເຖິງວ່າຈະເປັນເວລາກາງຄືນກໍຕາມ.
Galaxy Z Flip4 ແລະ Galaxy Z Fold4 ເປັນມືຖືຈໍພັບໄດ້ທີ່ທົນທານທີ່ສຸດເທົ່າທີ່ເຄີຍມີມາ ເຊິ່ງທົນທານກັບຄວາມເສຍຫາຍຈາກການກະທົບພາຍນອກ. ນອກຈາກນີ້, ທັງ Galaxy Z Flip4 ແລະ Galaxy Z Fold4 ຍັງສາມາດກັນນໍ້າໄດ້ໃນລະດັບ IPX8 ອີກດ້ວຍ.

ຂໍ້ສະເໜີສຸດພິເສດສຳລັບຜູ້ທີ່ຈອງສິນຄ້າລ່ວງໜ້າ
ສະເພາະຊາວລາວທີ່ຈອງເຄື່ອງ Galaxy Z Flip4 ລ່ວງໜ້າ ຈະໄດ້ລຸ້ນພິເສດທີ່ມີໜ່ວຍຄວາມຈຳ 256 GB ແລະ ຜູ້ທີ່ຈອງເຄື່ອງ Galaxy Z Fold4 ລ່ວງໜ້າຈະໄດ້ລຸ້ນມີໜ່ວຍຄວາມຈຳ 512 GB.
ນອກຈາກນີ້ ຊຳຊຸງຍັງຈັດຂອງແຖມສຸດພິເສດໃຫ້ແຕ່ລະລຸ້ນໃນຊ່ວງສັ່ງຈອງລ່ວງໜ້າ ລວມມີ Galaxy Tab A7 Lite Wifi, ເຄສໃສ ແລະ ຫົວສາກ 25W ສຳລັບຜູ້ຈອງ Galaxy Z Flip4 ແລະ Galaxy Watch4 ພ້ອມ Note Package (ເຄສພ້ອມ S Pen ແລະ ຫົວສາກ 25W) ສຳລັບຜູ້ທີ່ຈອງ Galaxy Z Fold4.
ທັງນີ້ ຂໍ້ສະເໜີດັ່ງກ່າວມີຈຳນວນຈຳກັດສະເພາະຊ່ວງສັ່ງຈອງລ່ວງໜ້າເທົ່ານັ້ນ ຜູ້ທີ່ສົນໃຈສາມາດສັ່ງຈອງ ແລະ ຮັບເຄື່ອງທັງສອງລຸ້ນໄດ້ທີ່ຕົວແທນຈຳໜ່າຍຊຳຊຸງທົ່ວປະເທດຕັ້ງແຕ່ມື້ນີ້ເປັນຕົ້ນໄປ ຈົນເຖິງວັນທີ 1 ກັນຍາ 2022 ນີ້. ໂດຍລາຄາໃນຊ່ວງເປີດໂຕຂອງ Galaxy Z Flip4 ແມ່ນຢູ່ທີ່ 18,999,000 ກີບ ແລະ Galaxy Z Fold4 ຢູ່ທີ່ 32,599,000 ກີບ.