ສ້າງຄວາມເຂັ້ມແຂງໃຫ້ໜ່ວຍງານສົ່ງເສີມ ຈນກ ກ່ຽວກັບການຂຽນບົດສະເໜີ ໂຄງການວິຊາການ

67

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ), ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຝຶກອົບຮົມ ວິທີຂຽນບົດສະເໜີໂຄງການວິຊາການຂອງ ທສວ ຄັ້ງທີ 1 ໃຫ້ແກ່ໜ່ວຍງານສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະຂະໜາດນ້ອຍ ແລະ ກາງ (ຈນກ) ຂັ້ນສູນກາງ ຂຶ້ນໃນລະຫວ່າງ ວັນທີ 8-12 ສິງຫາ 2022 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໂດຍການເປັນປະທານ ຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາບໍລິຫານ ທສວ, ທ່ານ ນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ຜູ້ອໍານວຍການ ທສວພ້ອມທັງ ຄູຝຶກ.

ເຂົ້າຮ່ວມຊຸດຝຶກອົບຮົມ ຄັ້ງນີ້ແມ່ນມາຈາກບັນດາກົມທີ່ປິ່ນອ້ອມ ກະຊວງອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ກອງເລຂາ ທສວ ລວມທັງໝົດ 25 ທ່ານເຂົ້າຮ່ວມ.

ການຈັດຝຶກອົບຮົມໃນຄັ້ງນີ້, ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍງານສົ່ງເສີມ ຈນກ ທີ່ມີພາລະບົດບາດໃນການສົ່ງເສີມ ຈນກ ໃຫ້ເຂົ້າໃຈເງື່ອນໄຂ ແລະ ລະບຽບການສະໜອງທຶນໂຄງການວິຊາການ ພ້ອມທັງໃຫ້ສາມາດຂຽນບົດສະເໜີໂຄງການວິຊາການ ຈາກ ທສວ ໃຫ້ນໍາໄປຊຸກຍູ້ສົ່ງເສີມ ແລະ ສ້າງຄວາມເຂັ້ມເເຂງໃຫ້ແກ່ຫົວໜ່ວຍ ຈນກ ໃນທົ່ວປະເທດ.

ໂດຍການຈັດຝຶກອົບຮົມ ວິທີການຂຽນໂຄງການວິຊາການໃນຄັ້ງນີ້ ຈະໄດ້ຈັດຂຶ້ນເປັນເວລາ 05 ວັນ ເຊິ່ງມີ ນັກວິທະຍາກອນ ມາແລກປ່ຽນບົດຮຽນຈາກ 3 ພາກສ່ວນ ຄື: ຂະແໜງໂຄງການວິຊາການ, ເຈົ້າຂອງໂຄງການ ທີ່ເຄີຍໄດ້ຮັບທຶນໂຄງການວິຊາການ ຈາກ ທສວ ແລະ ຊ່ຽວຊານ ຈາກ ບໍລິສັດ ນິກສ ອອລຄອນເຊົາ.

ແນວໃດກໍ່ຕາມ ເພື່ອໃຫ້ການຝຶກອົບຮົມ ໄດ້ຮັບປະສິດທິຜົນສູງສຸດ, ການຝຶກອົບຮົມແມ່ນຈະນຳໃຊ້ຮູບ ແບບປະສົມປະສານລະຫວ່າງ ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ໃນນັ້ນ ພາກທິດສະດີ ແມ່ນຈະຈັດເປັນໄລຍະເວລາ 03 ວັນ, ເພື່ອໃຫ້ນັກສໍາມະນາກອນ ສາມາດກຳໄດ້ດ້ານຫຼັກການ, ເງື່ອນໄຂ ແລະ ລະບຽບການສະໜອງທຶນໂຄງການວິຊາການ ພ້ອມທັງຮຽນຮູ້ ເຕັກນິກວິທີການຂຽນໂຄງການຕົວຈິງ ແລະ ສາມາດເຂົ້າໃຈວິທີການຂຶ້ນແຜນງົບປະມານໃຫ້ ສອດຄ່ອງກັບລະບຽບການຂອງກະຊວງການເງິນ ສະບັບເລກທີ 4000/ກງ, ລົງວັນທີ 12 ທັນວາ 2018;

ສ່ວນພາກປະຕິບັດຕົວຈິງ ແມ່ນຈະຈັດເປັນໄລຍະເວລາ 02 ວັນ, ເພື່ອໃຫ້ນັກສຳມະນາກອນ ໄດ້ຝຶກຂຽນບົດສະເໜີໂຄງການຕົວຈິງ, ຂຶ້ນນໍາສະເໜີບົດໂຄງການດັ່ງກ່າວ ແລະ ຮັບຟັງການແນະນໍາ ຈາກທີມງານຄູຝຶກ ເພື່ອສາມາດປັບປຸງ ແລະ ຂຽນບົດສະເໜີໂຄງການໄດ້ຖືກຕາມຈຸດປະສົງ ເປົ້າໝາຍ ແລະ ສາມາດຍືນຂໍທຶນໂຄງການວິຊາການ ຈາກ ທສວ.