ສະແດງຄວາມຍິນດີດ້ວຍ ຂໍໃຫ້ຮັກໝັ້ນນິລັນດອນ ຈົດທະບຽນສົມລົດເປັນທີ່ຮຽບຮ້ອຍ ນຸນີ່ ແລະ ອ໋ອບ

49

ສະແດງຄວາມຍິນດີດ້ວຍ ກັບຄູ່ຮັກທີ່ໜ້າອິດສາອີກຄູ່ໜຶ່ງ ຂອງວົງການເລີຍ ເປັນຄູ່ທີ່ໜ້າຮັກ ແລະ ມີຄວາມຫວານໃຫ້ກັນມາໂດຍຕະຫຼອດການ ແລະ ເອີ້ນໄດ້ວ່າເປັນຄູ່ສ້າງຄູ່ສົມ ຊ່ວຍກັນຫາເງິນ – ຄໍາ ແລະ ໄດ້ຮັບຄວາມຊື່ນຊົມໂດຍດີມາຕະຫຼອດຈາກແຟນໆ ເຊິ່ງເອີ້ນໄດ້ວ່າເປັນຕໍານານຄູ່ຮັກຂ້າມຝັ່ງແມ່ນໍ້າຂອງເລີຍ ແລະ ແລ້ວກໍມີຂ່າວທີ່ໜ້າຍິນດີທີ່ສຸດໃນຕອນນີ້ ຄືໄດ້ຕົກລົງປົງໃຈ ເຊັນໃບທະບຽນສົມລົດເປັນທີ່ຮຽບຮ້ອຍ ໄດ້ເປັນຝັ່ງເປັນຝາກັນຢ່າງຖືກຕ້ອງຕາມກົດໝາຍ ແລະ ເປັນທາງການແລ້ວ.

ທີມຂ່າວບັນເທີງຕ້ອງຂໍສະແດງຄວາມຍິນດີ ແລະ ປື້ມໃຈແທນແຟນໆ ແລະ ຄອບຄົວຂອງທັງສອງແບບສຸດໆ ສໍາລັບຄູ່ຮັກຄູ່ນີ້ ນັ້ນກໍຄື ນຸນີ່ ກຸມພົນພັກດີ ແລະ ອ້າຍ ອ໋ອບ ຄູ່ຮັກທີ່ພົບຮັກກັນໃນລາຍການຫາຄູ່ທີ່ທີ່ມີຊື່ສຽງທີ່ສຸດຢູ່ປະເທດເພື່ອນບ້ານຂອງເຮົານັ້ນກໍຄືປະເທດໄທນັ້ນເອງ ແລະ ລາຍການດັ່ງກ່າວກໍຄື ລາຍການ Take me out Thailand ແລະ ຫຼັງຈາກທີ່ທັງສອງພົບຮັກກັນຢູ່ທີ່ລາຍການສຶກສາເບິ່ງໃຈກັນມາ ແລະ ໄດ້ຕົກລົງປົງໃຈຄົບຫາກັນ ແລະ ແຕ່ງງານຈົດທະບຽນສົມລົດກັນໃນທີ່ສຸດນັ້ນເອງ.

ຫຼ້າສຸດ ສາວງາມໜ້າຮັກ ນຸນີ່ ກໍໄດ້ໂພສຜ່ານເຟສບຸ໊ກສ່ວນຕົວຂອງຕົນເອງ ໃນວັນທີ 9 ສິງຫາຜ່ານມາ ດ້ວຍຂໍ້ ຄວາມທີ່ວ່າ: “ ຈົດທະບຽນສົມລົດແລ້ວເດີ ເປັນສະໃພ້ໄທແບບເຕັມຕົວແລ້ວເດີ – ເປັນເຂີຍລາວແບບເຕັມຕົວແລ້ວເດີ ວັນຈົດທະບຽນແມ່ນວັນທີ 8/8/2022 ເວລາ 15:15 ໂມງ ຕ້ອງຂໍຂອບໃຈ ພໍ່ຄໍາຫຼ້າ ແມ່ສົດ + ພໍ່ອ໊ອດ ແມ່ແຕ໋ວ ຜູ້ໃຫ້ກໍາເນີດເຮົາສອງຄົນ ແລະ ເປັນທຸກຢ່າງໃຫ້ລູກສອງຄົນ. ຂອບໃຈລາຍການ Take Me Out Thailand ທີ່ເຮັດໃຫ້ເຮົາທັງສອງຄົນມາພົບກັນໃນລາຍການ, ຂອບໃຈຍາດພີ່ນ້ອງເພື່ອນຝູງ ແລະ FC ທຸກທ່ານທີ່ເປັນກໍາລັງໃຈ ແລະ ເຊຍ ພ້ອມກັບໃຫ້ການສະໜັບສະໜູນເຮົາມາໂດຍຕະຫຼອດ ແລະ ໄດ້ຂຽນແຮັດແທັກວ່າ #ບໍ່ໂສດແລ້ວເດີ ”.

ຈາກເລື່ອງທີ່ໜ້າຍິນດີຄືດັ່ງກ່າວນັ້ນ ຈຶ່ງເຮັດໃຫ້ແຟນໆທີ່ຄອຍຕິດຕາມຜົນງານຂອງ ນຸນີ່ ພ້ອມດ້ວຍໝູ່ເພື່ອນທັງໃນ ແລະ ນອກວົງການບັນເທີງຕ່າງກໍເຂົ້າມາສະແດງຄວາມຍິນດີກັບທັງສອງເປັນຈໍານວນຫຼວງຫຼາຍ ແລະ ອີກຄັ້ງໜຶ່ງທີມຂ່າວບັນເທີງກໍຂໍສະແດງ ຄວາມຍິນດີກັບທັງສອງດ້ວຍ ຂໍໃຫ້ຮັກກັນຍາວນານຊົ່ວນິລັນດອນເລີຍ.

ສໍາລັບສາວນຸນີ່ ກໍເອີ້ນໄດ້ວ່າມີຊື່ສຽງມາຈາກການເຂົ້າຮ່ວມໃນລາຍການ Take Me Out Thailand ແລະ ຍ້ອນ ຄວາມໜ້າຮັກ ສົດໃສ ແລະ ມີຄວາມເປັນທໍາມະຊາດແບບສຸດໆ ຈຶ່ງເຮັດໃຫ້ຜູ້ຄົນຫຼົງຮັກ ແລະ ມີຜົນງານໃຫ້ໄດ້ຕິດຕາມມາເລື້ອຍໆ ຈົນເຖິງປັດຈຸບັນນີ້.

ສຸດທ້າຍນີ້ກໍຂໍຝາກທຸກຄົນຊ່ວຍຕິດຕາມຜົນງານ ແລະ ໃຫ້ການສະໜັບສະໜູນທັງສອງຕະຫຼອດໄປ ຜ່ານທາງ ເຟສບຸ໊ກສ່ວນຕົວ Noony Koumphonphukdee ນັ້ນເອງ.