ນ້ຳຖ້ວມທ່າປາງທອງ 9 ບ້ານໄດ້ຮັບຜົນກະທົບມູນຄ່າເສຍຫາຍຍັງປະເມີນບໍ່ໄດ້

148

ອິດທິພົນຂອງພາຍຸເຂດຮ້ອນມູລານ ໄດ້ເຮັດໃຫ້ເກີດຝົນຕົກໜັກໃນຫຼາຍແຂວງ, ເກີດນ້ຳໄຫຼນອງຖ້ວມຫຼາຍບ້ານໃນເມືອງທ່າປາທອງ, ແຂວງສະຫວັນນະເຂດ, ຂົວໝາກແງວ ບ້ານໝາກແງວ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ຫາ ເມືອງເລົ່າງາມ ແຂວງສາລະວັນ ຖືກກະແສນໍ້າກັດເຊາະເຮັດໃຫ້ຂົວຊຸດຕົວລົງ ບໍ່ສາມາດສັນຈອນໄປມາໄດ້, ໃນຂະນະທີ່ກົມອຸຸຕຸ ເຕືອນພາຍຸມູລານ ສະບັບ 2 ເຝົ້າລະວັງຝົນຕົກໜັກ 10-13 ສິງຫານີ້.


ແຫຼ່ງຂ່າວທ້ອງຖິ່ນແຂວງສະຫວັນນະເຂດ ລາຍງານວ່າ: ໄລຍະແຕ່ວັນທີ 6-9 ສິງຫາ 2022 ຢູ່ເມືອງທ່າປາງທອງ ໄດ້ເກີດມີສະພາບຝົນຕົກຕິດຕໍ່ກັນເຮັດໃຫ້ເກີິດມີນໍ້າຂັງ ແລະ ຖ້ວມບ້ານເຮືອນ ແລະ ເນື້ອທີ່ທຳການຜະລິດຂອງພໍ່ແມ່ປະຊາຊົນຈຳນວນໜຶ່ງ ຕາມສາຍລຳນ້ຳເຊປ໋ອງ ຕໍ່ກັບສະພາບການດັ່ງກ່າວການນໍາຂອງເມືອງພ້ອມດ້ວຍຄະນະກໍາມະການຕ້ານໄພພິບັດຂັ້ນເມືອງ ໄດ້ລົງຕິດຕາມສະພາບນໍ້າຖ້ວມຢູ່ບ້ານທີ່ໄດ້ຮັບຜົນກະທົບ ແລະ ໄດ້ນຳໃຊ້ກຳລັງທະຫານ-ຕຳຫຼວດ, ພະນັກງານ-ລັດຖະກອນ ສຸມໃສ່ໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນເຮັດໃຫ້ມີຄວາມປອດໄພໂດຍພື້ນຖານ.


ທັງນີ້, ຜ່ານການເກັບກຳຂໍ້ມູນເບື້ອງຕົ້ນບ້ານທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຄັ້ງນີ້ ທັງໝົດ 9 ບ້ານຄື: ບ້ານຫ້ວຍໝື່ນ ຖ້ວມເຮືອນປະມານ 35 ຫຼັງ, ເລົ້າເຂົ້າ 20 ຫຼັງ (ໄຫຼນ້ຳ 1 ຫຼັງ), ວິດຖ່າຍ 30 ໜ່ວຍ, ນ້ຳບາດານ 31 ບໍ່, ໜອງປາ,ເນື້ອທີ່ນາຈຳນວນໜຶ່ງ, ບ້ານກຸດຮີ (ຄຸ້ມກຸດລຳພັນ) ຖ້ວມເຮືອນ 15 ຫຼັງ, ວັດ 1 ແຫ່ງ, ໜອງປາ ແລະ ເນື້ອທີ່ນາຈຳນວນໜຶ່ງ, ບ້ານທ່າສະລາຄຳ 13 ຫຼັງ, ບ້ານພັກ 01 ຫຼັງ, ບ້ານໂນນຈານ, ໜອງກັນ, ນາຫົວຄວາຍ, ພູແສງຄຳ, ໃໝ່ໂພສີ (ຄຸ້ມໃໝ່ເຊ) ແລະ ບ້ານທົ່ງປາງ ຖ້ວມເນື້ອທີ່ນາ, ໜອງປາ, ຝາຍລວມ ແລະ ພື້ນຖານໂຄງລ່າງຈຳນວນໜຶ່ງ ເຊິ່ງມີຫົວຂົວຂາດ ແລະ ເປ້ເພຈຳນວນ 4 ແຫ່ງ.

ໃນນັ້ນ, ຫົວຂົວຂາດ 3 ແຫ່ງ (ຂົວເບເລບ້ານທ່າສະລາຄຳ 1 ແຫ່ງ, ຂົວເບຕົງແກ້ງແກບ ຢູ່ເສັ້ນທາງເລກທີ 2.6313 ຈຸດກິໂລແມັດທີ 36 ມີ 1 ແຫ່ງ, ຂົວບ້ານຫ້ວຍໝື່ນ ຢູ່ເສັ້ນທາງ 2.6313 ຈຸດກິໂລແມັດທີ 42 ມີ 1 ແຫ່ງ) ແລະ ຂົວເບເລບ້ານຫ້ວຍໝື່ນ ເປ່ເພໜັກ 1 ແຫ່ງ ບໍ່ສາມາດສັນຈອນໄດ້ ພ້ອມທັງໄດ້ຊຸກຍູ້ໃຫ້ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ຢູ່ໃນເຂດທີ່ມີຄວາມສ່ຽງ ຍົກຍ້າຍຜູ້ຄົນ, ສິ່ງຂອງ ແລະ ສັດລ້ຽງໄປຢູ່ຈຸດທີ່ສູງ ແລະ ສະພາບເສັ້ນທາງຄົມມະນາຄົມໃນວັນທີ 9 ສິງຫາ 2022 ຜ່ານມາ ໃນບາງເຂດພົບຄວາມຫຍຸ້ງຍາກ ເຊິ່ງລະດັບປະລິມານນໍ້າຝົນຕົກ ວັດແທກໄດ້ 135,5 ມິນລິແມັດ ແລະ ການເກັບກຳຂໍ້ມູນເບື້ອງຕົ້ນມູນຄ່າເສຍຫາຍທາງດ້ານເນື້ອທີ່ທໍາການຜະລິດກະສິກໍາ, ດ້ານພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມ ແລະ ດ້ານຜົນເສຍຫາຍອື່ນໆ ຍັງບໍ່ທັນສາມາດປະເມີນໄດ້ ແລະ ລາຍງານໃຫ້ຮັບຊາບຕາມພາຍຫຼັງ.


ໃນວັນດຽວກັນ ວັນທີ 9 ສິງຫາ 2022 ຈາກເຫດຝົນຕົກໜັກ, ນ້ຳໄຫຼນອງແຮງ ໄດ້ເຮັດໃຫ້ຂົວໝາກແງວ ບ້ານໝາກແງວ, ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເສັ້ນທາງເມືອງບາຈຽງ ຫາ ເມືອງເລົ່າງາມ ແຂວງສາລະວັນ ຖືກກະແສນໍ້າກັດເຊາະຕີນເສົາຂົວທັງສອງເບື້ອງ ເຮັດໃຫ້ຂົວຊຸດຕົວລົງ ທັງໝົດ ບໍ່ສາມາດສັນຈອນໄປມາໄດ້ ແລະ ໃຫ້ທຸກໆທ່ານຈົ່ງຫຼີກລ້ຽງການເດີນທາງເສັ້ນດັ່ງກ່າວ.


ດ້ານກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງໄດ້ອອກແຈ້ງເຕືອນພາຍຸເຂດຮ້ອນມູລານ (MULAN) ສະບັບທີ 2 ວັນທີ 10-13 ສິງຫາ 2022 ເຊິ່ງກຳລັງຈະເຄື່ອນທີ່ໄປທາງ ເກາະໄຮໜານ ຂອງປະເທດຫວຽດນາມ ໃນວັນທີ 10-11 ສິງຫາ 2022 ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກໍາລັງແຮງ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກກາງ ລົງຫາ ພາກໃຕ້. ຈາກນັ້ນ ໃນໄລຍະວັນທີ 12-13 ສິງຫາ 2022 ພາຍຸເຂດຮ້ອນຈະເຄື່ອນເຂົ້າທາງເຂດພາກເໜືອຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼືອມ ໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ.