ທ່ຽວງານເທດສະການອາຫານ, ໝາກໄມ້ໄທ ໂອກາດສ້າງເຄືອຂ່າຍລະຫວ່າງຜູ້ປະກອບການໄທ-ລາວ

71

ໃນລະຫວ່າງວັນທີ 5-7 ສິງຫາ ຜ່ານມານີ້ ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດໄທ ທີ່ນະຄອນຫຼວງວຽງຈັນ ຮ່ວມກັບຣິມປິງຊຸບເປີ້ມາກເກັດ, ຫ້າງສັບພະສິນຄ້າວິວມໍ ໄດ້ຈັດງານເທດສະການອາຫານ ແລະ ໝາກໄມ້ໄທ ຫຼື “Thai Food & Fruit Festival 2022” ໂດຍມີຈຸດປະສົງເພື່ອປະຊາສຳພັນທາງດ້ານສິນຄ້າອາຫານ, ເຂົ້າ ແລະ ໝາກໄມ້ ເພື່ອໃຫ້ເປັນທີ່ຮູ້ຈັກກັນໃນ ສປປ ລາວ ລວມທັງເປັນການສ້າງເຄືອຂ່າຍລະຫວ່າງຜູ້ປະກອບການໄທ ແລະ ລາວ ໃຫ້ມີການຂະຫຍາຍຕົວຫຼາຍຂຶ້ນ ເຊິ່ງໄດ້ຮັບກຽດຈາກ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະລັດຖະທູດໄທ ປະຈຳນະຄອນຫຼວງວຽງຈັນ ເປັນປະທານໃນພິທີເປີດງານ.


ພາຍໃນງານມີການວາງສະແດງສິນຄ້າ, ຈຳຫນ່າຍສິນຄ້າປະເພດອາຫານເຂົ້າ ແລະ ໝາກໄມ້ ຈາກຜູ້ປະກອບການໄທຫຼາຍກວ່າ 30 ລາຍການ ແລະ ມີສິນຄ້າຈາກລາວເຂົ້າຮ່ວມນຳອີກດ້ວຍ ພ້ອມທັງມີກິດຈະກຳ Workshop ການເຮັດອາຫານໄທ, ເຂົ້າໜົມໄທ, ການຮ້ອຍພວງມາໄລ, ການແກະສະຫຼັກໝາກໄມ້ ແລະ ອື່ນໆ ພ້ອມກັບການຈັດໂປຣໂມຊັ້ນສິນຄ້າລາຄາພິເສດພາຍໃນງານຢ່າງຫຼວງຫຼາຍ.

ນອກຈາກນີ້, ຍັງມີກິດຈະກຳພິເສດຈາກທາງສະຖານເອກອັກຄະລັດຖະທູດໄທ ເປັນສະແດງການເຮັດ “ເຂົ້າຜັດກະເພົາໄກ່ແບບໄທ” ໂດຍການເຊື້ອເຊີນເອກອັກຄະລັດຖະທູດອາຊຽນ ໃນ ສປປ ລາວ ເຂົ້າຮ່ວມຊົມ ແລະ ຊິມອາຫານ ຈາກຄົວສະຖານເອກອັກຄະລັດຖະທູດໄທນຳອີກ.


ໃນສະຖານທີ່ຈັດງານ ດ້ານຂ້າງຂອງວິວມໍ ກໍຍັງໄດ້ມີການຈັດໂຊນພິເສດ ໂດຍເຊີນຊວນແຟນຊາຍຮ້ານອາຫານ ແລະ ຜູ້ປະກອບການໄທ ຫຼາຍກວ່າ 12 ບູດ ເຂົ້າຮ່ວມອອກບູດສ້າງສີສັນເຊັ່ນ: ຮ້ານກາເຟ Amazon, ຮ້ານ ໄກ່ຢ້າງ 5 ດາວ, ໂຮງໝໍກຸງເທບ-ອຸດອນ, ໂຄຄາໂຄລາ ແລະ ເຄື່ອງດື່ມເປັນຕົ້ນ.