ຊ້າງນ້ອຍ ກຽມຮັບມື ຈໍາປາສັກ ລາວລີກ 1 ນັດກາງອາທິດນີ້ ຖ້າຊະນະຫຍັບເຂົ້າໃກ້ແຊັມອີກຂັ້ນ

136

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ປະກາດຕາຕະລາງການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ອາທິດທີ 20 ໂດຍມີການແຂ່ງຂັນຂັນເຖິງ 2 ຄູ່ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ໂດຍ ຄູ່ທໍາອິດ ຊ້າງນ້ອຍ ເອັຟຊີ ພົບກັບ ຈໍາປາສັກ ເອັຟຊີ ເວລາ 16:00 ໂມງ ແລະ ຄູ່ທີ 2 ເອສະຣາ ເອັຟຊີ ພົບກັບ ວຽງຈັນ ເອັຟຊີ ເວລາ 19:00 ໂມງ.

ເຊິ່ງເມື່ອມາເບິ່ງຕາຕະລາງຄະແນນລວມ ປັດຈຸບັນແລ້ວ ຊ້າງນ້ອຍ ເອັຟຊີ ມີ 34 ຄະແນນຈາກ 14 ນັດຢຶດທີມນໍາ, ອັນດັບ 2 ມາສເຕີ 7 ເອັຟຊີ ມີ 32 ຄະແນນຈາກ 15 ນັດ, ອັນດັບ 3 ເອສະຣາ ເອັຟຊີ ມີ 24 ຄະແນນຈາກ 15 ນັດ, ອັນດັບ 4 ກອງທັບ ເອັຟຊີ ມີ 15 ຄະແນນຈາກ 15 ນັດ, ອັນດັບ 5 ຫຼວງພະບາງ ມີ 14 ຄະແນນຈາກ 15 ນັດ, ອັນດັບ 6 ວຽງຈັນ ເອັຟຊີ ມີ 13 ຄະແນນຈາກ 15 ນັດ ແລະ ຈໍາປາສັກ ເອັຟຊີ ມີ 12 ຄະແນນຈາກ 15 ນັດ.

ແນ່ນອນ ປັດຈຸບັນ ຊ້າງນ້ອຍ ເອັຟຊີ ເກັບຄວາມໄດ້ປຽບ ເພາະແຂ່ງຂັນໜ້ອຍກວ່າໝູ່ 1 ນັດ ຖ້າຊະນະ ຈໍາປາສັກ ເອັຟຊີ ໄດ້ກໍຈະເກັບເພີ່ມເປັນ 37 ຄະແນນ ເຊິ່ງໜີຫ່າງ ມາສເຕີ 7 ເອັຟຊີ 5 ຄະແນນ ກໍຈະເຮັດໃຫ້ໂອກາດເປັນແຊັມມີສູງຂຶ້ນເລື້ອຍໆ ເພາະປັດຈຸບັນແມ່ນຮອດໂຄ້ງສຸດທ້າຍກັນແລ້ວ ແຂ່ງທີມລະ 18 ນັດ.

ສໍາລັບ ສະຖິຕິການພົບກັນຂອງທັງສອງທີມໃນຮອບຂາໄປ ຈໍາປາສັກ ເອັຟຊີ ເປີດບ້ານເສຍໃຫ້ກັບ ຊ້າງນ້ອຍ ເອັຟຊີ 1-3 ແລະ ຮອບຂາກັບ ຊ້າງນ້ອຍ ເອັຟຊີ ເປີດບ້ານເອົາຊະນະ ຈໍາປາສັກ ເອັຟຊີ 2-1, ສ່ວນຜົນງານນັດຫຼ້າສຸດຂອງ ຊ້າງນ້ອຍ ເອັຟຊີ ພາດທ່າສະເໝີກັບ ກອງທັບ ເອັຟຊີ 0-0 ເມື່ອວັນທີ 7 ສິງຫາ 2022. ຂະນະທີ່ ຜົນງານນັດຫຼ້າສຸດຂອງ ຈໍາປາສັກ ເອັຟຊີ ເປີດບ້ານເສຍໃຫ້ກັບ ວຽງຈັນ ເອັຟຊີ 1-2.
ຂ່າວ: Larh Creators;ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ