ອຸຕຸແຈ້ງມື້ນີ້ ພາຍຸມູລານ ມາແລ້ວພາກກາງ-ໃຕ້ກຽມຮັບມື

178

ບັນດາແຂວງທາງພາກກາງ-ພາກໃຕ້ຕອນນີ້ແມ່ນກຳລັງມີຄວາມສ່ຽງສູງທີ່ຈະເກີດນ້ຳຖ້ວມດິນຊຸ ອັນເກີດມາຈາກຝົນຕົກໜັກ ແຂວງທີ່ຖ້ວມແລ້ວຈະໜັກຂຶ້ນໄປຕື່ມ ສ່ວນແຂວງທີ່ຍັງປອດໄພຈາກນ້ຳຖ້ວມຕ້ອງກຽມພ້ອມຮັບມື ເພື່ອບໍ່ໃຫ້ສົ່ງຜົນກະທົບຫຼາຍຕໍ່ຊີວິດ ແລະຊັບສິນຂອງປະຊາຊົນບັນດາເຜົ່າ.


ຕາມການແຈ້ງເຕືອນຂອງກົມອຸຕຸນິຍົມ ແລະອຸທົກກະສາດພາຍໃນເຊົ້າມື້ນີ້ໃຫ້ຮູ້ວ່າ: ພາຍຸໝູນເຂດຮ້ອນ ມູລານ (MULAN) ຫົວທີ 7 ກຳລັງເຄື່ອນທີ່ໄປທາງພາກເໜືອ ຂອງເກາະໄຮໜ່ຳ ດ້ວຍຄວາມໄວ ໃກ້ຈຸດສູນກາງ 20 ກິໂລແມັດຕໍ່ຊົ່ວໂມງ ພ້ອມດຽວກັນ ລົມມໍລະສຸມຕາເວັນຕົກສຽງໃຕ້ທີມີກຳລັງແຮງ ປົກຄຸມ ເຂດພາກກາງ ແລະ ພາກໃຕ້, ຊຶ່ງຍັງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ຕົກປານກາງ ເປັນບໍລິເວນກ້ວາງ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກກາງ ລົງຫາ ພາກໃຕ້.

ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ທີ່ຢູ່ລຽບຕາມແຄມແມ່ນໍ້າຕ່າງໆ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ເກີດມີດິນເຈື່ອນ, ນ້ຳຖ້ວມຊຸ ແລະນ້ຳຖ້ວມອັ່ງ ທີ່ຈະເກີດຂຶ້ນໃນໄລຍະ ວັນທີ 10 ຫາ 13 ສິງຫາ 2022, ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.