ຈາກອຸຕຸນິຍົມ ແຈ້ງ​ເຕືອນ ພາ​ຍຸ​ໝູນ​ເຂດ​ຮ້ອນ ວັນ​​ທີ 9-12 ສິງ 2022

154

ປະຊາຊົນທຸກທົ່ວໜ້າຈົ່ງມີສະຕິຕິດຕາມຢ່າງໃກ້ຊິດຕໍ່ສະພາບດິນຟ້າອາກາດໃນໄລຍະນີ້ ເນື່ອງຈາກພາຍຸເຂດຮ້ອນກຳລັງມາ ຄາດ 11 ສິງຫາຮອດພາກເໜືອ ເຊິ່ງແນ່ນອນຈະມີຄວາມສ່ຽງຕໍ່ບັນຫານ້ຳຖ້ວມນ້ຳຊຸ ແລະດິນເຈື່ອນໄດ້ຈຶ່ງຕ້ອງເຝົ້າລະວັງເປັນພິເສດ.


ກົມອຸຕຸນິຍົມ ແລະອຸທົກກະສາດອອກແຈ້ງເຕືອນໃນວັນທີ 9 ເນື່ອງວ່າຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານເຂດພາກ ພາກກາງ ແລະ ພາກໃຕ້ຂອງປະເທດລາວ, ປ່ອງເຂົ້າສູ່ລົມພາຍຸດີເປຼຊັນ ທີ່ຢູ່ເຂດທະເລຈີນໃຕ້ ແລະ ມີທ່າອ່ຽງເພີ້ມກໍາລັງແຮງຂື້ນ ກາຍເປັນພາຍຸໝູນເຂດຮ້ອນ ຫົວທີ8 ແລະ ຈະເຄືອນທີ່ໄປທາງ ພາກເໜືອຂອງປະເທດຫຽວດນາມໃນວັນທີ 09 ຫາ 10 ສິງຫາ 2022, ສົມທົບກັບລົມມໍລະສຸມຕາ ເວັນຕົກ ສ່ຽງ ໃຕ້ ພັດປົກຄຸມດ້ວຍກຳລັງແຮງ, ຊື່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກ້ວາງ ແລະ ຕົກໜັກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖີ່ນ ແຂວງພາກກາງ ລົງຫາ ພາກໃຕ້.

ຈາກນັ້ນໃນ ໄລຍະ ວັນທີ່ 11 ຫາ 13 ສິງຫາ 2022 ນີ້. ພາຍຸໝູນເຂດຮ້ອນ ຈະເຄື່ອນເຂົ້າທາງເຂດພາກເໜືອ ຂອງປະເທດລາວ.ຊື່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກ້ວາງ ແລະ ຕົກໜັກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖີ່ນ ແຂວງພາກເໜືອ ແລະ ພາກາງ.


• ໃນວັນທີ 09 ຫາ 10 ສິງຫາ 2022, ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖີ່ນ ແຂວງພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງ ສາລະວັນ, ຈໍາປາສັກ, ອັດຕະປື ແລະ ເຊກອງ.
• ໃນວັນທີ 11 ຫາ 13 ສິງຫາ 2022, ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖີ່ນ ແຂວງພາກເໜືອ ແລະ ພາກກາງ ເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫັວນນະເຂດ.


ດັ່ງນັ້ນຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ ເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດ ລະວັງຕໍ່ ສະ ພາບຝົນຕົກໜັກ ແລະ ຝົນຕົກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມອັ່ງ ແລະ ນ້ຳຖ້ວມຊຸ ທີ່ຈະເກີດຂື້ນຢູ່ບາງທ້ອງຖີ່ນໃນແຕ່ລະພາກ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ ວັນທີ 09 ຫາ 13 ສິງ ຫາ 202 ນີ້.