ສູ້ໃຫ້ສຸດຕາມຝັນຂອງຕົນເອງໃຫ້ສໍາເລັດ ຕ້ອງເຊຍແລ້ວ ແອນນີ້ ພິດສະໄໝ MGL01

53

ຮູ້ຈັກສາວງາມທີ່ບໍ່ແມ່ນມີແຕ່ຄວາມງາມເທົ່ານັ້ນ ແຕ່ເປັນຍິງໄວໜຸ່ມອີກໜຶ່ງຄົນທີ່ມີ ຄວາມສາມາດຢ່າງຫຼາກຫຼາຍ ແລະ ໃນຕອນນີ້ໄດ້ເຂົ້າຮ່ວມການປະກວດໃນເວທີ Miss Grand Laos 2022 ແລະ ໄດ້ຜ່ານເຂົ້າຮອບ 20 ຄົນ ເປັນທີ່ຮຽບຮ້ອຍແລ້ວ ທີມຂ່າວບັນເທີງພາມາທໍາຄວາມຮູ້ຈັກສາວງາມຄົນນີ້ໃຫ້ຫຼາຍຂຶ້ນ ໂດຍຜ່ານບົດສໍາພາດນີ້ໄປພ້ອມກັນ ສໍາລັບຍິງສາວທີ່ກໍາລັງເວົ້າເຖິງຢູ່ນີ້ ກໍຄື ນ້ອງ ພິດສະໄໝ ພອນສະນິດ ຫຼື ແອນນີ້ MGL01 ປັດຈຸບັນອາຍຸ 19 ປີ, ສ່ວນສູງ 166ຊັງຕີແມັດ, ສຶກສາທີ່ເສດຖະສາດການເງິນການທະນາຄານ.

ຜົນງານຜ່ານມາຂອງແອນນີ້ເອງແມ່ນເຄີຍປະກວດ Miss Laos 2019 Top15, Miss Universe Laos 2021  Top6 ແລະ ພ້ອມນີ້ຍັງໄດ້ຮັບລາງວັນພິເສດ Miss Perfect Skin ດ້ວຍ ນອກຈາກໃນວົງການນາງງາມ ກໍຈະແມ່ນວົງການເພງ ກໍຄືບົດເພງທີ່ຫາກໍປ່ອຍໄປນັ້ນ ກໍຄື “ ຈື່ Remember ” ແລະ ຜົນງານການສະແດງຊີຣີຕ່າງໆດ້ວຍ.

ເຫດຜົນທີ່ເຮັດໃຫ້ແອນ ເຂົ້າຮ່ວມການປະກວດໃນຄັ້ງນີ້ ກໍຍ້ອນວ່າ: ແອນນີ້ເອງແມ່ນມັກທາງດ້ານສາຍປະກວດຢູ່ແລ້ວ ແລະ ມັນເປັນຄວາມຝັນຂອງແອນທີ່ຢາກເປັນໜຶ່ງໃນນາງງາມລາວທີ່ໄດ້ໄປເຂົ້າຮ່ວມໃນເວທີລະດັບສາກົນ ແລະ ເພື່ອເຜີຍແຜ່ວັດທະນະທຳຄວາມເປັນລາວໃຫ້ຊາວໂລກໄດ້ຮູ້ເຖິງຄວາມງາມຂອງລາວເຮົາຫຼາຍຂຶ້ນ.

ສໍາລັບການປະກວດໃນຄັ້ງນີ້ ແອນເອງ ກໍຄືຜູ້ເຂົ້າປະກວດທຸກຄົນ ເຊິ່ງຍອມຮັບເລີຍວ່າມີຄວາມຄາດຫວັງຫຼາຍສົມຄວນ ແຕ່ແນ່ນອນວ່າທຸກເວທີການປະກວດແມ່ນມັນຕ້ອງມີເສຍ ແລະ ຊະນະ. ສະນັ້ນ, ແອນເລີຍຄາດຫວັງແດ່ ແລະ ກໍເພື່ອໃຈໄວ້ແດ່ ແຕ່ທັງນີ້ແອນກໍຈະສູ້ໃຫ້ສຸດຕາມຝັນຂອງແອນໃຫ້ສໍາເລັດ.

ສ່ວນຈຸດເດັ່ນຂອງແອນແມ່ນຄິດວ່າໜ້າຈະເປັນຮອຍຍິ້ມທີ່ຈິງໃຈ ແລະ ສົດໃສ. ນອກນີ້, ຄວາມສາມາດພິເສດແມ່ນເຕັ້ນ, ຟ້ອນ, ຮ້ອງເພງ, ເດີນແບບ, ການສະແດງ, ພີເຊັນເຕີ ແລະ ການເປັນພິທິກອນດ້ວຍ.

ຄະຕິປະຈໍາໃຈຂອງແອນແມ່ນ “ ຢ່າຍອມໃຫ້ສິ່ງທີ່ຄົນອື່ນຄິດ ມາຢຸດຢັ້ງໃນສິ່ງທີ່ເຈົ້າຮັກ ຢ່າຈົມປັກກັບອະດີດ ຢ່າຝັນເຖິງອະນາຄົດ ຈົ່ງມີສະຕິກັບປັດຈຸບັນ ”.

ແນ່ນອນເລີຍ ຖ້າຫາກຜູ້  ໃຫຍ່ໃຫ້ໂອກາດ ແລະ ນ້ອງສາມາດຄວ້າມົງກຸດໃຫຍ່ຈາກເວທີ Miss Grand Laos 2022 ມາໄດ້ ສິ່ງທີ່ແອນຕັ້ງໃຈໄວ້ ແລະ ຢາກສົ່ງເສີມຫຼາຍໆດ້ານ ບໍ່ວ່າຈະເປັນເລື່ອງສົ່ງເສີມເດັກນ້ອຍ ໄວໜຸ່ມຮຸ່ນໃໝ່ຜູ້ມີຄວາມຮູ້ ຄວາມສາມາດ ທີ່ຈະເປັນຜູ້ຕາງໜ້າຂອງປະເທດ ທີ່ຈະພັດທະນາປະເທດຊາດລາວເຮົາໃຫ້ຈະເລີນກ້າວຂຶ້ນໄປຕື່ມ ແລະ ເຜີຍແຜ່ວັດທະນະທຳມູນເຊື້ອອັນດີງາມຂອງລາວ ໃຫ້ສູ່ສາຍຕາຊາວໂລກ ແລະ ແອນຈະເປັນຕົວແທນ ເປັນໜ້າເປັນຕາໃຫ້ກັບແມ່ຍິງລາວ ວ່າມີຄວາມສາມາດບໍ່ໜ້ອຍໜ້າຊາດໃດໃນໂລກ.

ສຸດທ້າຍນີ້ ຂ່າວບັນເທີງກໍຂໍຝາກທຸກຄົນຊ່ວຍໂຫວດ ຊ່ວຍເຊຍ ຕິດຕາມ ແລະ ເປັນກໍາລັງໃຈໃຫ້ແອນ MGL01 ດ້ວຍ ຮັບຮອງວ່າຈະບໍ່ຜິດຫວັງແນ່ນອນ ເພາະສາວງາມຄົນນີ້ຈະມີຜົນງານໃນແວດວົງຕ່າງໆມາໃຫ້ໄດ້ຕິດຕາມຮັບຊົມຢ່າງເປັນປະຈໍາເລີຍ ໂດຍທຸກຄົນສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວໃນວົງການຂອງນ້ອງໄດ້ຜ່ານທາງ An Anny Phonesanith.

[ ຮູບ: An Anny Phonesanith]