ອຸຕຸເຕືອນ! 8-14 ສິງຫານີ້ ສືບຕໍ່ຝົນຕົກ, ຟ້າຮ້ອງ-ຟ້າເຫຼື້ອມ ແລະ ດິນເຈື່ອນ.

172

ຫຼາຍຄົນກໍ່ຄົງຈະໄດ້ເຫັນສະພາບອາກາດທີ່ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນຈົນເຮັດໃຫ້ຫຼາຍບ່ອນເຮັດມີນ້ຳອັ່ງຂັງ ຢູ່ໃນຫຼາຍເຂດ ເຊິ່ງເຮັດໃຫ້ການສັນຈອນມີຄວາມຫຍຸ້ງຍາກພໍສົມຄວນ ໂດຍສະເພາະໃນນຄອນຫຼວງວຽງຈັນກໍ່ມີຫຼາຍເຂດເກີດມີນ້ຳຖ້ວມອັ່ງທີ່ສູງສົມຄວນ.

ຫຼ້າສຸດທາງກົມອຸຕຸນິຍົມ ແລະ ອຸທົກກະສາດ ກໍຄືກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກບົດລາຍງານເລກທີ 0892/ກອຕທ ລົງວັນທີ 8 ສິງຫາ 2022 ໂດຍໄດ້ຄາດຄະເນສະພາບອາກາດໄວ້ດັ່ງນີ້.

ໃນໄລຍະວັນທີ 8-14 ສິງຫາ 2022 ຮ່ອງຄວາມກົດດັນອາກາດຕ່ຳ ຈະພາດຜ່ານຢູ່ແຂວງພາກກາງ ລົງຫາພາກໃຕ້ຂອງປະເທດລາວ ປ່ອງເຂົ້າສູ່ບໍລິເວນຄວາມກົດດັນອາກາດຕ່ຳຂອງອາກາດຮ້ອນທີ່ມີກຳລັງແຮງພັດປົກຄຸມເຂດພາກເໜືອຂອງປະເທດຫວຽດນາມ ເຊິ່ງມີທ່າອ່ຽງກຳລັງກໍ່ໂຕເປັນພາຍຸໝຸນເຂດຮ້ອນ ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫຍ່

ເຊິ່ງຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງຢູ່ໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງແຂວງພາກເໜືອດ້ານຕາເວັນອອກ ລົງຫາພາກກາງ ແລະ ໃຕ້.

ດັ່ງນັ້ນຈຶ່ງເຕືອນປະຊາຊົນລາວບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດ ຝົນຕົກ, ນ້ຳຖ້ວມຊຸ, ນ້ຳຖ້ວມຍື່ງ ແລະ ດິນເຈື່ອນ.