ທ່ານນາຍົກລັດຖະມົນຕີເຄື່ອນໄຫວເຮັດວຽກຢູ່ຫຼວງພະບາງ ຊີ້ນຳຄະນະຮັບຜິດຊອບສະຖານີລົດໄຟ

103

ວັນທີ 7 ສີງຫາ 2022 ນີ້ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຢູ່ສະຖານີ ລົດໄຟລາວ-ຈີນ ບ້ານ ຊຽງລ້ອມ ນະຄອນ ຫຼວງພະບາງ.
ຈາກນັ້ນ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍໄດ້ເຮັດວຽກຮ່ວມກັບຄະນະຮັບຜິດຊອບ ຢູ່ສະຖານີລົດໄຟຫຼວງພະບາງ ໂດຍໄດ້ຮັບຟັງການລາຍງານສະພາບໂດຍຫຍໍ້ ສະຖານີຫຼວງພະບາງ ເປັນສະຖານີລະດັບສອງ ຂອງແລວທາງລົດໄຟລາວ-ຈີນ ຮອງຈາກສະຖານີນະຄອນຫຼວງວຽງຈັນ.

ໂດຍທ່ານຮອງສະຖານີໄດ້ໃຫ້ຮູ້ວ່າ: ໃນສະຖານີແຫ່ງນີ້ມີເນື້ອທີ່ຫຼາຍກວ່າ 7.000 ຕາແມັດ, ໃນອາຄານສາມາດຮອງຮັບຜູ້ໂດຍສານໄດ້ 1.200 ຄົນ, ໂດຍຜ່ານການອອກແບບໃຫ້ມີຮູບຊົງທີ່ເປັນເອກະລັກ ສອດຄ່ອງກັບມໍລະດົກໂລກຫຼວງພະບາງ, ມີພະນັກງານທັງໝົດ ເກືອບ 100 ຄົນ ,ໃນນັ້ນ ເປັນຄົນລາວສ່ວນໃຫຍ່ ແລະພະນັກງານຄົນລາວທີ່ຜ່ານການຝຶກອົບຮົມ ກ່ຽວກັບວຽກງານທາງລົດໄຟຫຼາຍກວ່າ 30 ຄົນ, ປັດຈຸບັນພວມສືບຕໍ່ໃນການປັບປຸງສີ່ງອຳນວຍຄວາມສະດວກ, ເປັນຕົ້ນ ຈຸດຂາຍປີ້ລົດໄຟ, ຈຸດລໍຖ້າຂື້ນລົດໄຟ ແລະອື່ນໆ.

ນັບແຕ່ເປີດບໍລິການມາຮອດປັດຈຸບັນ ໄດ້ຈຳໜ່າຍປີ້ລົດໄຟແລ້ວເກືອບ 200.000ປີ້, ສະເພາະເດືອນກໍລະກົດ ເປັນໄລຍະທີ່ມີການໃຊ້ບໍລິການຫຼາຍກວ່າໝູ່, ເຊີ່ງມີຜູ້ໂດຍສານຂາອອກທັງໝົດ 53.436 ຄົນ, ສ່ວນສະຖານີຂົນສົ່ງສີນຄ້າ ແມ່ນມີ 2 ຊ່ອງທາງສຳລັບຄ່ຽນຖ່າຍສີນຄ້າ, ແຕ່ລະຊ່ອງທາງສາມາດບັນຈຸສີນຄ້າໄດ້ 32 ຕູ້, ມີພື້ນທີ່ສຳລັບຮອງຮັບຕູ້ບັນຈຸສີນຄ້າປະມານ 10.000 ຕາແມັດ ສາມາດຮອງຮັບຕູ້ສີນຄ້າໄດ້ 924 ຕູ້, ສະເລ່ຍບໍລິມາດການຂົນສົ່ງປະມານ 1 ລ້ານໂຕ່ນຕໍ່ປີ, ປັດຈຸບັນມີສີນຄ້າສົ່ງອອກປະເພດແຮ່ເຫຼັກ, ແປ້ງມັນຕົ້ນ ແລະຢາງພາລາ, ສ່ວນສີນຄ້ານຳເຂົ້າປະກອບມີປະເພດປຸຍ ແລະເຫຼັກຈຳນວນໜື່ງ ນັບແຕ່ເປີດບໍລິການໃນທ້າຍເດືອນກຸມພາຜ່ານມາ ໄດ້ມີສີນຄ້າສົ່ງອອກ 3.519 ຕູ້, ນ້ຳໜັກ 146.662ໂຕ່ນ.


ພ້ອມດຽວກັນນີ້ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ເນັ້ນ ໃຫ້ຄະນະຮັບຜິດຊອບ ຢູ່ສະຖານີລົດໄຟຫຼວງພະບາງ ພ້ອມກັນຄົ້ນຄວ້າ,ປັບປຸງຂອດບໍລິການ ຢູ່ສະຖານີ ຫຼວງພະບາງ ເປັນຕົ້ນ ແມ່ນລະບົບການຂາຍປີ້ຂຶ້ນລົດໄຟ ທີ່ທັນສະໄໝ ແລະສະດວກສະບາຍກວ່າເກົ່າ,ການໃຫ້ບໍລິການປິ່ນອ້ອມສະຖານີ,ຈຸດບໍລິການຜ່ານທາງໂດຍສານ,ຮ້ານອາຫານ,ຈຸດກວດກາຄົນເຂົ້າອອກ,ດ່ານພາສີ ແລະອື່ນໆ.


ໂອກາດການຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫຼວງພະບາງ ຄັ້ງນີ້ ນອກຈາກເຮັດວຽກຮ່ວມກັບຄະນະຮັບຜິຊອບສະຖານີລົດໄຟຫຼວງພະບາງແລ້ວ ວັນທີ 8 ສີງຫາ 2022 ທ່ານນາຍົກລັດຖະມົນຕີ ໄດ້ເຮັດວຽກຮ່ວມກັບການນຳຂອງແຂວງຫຼວງພະບາງ ພ້ອມທັງໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງຕື່ມອີກ.


ຂ່າວ: ເພັດສາຄອນ ສິມມະວົງ