ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ເຄື່ຶອນໄຫວເຮັດວຽກ ແລະ ຊີ້ນໍາວຽກງານຢູ່ ແຂວງບໍ່ແກ້ວ ໂດຍເນັ້ນ5ວຽກສຳຄັນໃຫ້ເອົາໃຈໃສ່

134

ໃນວັນທີ 04 ສິງຫາ 2022 ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວເຮັດວຽກ, ພົບປະໂອ້ລົມ ການນຳຫຼັກແຫຼ່ງແຂວງບໍ່ແກ້ວ ໂດຍໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມຂອງທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ພ້ອມດ້ວຍພະນັກງານການນໍາຫຼັກແຫຼ່ງພາຍໃນແຂວງ.


ໂອກາດນີ້, ທ່ານ ບົວຄົງ ນາມມະວົງ ໄດ້ລາຍງານໃຫ້ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຊາບກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນເງື່ອນໄຂສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ປ່ຽນແປງຢ່າງສັບສົນ, ຊຶ່ງໄດ້ສົ່ງຜົນກະທົບໃຫຍ່ຫຼວງ ຕໍ່ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງຫຼາຍປະເທດໃນໂລກ ລວມທັງຢູ່ ສປປ ລາວ ເຮົາ; ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມເອົາໃຈໃສ່ບຸກບືນ ແລະ ຕັດສິນໃຈສູງ ຕາມທິດຫັນປ່ຽນໃໝ່ ຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທັງເປັນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແຂວງບໍ່ແກ້ວ ກໍ່ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ໃນການຈັດຕັ້ງປະຕິບັດ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ແຂວງສືບຕໍ່ຮັກສາສະຖຽນລະພາບທາງການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ; ເສດຖະກິດໄດ້ຮັບການຂະຫຍາຍຕົວດີຂຶ້ນ ເປັນລໍາດັບ.

ຜ່ານການຮັບຟັງລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໂອກາດມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງ ບໍ່ແກ້ວໃນຄັ້ງນີ້, ເພື່ອເປັນທິດທາງໃນການແກ້ໄຂ ຂໍ້ຄົງຄ້າງ ແລະ ເປັນແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໜັກໃຫ້ການນໍາ ແລະ ພະນັກງານຫຼັກແຫຼ່ງພາຍໃນແຂວງບໍ່ແກ້ວ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ

1). ສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ: ບັນ ຫາການຄຸ້ມຄອງແຮງງານຕ່າງປະເທດ, ວຽກງານສະກັດກັ້ນຕ້ານການຄ້າມະນຸດ, ການຄ້າຂາຍເຖື່ອນຫຼົບຫຼີກພາສີ ໄປຄຽງຄູ່ກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ເປັນຮູບປະທຳໄວຂຶ້ນ;

2). ເອົາໃຈໃສ່ຊຸກຍູ້ ແລະ ຕິດຕາມ ບັນດາໂຄງການທີ່ສໍາຄັນ ເປັນທ່າແຮງປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດ ຕາມແຜນການທີ່ກຳນົດໄວ້ ແລະ ໃຫ້ໄດ້ຕາມມາດຕະຖານສາກົນ;

3). ສືບຕໍ່ຄຸ້ມຄອງເສດຖະກິດ ໃຫ້ມີຄວາມໝັ້ນທ່ຽງ, ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ຕາມຄາດໝາຍແຜນການວາງໄວ້; ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ;

4). ສືບຕໍ່ປະສານສົມທົບກັບຜູ້ພັດທະນາດ້ານຕ່າງໆ ຢູ່ພາຍໃນແຂວງ ໃນການຈັດເກັບລາຍຮັບໃຫ້ຖືກຕ້ອງ ແລະ ໄດ້ຕາມແຜນການທີ່ວາງໄວ້. ຄຽງຄູ່ກັນນັ້ນ; ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ ທີ່ສັງຄົມໃຫ້ຄວາມສົນໃຈ ໂດຍສະເພາະ ການຄຸ້ມຄອງແຮງງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ; ນອກຈາກນີ້, ໃຫ້ກວດກາຄືນບັນດານິຕິກໍາ ທີ່ລັດຖະບານວາງອອກ ໃນການຄຸ້ມຄອງ, ການແບ່ງຄວາມຮັບຜິດຊອບ ລະຫວ່າງ ທ້ອງຖິ່ນ ແລະ ຜູ້ພັດທະນາ, ຖ້າຫາກເຫັນວ່າ ນິຕິກໍາໃດ ຍັງບໍ່ສອດຄ່ອງກັບສະພາບຄວາມເປັນຈິງ ກໍ່ໃຫ້ຄົ້ນຄວ້າສະເໜີຕໍ່ລັດຖະບານ ເພື່ອປັບປຸງແກ້ໄຂໃຫ້ແທດເໝາະ;

5). ເອົາໃຈໃສ່ເສີມຂະຫຍາຍທ່າແຮງບົ່ມຊ້ອນດ້ານຕ່າງໆຂອງແຂວງ ໃຫ້ເກີດປະໂຫຍດສູງສຸດ ເປັນຕົ້ນ ສ້າງເປັນເຂດຜະລິດກະສິກຳສະອາດ, ສ້າງໃຫ້ເປັນຈຸດເຊື່ອມຕໍ່-ເຊື່ອມຈອດ ດ້ານການບໍລິການຂົນສົ່ງ ແລະ ການທ່ອງ ທ່ຽວ ເພື່ອໃຫ້ມີຄຸນນະພາບ ແລະ ຍືນຍົງກວ່າເກົ່າ.