ລາວ-ຣັດເຊຍ ເນັ້ນຢ້ຳການຮ່ວມມືຫຼາຍຂົງເຂດລວມທັງພະລັງງານ

398

ໃນວັນທີ 4 ສິງຫາ 2022, ທີ່ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍ ກັບ ທ່ານ ເຊີຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 55 ແລະ ກອງປະຊຸມປິ່ນອ້ອມອື່ນໆ.


ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕິີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ເຊິ່ງສືບຕໍ່ໄດ້ຮັບການຮັດເເໜ້ນ ແລະ ເສີມຂະຫຍາຍ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ບົນຈິດໃຈດັ່ງກ່າວ, ສອງຝ່າຍ ຍັງໄດ້ເນັ້ນເຖິງການຮ່ວມມືໃນຫລາຍຂົງເຂດ ດ້ານເສດ ຖະກິດ, ການຄ້າ, ການລົງທຶນ, ຄວາມໝັ້ນຄົງ, ການສຶກສາ, ສາທາລະນະສຸກ, ພະລັງ ງານ. ນອກຈາກນີ້, ສອງຝ່າຍ ໄດ້ແລກປ່ຽນທັດສະນະຕໍ່ບັນຫາພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ການຮ່ວມມືໃນຂອບອາຊຽນ, ອາຊຽນ-ຣັດເຊຍ ແລະ ສປຊ.


ໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ມີຕໍ່ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫລືອໃນການສ້າງຊັບພະຍາ ກອນມະນຸດ, ການຊ່ວຍເຫລືອດ້ານມະນຸດສະທໍາ, ອຸປະກອນການແພດ ແລະ ວັກຊິນ ຕ້ານພະຍາດໂຄວິດ-19.